ພວກທະຫານ ຢູ່ໃນ Guinea-Bissau ກ່າວວ່າ ເຂົາເຈົ້າກໍາລັງຄວບຄຸມໂຕປະທານາທິ
ບໍດີຊົ່ວຄາວແລະອະດີດນາຍົກລັດຖະມົນຕີ ກ່ອນໜ້າການເລືອກຕັ້ງປະທານາທິບໍດີ ທີ່ປະ
ເທດອາຟຣິກາຕາເວັນຕົກດັ່ງ ກ່າວ.
ໂຄສົກຂອງພວກທະຫານ ຢຶນຢັນວ່າ ການກັກຂັງອະດີດນາຍົກລັດຖະມົນຕີ ແລະຜູ້ສະມັກ
ເປັນປະທານາທິບໍດີທີ່ມີຄະແນນສຽງນໍາໜ້າ ທ່ານ Carlos Gome Junior ແລະປະທາ
ນາທິບໍດີຊົ່ວຄາວຂອງປະເທດທ່ານ Raimundo Pereira ຫລັງຈາກທີ່ໄດ້ມີການບຸກໂຈມ
ຕີເຂົ້າໄປໃນເຮືອນຂອງທ່ານ ໃນວັນພະຫັດຜ່ານມາ.
ພັນໂທ Daha Bana na Walna ກ່າວຕໍ່ນັກຂ່າວໃນວັນສຸກວານນີ້ວ່າ ພວກທ່ານທັງ
ສອງ “ສະບາຍດີ.”
ສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ ປະນາມການເຂົ້າຢຶດອຳນາດຂອງ
ພວກທະຫານ ໃນ Guinea-Bassau ແລະກ່າວວ່າ ຕ້ອງມີການຟື້ນຟູ ການປົກຄອງ
ຂອງລັດຖະບານພົນລະເຮືອນ. ສະພາຄວາມໝັ້ນຄົງ ໄດ້ອອກຖະແຫລງການສະບັບນຶ່ງ
ເວົ້າວ່າ ບັນດາສະມາຊິກຂອງສະພາຄວາມໝັ້ນຄົງປະນາມຢ່າງແຮງຕໍ່ການໃຊ້ກຳລັງເຂົ້າ
ຢຶດອໍານາດຈາກລັດຖະບານທີ່ຖືກຕ້ອງຊອບທຳຂອງ Guinea-Bassau ໂດຍບາງກຸ່ມ
ໃນກອງທັບ.
ພວກທະຫານໃນ Guinea-Bissau ເລີ້ມພະຍາຍາມເຮັດລັດຖະປະຫານໃນຕອນແລງ
ຂອງວັນພະຫັດ ຄືນນຶ່ງກ່ອນການໂຄສະນາຫາສຽງ ເລືອກຕັ້ງປະທານາທິບໍດີຮອບສອງ
ກໍານົດທີ່ຈະເລີ້ມຂຶ້ນ. ພວກທະຫານກະບົດພາກັນເຂົ້າຄວບຄຸມຖະໜົນຫົນທາງ ສະຖາ
ນີໂທລະພາບ ແລະວິທະຍຸ ຕະຫຼອດທັງໂຮງການລັດຖະບານທັງຫຼາຍ ທີ່ຢູ່ໃນນະຄອນ
ຫຼວງຂອງປະເທດ.