ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ເສຍ​ຊີ​ວິດ ຂອງສອງ​ພໍ່​ລູກ ຢູ່​ເຂດ​ຊາຍ​ແດນ ​ຊີ້ໃຫ້​ເຫັນ ​ຄວາມ​ກົດ​ດັນ ​ຕໍ່ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ


ຜູ້​ຍົກ​ຍ້າຍ​ຖິ່​ນ​ຖານ​ຈາກ ອາ​ເມ​ຣິ​ກາກາງ ເດີນ​ທາງ​ຜ່ານ​ເຂົ້າ​ ປະ​ເທດ ເມັກ​ຊິ​ໂກ ຈາກ​ປະ​ເທດ ກ​ົວ​ເຕ​ມາ​ລາ ໃກ້​ກັ​ບ​ເມືອງ ຊີ​ອູ​ແດັດ ຮິ​ດາ​ລ​ໂກ, ເມັກ​ຊິ​ໂກ. 4 ມິ​ຖຸ​ນາ, 2019.
ຜູ້​ຍົກ​ຍ້າຍ​ຖິ່​ນ​ຖານ​ຈາກ ອາ​ເມ​ຣິ​ກາກາງ ເດີນ​ທາງ​ຜ່ານ​ເຂົ້າ​ ປະ​ເທດ ເມັກ​ຊິ​ໂກ ຈາກ​ປະ​ເທດ ກ​ົວ​ເຕ​ມາ​ລາ ໃກ້​ກັ​ບ​ເມືອງ ຊີ​ອູ​ແດັດ ຮິ​ດາ​ລ​ໂກ, ເມັກ​ຊິ​ໂກ. 4 ມິ​ຖຸ​ນາ, 2019.

ພໍ່​ກັບ​ລູກ​ສາວ​ຄົນ​ນຶ່ງ​ຈາກ​ປະ​ເທດ ແອ​ລ ຊາ​ລ​ວາ​ດໍ ໄດ້​ຖືກ​ພົບ​ເຫັນ​ເສຍ​ຊີ​ວິດ​ໃນ​ວັນ
ຈັນທີ່ຜ່ານມາ ຫຼັງຈາກເຂົ້າເຈົ້າ ໄດ້ພະຍາຍາມທີ່ຈະຂ້າມແມ່ນ້ຳ ຣີໂອ ກ​ຣານ​ເດ
ຈາກປະເທດ ເມັກຊິໂກ ເຂົ້າມາ ສະຫະລັດ.

ຮູບ​ພາບສົບ​ຂອງ​ເຂົາ​ເຈົ້າ ໄດ້​ຖືກ​ເປີດ​ເຜີຍ​ເປັນ​ຄັ້ງ​ທຳ​ອິດ​ໂດຍ​ໜັງ​ສື​ພິມ ລາ ຮໍ​ນາ​ດາ
(La Jornada) ຂອງ ເມັກຊິໂກ, ທີ່ຖືກສົ່ງຕໍ່ອອກໄປຢ່າງກວ້າງຂວາງ ໂດຍອົງການ
ຂ່າວຕ່າງໆ ແລະ ໃນສື່ສັງຄົມນັ້ນ, ໄດ້ສ້າງຄວາມສົນໃຈຕໍ່ສະຖານະການຂອງພວກ
ຍົກຍ້າຍຖິ່ນຖານຫຼາຍຂຶ້ນ ຜູ້ທີ່ໄດ້ປະເຊີນກັບເວລາລໍຖ້າທີ່ດົນ ສຳລັບການຕັດສິນ
ຄະດີຂໍລີ້ໄພຢູ່ເຂດຊາຍແດນ.

ມັນ​ຍັງ​ໄດ້​ກໍ່​ໃຫ້​ເກີດ​ການ​ໂຕ້​ຖຽງ​ກັນ ກ່ຽວ​ກັບ​ວ່າ ມັນ​ເໝາະ​ສົມ​ທີ່​ຈະ​ເຜີຍ​ແຜ່​ຮູບ​ພາບ​
ທີ່ລະອຽດອ່ອນແບບນັ້ນຫຼືບໍ່.

ອີງ​ຕາມ​ລາຍ​ງານ​ຈາກ​ໜັງ​ສື​ພິມ ລາ ຮໍ​ນາ​ດາ ແລະ ອົງ​ການ​ຂ່າວ AP ນັ້ນ, ທ້າວ ອາ​ລ​
ເບີໂຕ ມາຕີເນສ ຣາມີເຣສ ໄດ້ຫງຸດຫງິດ ແລະ ເມື່ອຍກັບການລໍຖ້າສຳລັບໂອກາດທີ່
ຈະຂໍລີ້ໄພໃນ ສະຫະລັດ ແລະ ໄດ້ຕັດສິນໃຈໃນຕອນຄ່ຳວັນອາທິດທີ່ຜ່ານມາ ທີ່ຈະ
ພະຍາຍາມຂ້າມແມ່ນ້ຳກັບເມຍ ແລະ ລູກຂອງລາວ.

ທ້າວ ຣາ​ມີ​ເຣ​ສ ສາ​ມາດ​ທີ່​ຈະ​ເອົາ​ລູກ​ສາວ​ອາ​ຍຸ 23 ເດືອນ​ຂອງ​ລາວ​ຂ້າ​ມ​ໄປ​ຝັ່ງ​ກົງ​
ກັນຂ້າມ ຂອງແມ່ນ້ຳໄດ້, ແຕ່ເມື່ອລາວຂ້າມກັບໄປຊ່ວຍເມຍຂອງລາວ, ລູກສາວໄດ້
ລົງໄປໃນນ້ຳ. ລາວໄດ້ພະຍາຍາມຈະຊ່ວຍນາງ ແຕ່ທັງສອງໄດ້ຖືກຄື້ນນ້ຳທີ່ແຮງຂອງ
ແມ່ນ້ຳພັດໄປ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ ແອ​ລ ຊາ​ລ​ວາ​ດໍ ທ່ານ​ນາງ ອາ​ເລັກ​ຊານ ດ​ຣາ ຮິ​ລ
ໄດ້ກ່າວວ່າ ລັດຖະບານໄດ້ເຮັດວຽກເພື່ອຊ່ວຍເຫຼືອຄອບຄົວດັ່ງກ່າວ, ແລະ ທ່ານນາງ
ໄດ້ເຕືອນຜູ້ຍົກຍ້າຍຖິ່ນຖານຄົນອື່ນໆ ບໍ່ໃຫ້ສ່ຽງຊີວິດຂອງຕົນໃນເວລາທີ່ເຂົາເຈົ້າເດີນ
ທາງ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ລາຍ​ງານ​ການ​ເສຍ​ຊີ​ວິດ​ຂອງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ 283
ຄົນໃນປີກາຍນີ້.

ອົງ​ການ​ກວດ​ກາ​ເຂດ​ຊາຍ​ແດນ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ເຈົ້າ​ໜ້າ​
ທີ່ຂອງເຂົາເຈົ້າໄດ້ຊ່ວຍເຫຼືອ ພໍ່ ແລະ ລູກນ້ອຍຄົນນຶ່ງຈາກປະເທດ ຮອນດູຣາສ ຜູ້ທີ່
ໄດ້ປະສົບບັນຫາຢູ່ແມ່ນ້ຳດຽວກັນ ທີ່ໄກອອກໄປທາງຕາເວັນຕົກ.

ລັດ​ຖະ​ບານ ກົວ​ເຕ​ມ​າ​ລາ ກໍ​ໄດ້​ຢືນ​ຢັນ​ໃນ​ວັນ​ອັງ​ຄານ​ວານນີ້​ເຊັ່ນ​ກັນ​ວ່າ ຜູ້​ເປັນ​ແມ່​ຄົນ
ນຶ່ງ ແລະ ລູກສາມຄົນ ທີ່ຖືກພົບເຫັນເສຍຊີວິດ ໃນພາກໃຕ້ຂອງລັດ ເທັກຊັສ ຍ້ອນ
ຂາດນ້ຳ ແລະ ຢູ່ໃນອຸນຫະພູມທີ່ສູງ ຫຼັງຈາກໄດ້ຂ້າມແມ່ນ້ຳ ຣີໂອ ກຣານເດ ກໍແມ່ນຊາວ ກົວເຕມາລາ.

ອ່ານ​ຂ່າວນີ້​ຕື່ມ​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG