ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

50 ຄົນເສຍຊີວິດ ໃນອຸບັດເຫດ ທ້ອງຖະໜົນ ທີ່ປະເທດກີເນຍ


ປະຊາຊົນ​ປະມານ 50 ຄົນ​ເສຍ​ຊີວິດ​ແລະ​ຫລາຍ​ກວ່າ 20 ຄົນໄດ້​ຮັບ​ບາດ​ເຈັບ​ໃນ​ອຸບັດ​ເຫດທ້ອງ​ຖະໜົນ​ສາຍ​ນຶ່ງ​ ໃນ​ພາກ​ຕາເວັນ​ອອກ​ຂອງ​ປະ​ເທດ​ໃນ​ວັນ​ເສົາ​ວານ​ນີ້. ທ່ານ Alhassane Conde ເຈົ້າ​ໜ້າ​ທີ່​ລັດຖະບານ​ທ້ອງ​ຖິ່ນ ​ໄດ້​ອອກ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ທີ່ ກ່າວ​ວ່າ ລົດ​ບັນທຸກ​ຄັນ​ນຶ່ງ​ໄດ້​ພົວພັນ​ໃນ​ອຸບັດ​ເຫດ​ດັ່ງກ່າວ ​ແລະທ່ານ ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ​ໄປ​ຍັງ​ຄອບຄົວ​ພວກ​ໄດ້​ຮັບ​ເຄາະ ​ຮ້າຍໃນຄັ້ງ​ນີ້.

ອົງການ​ຂ່າວ​ຝຣັ່ງ ອ້າງ​ຄໍາ​ເວົ້າ​ຂອງ​ຜູ້​ທີ່​ເຫັນ​ເຫດການ​ຄົນ​ນຶ່ງ​ ທີ່​ກ່າວ ວ່າ ​ໄດ້ມີ​ການ​ດຶງ​ສົບ​ຂອງ​ພວກທີ່​ເສຍ​ຊີວິດ 46 ສົບ​ອອກ​ຈາກ​ຊາກ​ຫັກ​ພັງ ແລະ​ວ່າ 4 ຄົນ​ຕື່ມ​ອີກ​ໄດ້​ເສຍ​ຊີວິດ​ກ່ອນ​ໄປ​ຮອດ​ໂຮງໝໍ. ຜູ້​ທີ່​ເຫັນ​ເຫດການ​ຄົນ​ນີ້​ກ່າວ​ຕື່ມ​ວ່າ ມີ 27 ຄົນ​ໄດ້ຮັບ​ບາດ​ເຈັບ.

ໃນ​ການ​ກ່າວ​ທາງ​ໂທລະສັບ ຜູ້​ເຫັນ​ເຫດການ​ຄົນ​ນີ້​ກ່າວ​ຕື່ມ​ວ່າ ອຸບັດເຫດ​ດັ່ງກ່າວເກີດ​ຂຶ້ນ​ບົນ​ຖະໜົນ​ສາຍ​ນຶ່ງ​ລະຫວ່າງ​ເມືອງ Moribadou ​ແລະ​ເມືອງ Beyla ​ໃນ​ຂະນະ​ທີ່​ລົດ​ບັນທຸກ​ຄັນ​ນີ້​ແລ່ນລົງ​ຄ້ອຍ ​ແລະ​ລະ​ບົບຫ້າມ ຫລື brake ​ເກີດ​ຕິດ​ຂັດບໍ່​ທໍາ​ງານ​. ຜູ້ກ່ຽວ​ເວົ້າ​ຕື່ມ​ວ່າ ລົດ​ບັນທຸກ​ຄັນນີ້​ກໍາລັງ​ບັນທຸກ​ຄົນ​ໄປ​ຕະຫຼາດປະ​ຈໍາ​ອາທິດ​ໃນ​ເມືອງ Beyla.

XS
SM
MD
LG