ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພູໄຟ ກົວເຕມາລາ ໄດ້ລະເບີດຂຶ້ນ ສົ່ງຜົນໃຫ້ຢ່າງໜ້ອຍ 25 ຄົນ ເສຍຊີວິດ


Guatemala Volcano
please wait
Embed

No media source currently available

0:00 0:00:46 0:00

ອົງການຄຸ້ມຄອງໄພພິບັດຂອງກົວເຕມາລາ ກ່າວວ່າ ຢ່າງໜ້ອຍ 25 ຄົນ ໄດ້ເສຍຊີວິດ
ຫຼັງຈາກທີ່ ພູໄຟ ໄດ້ລະເບີດຂຶ້ນ ໃນວັນອາທິດວານນີ້ ຢູ່ໃກ້ໆກັບ ນະຄອນຫຼວງ ກົວເຕ
ມາລາ ຊີຕີ ເຊິ່ງໄດ້ພົ່ນລາວາແຫຼວຮ້ອນໆ ອອກມາ ແລະ ປົກຄຸມພວກໝູ່ບ້ານ ທີ່ຢູ່ໃກ້
ຄຽງ ດ້ວຍຄວັນ ແລະ ຂີ້ເຖົ່າທີ່ໜາທຶບ.

ບັນດາເຈົ້າໜ້າທີ່ຮັບຜິດຊອບໄພພິບັດ ໄດ້ກ່າວວ່າ ການລະເບີດດັ່ງກ່າວ ໄດ້ສົ່ງຜົນ
ກະທົບ ຕໍ່ປະຊາຊົນ ຫຼາຍກວ່າ 1 ລ້ານຄົນ ໂດຍມີ 3,100 ຄົນ ໄດ້ພາກັນຍົກຍ້າຍ
ອອກຈາກພື້ນທີ່ອ້ອມແອ້ມ ພູໄຟ ແລະ 20 ຄົນ ຜູ້ທີ່ໄດ້ຮັບບາດເຈັບ ກໍໄດ້ຖືກນຳສົ່ງ
ໄປ ສູນຮັກສາສຸຂະພາບຕ່າງໆ.

ພວກທີມງານ ກຳລັງໃຫ້ການຊ່ອຍເຫຼືອ ປະຊາຊົນໃນແຂວງ ແອັສກູອິນລາ
ຊາກາເຕເປແກຊ ແລະ ຈຊິມາລເຕນານໂກ ແລະ ດຳເນີນພາລະກິດການຊອກຄົ້ນ
ຫາພວກຄົນ ຜູ້ທີ່ຫາຍສາບສູນໄປ.

“ມັນເປັນຄືກັບສາຍແມ່ນ້ຳ ຂອງລາວາທີ່ໄຫລລົ້ນຝັ່ງ ແລະໄດ້ສົ່ງຜົນກະທົບຕໍ່ໝູ່ບ້ານ
ໂຣດີໂອ. ມີພວກຄົນ ຜູ້ໄດ້ຮັບບາດເຈັບ ຖືກໄຟເຜົາ ແລະໄດ້ເສຍຊີວິດ”
ດັ່ງທີ່ທ່ານ
ເຊີຈີໂອ ກາບານັສ ຜູ້ປະສານງານໄພພິບັດແຫ່ງຊາດ ໄດ້ກ່າວຢູ່ໃນວິທະຍຸ. ທ່ານກ່າວ
ອີກວ່າ “ພວກເຮົາກຳລັງຍົກຍ້າຍ ແລະຊ່ອຍເຫຼືອປະຊາຊົນ ຢູ່.”

ທ່ານກາບານັສ ໄດ້ກ່າວວ່າ 4 ຄົນໄດ້ເສຍຊີວິດ ຢູ່ໃນບ້ານ ແອລ ໂຣດີໂອ ໃນເວລາ
ລາວາ ໄດ້ເຜົາຜານເຮືອນຂອງພວກເຂົາເຈົ້າ ແລະທ່ານໄດ້ບອກ ອົງການຂ່າວ ເອພີ
ວ່າ ເດັກນ້ອຍ 2 ຄົນຖືກໄພເຜົາຈົນເສຍຊີວິດ ຢູ່ເທິງຂົວແຫ່ງນຶ່ງ ໃນຂະນະທີ່ ກຳລັງ
ແນມເບິ່ງ ການລະເບີດຂອງພູໄຟ ຢູ່ນັ້ນ.

ເມືອງ ໂຟຍໂກ ຕັ້ງຢູ່ກ້ຳຕາເວັນຕົກສຽງໃຕ້ ຫ່າງຈາກນະຄອນຫຼວງ ກົວເຕມາລາ ຊີຕີ
ປະມານ 44 ກິໂລແມັດ ແລະ ຢູ່ໃກ້ກັບເມືອງ ແອນຕີກົວ ທີ່ສຸດນັ້ນ ເປັນແຫລ່ງທ່ອງທ່ຽວ
ທີ່ນິຍົມຫຼາຍທີ່ສຸດ.

ສ່ວນສະໜາມບິນ ສາກົນ ລາ ອໍໂຣລາ ກໍໄດ້ຖືກປິດໄວ້ ຍ້ອນໄພອັນຕະລາຍຕໍ່ ພວກ
ເຮືອບິນ ທີ່ເກີດຈາກຂີ້ເຖົ່ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG