ບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດຂອງສະຫະລັດ ປາກົດວ່າເຕັມໃຈທີ່ຈະສົ່ງ
ພວກກໍ່ການຮ້າຍ ທີ່ຈັບໄດ້ໄປຄຸມຂັງຕື່ມ ຢູ່່ອ່າວກວນຕານາໂມ ໃນປະເທດຄິວບາ ແຕ່
ເຫັນວ່າຄຸກດັ່ງກ່າວເປັນແຫຼ່ງສຸດທ້າຍ ເໝາະສົມທີ່ສຸດສຳລັບຜູ້ເປັນນັກລົບຫົວຮຸນແຮງ
ທີ່ບໍ່ສາມາດຄຸມຂັງໄວ້ຢ່າງປອດໄພຢູ່ແຫ່ງອື່ນໆ.
ໃນວັນພຸດທີ່ຜ່ານມາ ທຳນຽບຫ້າແຈໄດ້ສົ່ງຄຳແນະນຳ ທີ່ມີການແກ້ໄຂໃໝ່ໄປໃຫ້ທຳ
ນຽບຂາວ ກ່ຽວກັບລະບຽບການຄຸ້ມຄອງວ່າບຸກຄົນປະເພດໃດຈຶ່ງຈະຖືກ ສົ່ງໄປອ່າວ
ກວນຕານາໂມ ເຖິງແມ່ນບັນດາເຈົ້າໜ້າທີ່ໄດ້ລະມັດລະວັງວ່າ ໃນ ປັດຈຸບັນນີ້ ຍັງບໍ່ມີ
ການຍົກຍ້າຍໃໝ່ເທື່ອ.
ຫົວໜ້າໂຄສົກທຳນຽບຂາວ ທ່ານນາງເດນາ ໄວຕ໌ ກ່າວຕໍ່ບັນດານັກຂ່າວວ່າ “ໃນທີ່
ສຸດ ທຳນຽບຂາວກໍຈະຕັດສິນໃຈວ່າ ພວກເຮົາຈະດຳເນີນການຕໍ່ໄປຢ່າງໃດ.”
ທ່ານນາງກ່າວຕື່ມວ່າ “ນະໂຍບາຍຂອງພວກເຮົາກໍແມ່ນວ່າ ພວກເຮົາກຳລັງພະຍາ
ຍາມຊຸກຍູ້ໃຫ້ປະເທດຕ່າງໆ ຮັບເອົາປະຊາຊົນຂອງຕົນກັບຄືນໄປ ພວກເຮົາຈະສືບ
ຕໍ່ຊຸກຍູ້ກ່ຽວກັບເລື້ອງນີ້.”
ບໍ່ວ່າທຳນຽວຂາວ ຫຼືກະຊວງປ້ອງກັນປະເທດ ເຕັມໃຈທີ່ຈະໃຫ້ຄວາມເຫັນກ່ຽວກັບ
ລາຍລະອຽດຂອງຄຳແນະນຳໃໝ່.
ຖະແຫຼງການສະບັບນຶ່ງ ຂອງໂຄສົກກະຊວງປ້ອງກັນປະເທດ ໄດ້ຕີຄວາມໝາຍຢ່າງ
ກວ້າງຂວາງ ສຳລັບຜູ້ທີ່ຈະໄດ້ຮັບການຍົກຍ້າຍໄປຢູ່ອ່າວກວນຕານາໂມນັ້ນ ແມ່ນເປັນ
ບຸກຄົນ "ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ທີ່ສຳຄັນຕໍ່ຄວາມປອດໄພຂອງສະຫະ ລັດ."
ຊາຕາກຳ ຂອງສະຖານທີ່ຄຸມຂັງ ຊຶ່ງຄັ້ງນຶ່ງໄດ້ມີແຜນທີ່ຈະປິດລົງ ໄດ້ມີຄວາມສຳຄັນ
ເພີ້ມຂຶ້ນ ໃນຂະນະທີ່ການປະຕິບັດງານຂອງສະຫະລັດ ແລະແນວໂຮມ ຕໍ່ຕ້ານກຸ່ມກໍ່
ການຮ້າຍລັດອິສລາມ ໃນອີຣັກ ແລະຊີເຣຍ ເລີ້ມຫລຸດລົງ.
ປັດຈຸບັນນີ້ ກຳລັງທີ່ສະຫະລັດໜຸນຫຼັງຢູ່ໃນຊີເຣຍ ພວມຄຸມຂັງພວກນັກລົບຕ່າງປະ
ເທດຂອງກຸ່ມລັດອິສລາມ ຫຼາຍກວ່າ 400 ຄົນ ໃນຂະນະທີ່ອາດຫຼາຍກວ່ານັ້ນກຳລັງ
ຖືກຄຸມຂັງຢູ່ຄຸກຕ່າງໆ ແລະສະຖານທີ່ອື່ນໆຢູ່ໃນອີຣັກ. ວໍຊິງຕັນຕ້ອງ ການຢາກເຫັນ
ພວກເຂົາຖືກສົ່ງກັບຄືນໄປປະເທດທີ່ເປັນບ້ານເກີດຂອງພວກເຂົາ ແຕ່ວ່າຫຼາຍໆ
ປະເທດຍັງລັງເລໃຈ ທີ່ຈະຮັບເອົາພວກນັກລົບເຫຼົ່ານີ້ຄືນ.