ເດັກນ້ອຍຜູ້ຊາຍຊາວກົວເຕມາລາ ທີ່ຢູ່ໃນການຄວບຄຸມດູແລຂອງຫ້ອງການພາສີ ແລະປ້ອງກັນຊາຍແດນສະຫະລັດ ໄດ້ເສຍຊີວິດລົງ ໃນວັນຈັນວານນີ້, ນຶ່ງມື້ ຫຼັງຈາກທີ່ຮັບການຮັກສາພະຍາບານ ຈາກການເປັນໄຂ້ຫວັດແລ້ວນັ້ນ.
ທ້າວ Carlos Gregorio Hernandez-Vasquez, ໄວ 16, ໄດ້ຖືກພົບເຫັນວ່າ “ບໍ່ຮູ້ເມື່ອຄີງ ແລະບໍ່ມີການຕອບຮັບໃດໆ” ໃນຂະນະທີ່ຖືກກັກຕົວໄວ້ທີ່ປ້ອມຍາມ ລາດຕະເວນຊາຍແດນ ເມືອງແວດລາໂກ ນັ້ນ.
ເຈົ້າໜ້າທີ່ສະຫະລັດ ຍັງບໍ່ທັນໄດ້ຢັ້ງຢືນວ່າ ແມ່ນຫຍັງຄືສາເຫດຂອງການຕາຍຄັ້ງນີ້ ຊຶ່ງໂດຍທົ່ວໄປແລ້ວແມ່ນອອກໃບຢັ້ງຢືນ ຫຼັງຈາກທີ່ໄດ້ທຳການສືບສວນ ຈາກຫຼາຍໆໜ່ວຍງານລັດຖະບານແລ້ວນັ້ນ.
ທ້າວ Hernandez-Vasquez ໄດ້ຈົ່ມວ່າ ລາວຮູ້ສຶກວ່າບໍ່ສະບາຍ ໃນເຊົ້າວັນອາທິດຜ່າມານີ້ ໃນສູນກາງປະກອບເອກກະສານ ທີ່ເມືອງ Rio Grande Valley ບ່ອນທີ່ລາວຖືກຄວບຄຸມຕົວນັ້ນ.
ການກວດສຸຂະພາບໂດຍແພດໝໍ ໃນມື້ນັ້ນ ໄດ້ລະບຸວ່າ ລາວເປັນໂຣກໄຂ້ຫວັດ Influenza A. ລາວໄດ້ຮັບໃບສັ່ງຢາ Tamiflu ຊຶ່ງແມ່ນຢາປົວເຊື້ອໄວຣັສດັ່ງກ່າວ ຊຶ່ງເຈົ້າໜ້າທີ່ກວດກາຊາຍແດນ ແມ່ນຄຸ້ນເຄີຍກັບກໍລະນີພວກນີ້ ໄດ້ບອກກັບພວກນັກຂ່າວ ໃນການໂອ້ລົມສົນທະນາທາງໂທລະສັບ ໃນວັນຈັນວານນີ້.
ຫຼັງຈາກນັ້ນ ລາວໄດ້ຖືກສົ່ງໄປທີ່ປ້ອມ Weslaco ໃນວັນອາທິດຜ່ານມານີ້ ແບບ “ແຍກໃຫ້ຢູ່ຄົນດຽວ” ແລະລໍຖ້າສົ່ງຕົວໄປຍັງສະຖານທີ່ປິນປົວເດັກ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່.
ເຈົ້າໜ້າທີ່ໄດ້ກວດອາການຂອງທ້າວ Hernandez-Vasquez ນຶ່ງຊົ່ວໂມງກ່ອນ ທີ່ລາວຈະເສຍຊີວິດ.
ຖ້າຫາກວ່າເດັກຊາຍຜູ້ນັ້ນ ແມ່ນເປັນໄຂ້ ບໍ່ສະບາຍ ມາໄດ້ 1 ສັບປະດາແລ້ວນັ້ນ ຕອນທີ່ເຈົ້າໜ້າທີ່ກັກຂັງລາວ ໃນວັນທີ 13 ພຶດສະພາ ໃກ້ໆກັບເມືອງຮີດາລໂກ ລັດເທັກຊັສ ຫຼັງຈາກ ທີ່ໄດ້ລັກລອບເຂົ້າມາໃນປະເທດຢ່າງຜິດກົດໝາຍ, ລາວບໍ່ໄດ້ສະແດງໃຫ້ເຫັນເຖິງອາການບໍ່ສະບາຍທີ່ຮ້າຍແຮງໃດໆເລີຍ ພໍທີ່ຈະສົ່ງສັນຍານໃຫ້ມີການຮັກສາພະຍາບານຢ່າງຮີບດ່ວນໃນລະດັບທີ່ສູງຂຶ້ນໄປຕື່ມ ອີງຕາມຄຳເວົ້າເຈົ້າໜ້າທີ່ໄດ້ກ່າວໄວ້.