ພວກທີ່ເຫັນເຫດການກ່າວວ່າ ທະຫານໃນ Guinea-Bissau ໄດ້ເຂົ້າຄວບຄຸມຖະໜົນຫົນ
ທາງສາຍຕ່າງໆໃນນະຄອນຫຼວງ Bissau ໃນອັນທີ່ປາກົດວ່າ ເປັນ ການພະຍາຍາມກໍ່ລັດ
ຖະປະຫານ.
ພວກທະຫານໄດ້ໂຈມຕີເຮືອນ ຂອງຜູ້ສະມັກປະທານາທິບໍດີ ທີ່ມີຄະແນນນິຍົມນຳໜ້າໝູ່ຄື
ທ່ານ Carlos Gomes, Jr. ທີ່ກຳລັງຈະອອກຈາກຕຳແໜ່ງນາຍົກລັດຖະມົນຕີນັ້ນ. ທ່ານ
ຢູ່ໃສໃນເວລານີ້ຍັງບໍ່ມີໃຜຮູ້ຈັກ.
ພວກທີ່ເຫັນເຫດການກ່າວວ່າ ນອກນັ້ນ ທະຫານຍັງໄດ້ຈັບພວກນັກການເມືອງຈຳນວນນຶ່ງ
ແລະເຂົ້າຄວບຄຸມສຳນັກງານໃຫຍ່ຂອງພັກລັດຖະບານ ແລະວິທະຍຸແຫ່ງຊາດ ຂະນະທີ່ໄດ້
ຍິນສຽງປືນແລະຈະຫຼວດດັງຂຶ້ນຢູ່ໃນນະຄອນຫຼວງຂອງປະເທດດັ່ງກ່າວ.
ປະຊາຄົມເສດຖະກິດຂອງບັນດາລັດອາຟຣິກາຕາເວັນຕົກທີ່ຮູ້ກັນໃນນາມກຸ່ມ ECOWAS
ໄດ້ປະກາດວ່າ ຕົນຂໍປະນາມການພະຍະຍາຍາມໃດໆກໍຕາມເພື່ອກໍ່ການລັດຖະປະຫານຂຶ້ນ
ນັ້ນ.
ສະຖານທູດສະຫະລັດທີ່ນະຄອນ Dakar ປະເທດ Senegal ຊຶ່ງມີໜ້າທີ່ຮັບຜິດຊອບກວມ
ທັງ Guinea-Bissau ນຳນັ້ນ ໄດ້ອອກແຈ້ງການສຸກເສີນເຕືອນປະຊາຊົນອາເມຣິກັນຢູ່ໃນ
ປະເທດເພື່ອນບ້ານດັ່ງກ່າວ ບໍ່ໃຫ້ເຂົ້າໄປໃນເຂດໃຈກາງນະຄອນຫຼວງ Bissau. ແຈ້ງການ
ເວົ້າວ່າລາຍງານກ່ຽວກັບຄວາມຮຸນແຮງຢູ່ໃນນະຄອນຫຼວງອາດຍັງຜົນມາຈາກການກໍ່ຫຼືການ
ພະຍາຍາມກໍ່ລັດຖະປະຫານແລະມີຄວາມເປັນໄປໄດ້ເພີ່ມຂຶ້ນກ່ຽວກັບການບໍ່ມີສະຖຽນລະ
ພາບທາງດ້ານການເມືອງແລະຄວາມວຸ້ນວາຍໃນດ້ານພົນລະເຮືອນຫຼືທະຫານແມ່ນຍັງມີຢູ່ສູງ.
ເຫດຮ້າຍທີ່ວ່ານີ້ມີຂຶ້ນນຶ່ງມື້ກ່ອນຈະເລີ່ມການໂຄສະນາຫາສຽງສຳລັບການເລືອກຕັ້ງປະທາ
ນາທິບໍດີຮອບສອງຢູ່ໃນ Guinea-Bissau.
ພັກຝ່າຍຄ້ານຂອງ Guinea-Bissau ທີ່ນຳໂດຍທ່ານ Kumba Yala ຊຶ່ງໄດ້ຮັບຄະແນນ
ເປັນທີສອງໃນການເລືອກຕັ້ງຮອບທຳອິດນັ້ນໄດ້ຮຽກຮ້ອງບໍ່ໃຫ້ປະຊາຊົນໄປປ່ອນບັດຮອບ
ສອງໃນວັນທີ 29 ເດືອນນີ້ ແລະໄດ້ເຕືອນກ່ຽວກັບການໂຄສະນາຫາສຽງ. ທ່ານ Yala
ແມ່ນນຶ່ງໃນບັນດາຜູ້ສະມັກ 5 ທ່ານ ທີ່ອ້າງວ່າ ໄດ້ມີການສໍ້ໂກງຄະແນນສຽງໃນການເລືອກ
ຕັ້ງຮອບທຳອິດນັ້ນ.