ປະເທດກົວເຕມາລາ ຈັດການເລືອກຕັ້ງປະທານາທິບໍດີ ໃນ
ວັນອາທິດມື້ນີ້ ເຖິງແມ່ນວ່າ ໄດ້ມີການຮຽກຮ້ອງໃຫ້ເລື່ອນການ
ເລືອກຕັ້ງອອກໄປ ແລະ ໄດ້ມີການລາອອກຈາກຕຳແໜ່ງ ຂອງ
ປະທານາທິບໍດີ ທ່ານ Otto Perez Molina ທີ່ກ່ຽວພັນກັບການ
ກ່າວຫາວ່າ ສໍ້ລາດບັງຫລວງ ກໍຕາມ.
ພວກປະທ້ວງຫຼາຍຮ້ອຍຄົນ ທີ່ໂກດແຄ້ນກ່ຽວກັບການສໍ້ລາດ
ບັງຫລວງ ຮຽກຮ້ອງໃຫ້ເລື່ອນເວລາການເລືອກຕັ້ງອອກໄປ
ໃນຂະນະທີ່ພວກເຂົາເຈົ້າໄດ້ໄປເຕົ້າໂຮມກັນ ຢູ່ທີ່ອາຄານ
ຂອງສານສູງສຸດ ໃນ Guatemala City ບ່ອນທີ່ທ່ານ Perez
Molina ໄດ້ໄປປາກົດຕົວຢູ່ໃນສານ ເມື່ອວັນພະຫັດ ແລະ
ວັນສຸກ ທີ່ຜ່ານມາ.
ການເລືອກຕັ້ງໃນວັນອາທິດມື້ນີ້ ແມ່ນໄດ້ແນໃສ່ ການເລືອກເອົາປະທານາທິບໍດີ ສຳຫລັບ
ສະໄໝທີ່ຈະເລີ້ມຕົ້ນຂຶ້ນໃນປີໜ້ານີ້. ຈົນກວ່າຈະເຖິງເວລານັ້ນ ອະດີດປະທານາທິບໍດີ
ທ່ານ Alejandro Maldonado ຈະດຳລົງຕຳແໜ່ງເປັນປະທານາທິບໍດີ ຊຶ່ງໄດ້ສາບານຕົວ ເຂົ້າຮັບຕຳແໜ່ງ ຫຼັງຈາກທີ່ ທ່ານ Perez Molina ໄດ້ລາອອກໄປ ໃນວັນພະຫັດຜ່ານມາ.
ທ່ານ Perez Molina ກ່າວຢູ່ໃນສານວ່າ ທ່ານເປັນຜູ້ບໍລິສຸດ ຕໍ່ຂໍ້ກ່າວຫາວ່າ ທ່ານຮັບເອົາ
ເງິນມູນຄ່າ 800,000 ໂດລາ ໃນອັນທີ່ປາກົດວ່າ ເປັນວົງການໃຫ້ສິນບົນ ທີ່ມີຊື່ຫລິ້ນວ່າ
“The Line.” ຊື່ຫລິ້ນນັ້ນ ເປັນການອ້າງອີງເຖິງ ສາຍໂທລະສັບພິເສດ ທີ່ຈັບຈອງໄວ້
ສະເພາະບັນດານັກທຸລະກິດ ຜູ້ທີ່ປາກົດວ່າ ຈ່າຍເງິນສິນບົນໃຫ້ແກ່ ບັນດາເຈົ້າໜ້າທີ່
ເພື່ອຫລີກເວັ້ນການເສຍພາສີນຳເຂົ້າ.