ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານພົບວ່າ ອະດີດ ຈອມຜະເດັດການ ກົວເຕມາລາ ມີຄວາມຜິດ


ອະດີດຈອມຜະເດັດການກົວເຕມາລາ ທ່ານ Efrain Rios Montt ພວມຍ່າງອອກມາຈາກສານສູງສຸດ ຫຼັງຈາກການດຳເນີນຄະດີ ທີ່ນະຄອນກົວເຕມາລາຊີຕີ້ (9 ພຶດສະພາ 2013)
ອະດີດຈອມຜະເດັດການກົວເຕມາລາ ທ່ານ Efrain Rios Montt ພວມຍ່າງອອກມາຈາກສານສູງສຸດ ຫຼັງຈາກການດຳເນີນຄະດີ ທີ່ນະຄອນກົວເຕມາລາຊີຕີ້ (9 ພຶດສະພາ 2013)
ສານແຫ່ງນຶ່ງຂອງກົວເຕມາລາພົບເຫັນວ່າ ອະດີດຈອມຜະເດັດ
ການ Efrain Rios Montt ມີຄວາມຜິດ ຖານຂ້າລ້າງເຊື້ອຊາດ
ເຜົ່າພັນ ແລະກໍ່ອາດຊະຍາກຳ ຕ້ານມະນຸດຊາດ.

ຜູ້ພິພາກສາທີ່ນະຄອນຫຼວງກົວເຕມາລາຊີຕີ້ ໄດ້ຕັດສິນລົງໂທດ ອະດີດຈອມຜະເດັດການອາຍຸ 86 ປີທ່ານນີ້ໃຫ້ຈຳຄຸກເປັນເວລາ
80 ປີ ຄື 50 ປີ ສຳລັບຄວາມຜິດ ຂ້າລ້າງເຊື້ອຊາດເຜົ່າພັນ ແລະ
30 ປີ ສຳລັບການກໍ່ອາດຊະຍາກຳ ຕ້ານມະນຸດຊາດ.

ທ່ານ Rios Montt ໄດ້ຖືກຕັດສິນວ່າມີຄວາມຜິດ ໃນການອອກ
ຄຳສັ່ງ ໃຫ້ສັງຫານພວກຊົນເຜົ່າ Ixil Maya 1,771 ຄົນ ໃນລະ
ຫວ່າງທີ່ທ່ານດຳລົງຕຳແໜ່ງ ແຕ່ປີ 1982 ຫາ 1983.

ນາຍພົນເບ້ຍບຳນານຜູ້ນີ້ ໄດ້ປະຕິເສດຕໍ່ຂໍ້ຫາດັ່ງກ່າວໂດຍເວົ້າວ່າ ທ່ານບໍ່ເຄີຍຮູ້ຈັກກ່ຽວ
ກັບເລື່ອງນີ້ ຫຼືບໍ່ໄດ້ອອກຄຳສັ່ງ ໃຫ້ສັງຫານໝູ່ໃດໆ ໃນລະຫວ່າງທີ່ທ່ານຍັງກຳອຳນາດ.

ເປັນທີ່ຄາດກັນວ່າ ທ່ານຈະຂໍອຸທອນຕໍ່ຄຳຕັດສິນຂອງສານດັ່ງກ່າວ.
XS
SM
MD
LG