ລັດຖະບານຂອງທ່ານໂອບາມາ ຈະສົ່ງພວກທີ່ຖືກກັກຂັງ 4 ຄົນ ໄປຍັງ Saudi Arabia
ຈາກສູນຄຸມຂັງທະຫານສະຫະລັດທີ່ອ່າວ Guantanamo ປະເທດ Cuba. ຊື່ແລະສັນຊາດ ຂອງພວກນັກໂທດທັງສີ່ ຍັງບໍ່ທັນມີລາຍລະອຽດເທື່ອ.
ລັດຖະບານຂອງທ່ານ ໄດ້ພະຍາຍາມເປັນຄັ້ງສຸດທ້າຍ ທີ່ຈະສົ່ງນັກໂທດຢ່າງນ້ອຍ 19 ຄົນ ໄປຍັງ 4 ປະເທດ ຮວມມີ ອິຕາລີ ໂອມານ Saudi Arabia ແລະສະຫະລັດ Arab Emirates ກ່ອນທີ່ທ່ານ Donald Trump ເຂົ້າສາບານຕົວເປັນປະທານາທິບໍດີສະຫະລັດ ໃນວັນທີ 20 ມັງກອນນີ້.
ທຳນຽບຫ້າແຈ ກ່າວວ່າ ການສົ່ງພວກນັກໂທດນີ້ ຍັງຈະສືບຕໍ່ ເຖິງແມ່ນຈະ ບໍ່ໄດ້ຮັບການເຫັນພ້ອມຈາກທ່ານ Trump ກໍຕາມ.
ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Trump ໃນວັນອັງຄານຜ່ານມານີ້ ໄດ້ສົ່ງສັນຍານຂອງທ່ານ ກ່ຽວກັບພວກທີ່ຖືກຄຸມຂັງໃນອ່າວ Guantanamo ຄວນຈະຖືກຄຸມຂັງຢູ່ທີ່ນັ້ນ
ຕໍ່ໄປ ເຖິງແມ່ນວ່າ ການທົບທວນຄືນຂອງໜ່ວຍງານພາຍໃນອົງການ ທີ່ ໄດ້ລະບຸວ່າ
ພວກນັກໂທດຫຼາຍໆຄົນນີ້ ຄົບກຳໜົດທີ່ຈະອອກຈາກທີ່ຄຸມຂັງໄດ້ແລ້ວ.
“ມັນບໍ່ຄວນມີການສົ່ງພວກນັກໂທດຈາກອ່າວ Guantanamo,” ຊຶ່ງນັ້ນແມ່ນຂໍ້ຄວາມຂອງທ່ານ Trump ທີ່ໄດ້ສົ່ງທາງ Twitter ແລະທ່ານ Trump ຍັງໄດ້ຂຽນຕໍ່ວ່າ “ຜູ້ຄົນ
ພວກນີ້ເປັນອັນຕະລາຍທີ່ຮຸນແຮງ ແລະບໍ່ຄວນຈະສົ່ງກັບເຂົ້າໄປໃນສະໜາມລົບ.”
ຖ້າຫາກວ່າ ແຜນການສົ່ງພວກນັກໂທດດັ່ງກ່າວນີ້ ໄດ້ຮັບຜົນສຳເລັດ ມັນຍັງຈະເຫຼືອນັກໂທດ ອີກ 40 ຄົນ ຊຶ່ງນັ້ນແມ່ນເຮັດໃຫ້ ຄຳໝັ້ນສັນຍາຂອງປະທານາທິບໍດີໂອບາມາທີ່ໄດ້ໃຫ້ໄວ້ ຈະປິດສະຖານທີ່ກັກຂັງດັ່ງກ່າວນີ້ລົງ ຕອນທີ່ທ່ານໄດ້ຖືກເລືອກເຂົ້າໃນຕຳແໜ່ງໃນຮອບທຳອິດນັ້ນ ປະສົບກັບຄວາມລົ້ມແຫຼວ.
ທ່ານ Trump ໄດ້ປະຕິຍານທີ່ຈະເປີດ ຄຸກທະຫານທີ່ອ່າວ Guantanamo ນີ້ໄວ້ຕໍ່ໄປ ແລະຈະ “ກັກຂັງພວກທີ່ບໍ່ດີໄວ້ຢູ່ທີ່ນັ້ນ.”
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ