ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເບິ່ງຄືວ່າ ທ່ານ ໂອບາມາ ຈະສົ່ງ ນັກໂທດອ່າວ ກວນທານາໂມ ໄປຕ່າງປະເທດ


ຫໍຄອຍເຝົ້າຍາມທີ່ບໍ່ຖືກໃຊ້ໃນຄ້າຍ Delta, ພາກສ່ວນໜຶ່ງຂອງ
ສູນກັກຂັງທີ່ຖານທັບນາວິກະໂຍທິນ ສະຫະລັດ ໃນອ່າວ ກວນທານາໂມ, ປະເທດ ຄິວບາ.
ຫໍຄອຍເຝົ້າຍາມທີ່ບໍ່ຖືກໃຊ້ໃນຄ້າຍ Delta, ພາກສ່ວນໜຶ່ງຂອງ ສູນກັກຂັງທີ່ຖານທັບນາວິກະໂຍທິນ ສະຫະລັດ ໃນອ່າວ ກວນທານາໂມ, ປະເທດ ຄິວບາ.

ທຳນຽບຂາວ ກ່າວວ່າ ປະທານາທິບໍດີ ບາຣັກ ໂອບາມາ ມີແຜນທີ່ຈະສົ່ງຜູ້ຕ້ອງສົງໄສກໍ່ ການຮ້າຍທີ່ຖືກຄວບຄຸມຕົວຢູ່ສູນກັກຂັງ ສະຫະລັດ ໃນອ່າວກວນທານາໂມ, ປະເທດ ຄິວບາ ໄປຕ່າງປະເທດ, ກ່ອນທ່ານຈະອອກຈາກຕຳແໜ່ງໃນວັນທີ 20 ມັງກອນທີ່ຈະມາ ເຖິງນີ້, ໂດຍປະຕິເສດການຮຽກຮ້ອງຂອງປະທານາທິບໍດີທີ່ຖືກເລືອກໃໝ່ທ່ານ Donald Trump ເພື່ອຢຸດການປ່ອຍຕົວພວກຄົນດັ່ງກ່າວ.

ທ່ານ Trump ໄດ້ກ່າວໃນວັນອັງຄານທີ່ຜ່ານມາ ໂດຍໃຊ້ຊື່ຫຼິ້ນສຳລັບອ່າວກວນທານາໂມ ໃນການຂຽນຂໍ້ຄວາມໃນ Twitter ຫຼາຍຄັ້ງ ກ່ຽວກັບ ຫຼາຍບັນຫາວ່າ “ມັນບໍ່ຄວນມີການ ປ່ອຍຕົວນັກໂທດຕື່ມອີກຈາກສູນກັກຂັງ Gitmo, ຄົນພວກນີ້ແມ່ນອັນຕະລາຍທີ່ສຸດ ແລະ ບໍ່ຄວນຖືກປ່ອຍກັບຄືນໄປສູ່ສະໜາມຮົບ.”

ແນວໃດກໍຕາມ, ພຽງບໍ່ເທົ່າໃດຊົ່ວໂມງຕໍ່ມາ, ໂຄສົກທຳນຽບຂາວ ທ່ານ Josh Ernest ກໍໄດ້ກ່າວວ່າ “ຂ້າພະເຈົ້າຄາດວ່າໃນຈຸດນີ້, ຈະມີການສົ່ງນັກໂທດເພີ່ມເຕີມອີກ” ກ່ອນ ທ່ານ ໂອບາມາ ຈະສິ້ນສຸດການດຳລົງຕຳແໜ່ງຜູ້ນຳປະເທດແປດປີ ແລະ ທ່ານ ທຣຳ ສາ ບານໂຕເປັນປະທານາທິບໍດີຄົນທີ 45 ຂອງປະເທດ.

ໃນເວລາທີ່ທ່ານ ໂອບາມາ ເຂົ້າດຳລົງຕຳແໜ່ງໃນປີ 2009, ທ່ານໄດ້ປະຕິຍານວ່າ ຈະປິດ ຄຸກໃນພາກຕາເວັນອອກສຽງໃຕ້ຂອງ ຄິວບາ, ໂດຍກ່າວວ່າ ສະຖານທີ່ກັກຂັງນີ້ ບໍ່ໄດ້ສະ ທ້ອນເຖິງຄຸນຄ່າຂອງປະຊາຊົນ ອາເມຣກັນ ຕໍ່ໂລກຍ້ອນວ່າ ນັກໂທດຫຼາຍຄົນຢູ່ທີ່ນັ້ນຖືກ ຈັບກຸມໂດຍບໍ່ຖືກດຳເນີນຄະດີ ແລະ ບາງຄົນກໍຖືກທໍລະມານ.

ອ່າວກວນທານາໂມ ເປັນບໍລິເວນທີ່ກວ້າງໃຫຍ່ໃນ ຄິວບາ ທີ່ຖືກ ສະຫະລັດ ເຊົ່າໄລຍະ ຍາວ ນັບຕັ້ງແຕ່ກ່ອນການປະຕິວັດຄອມມູນິສຂອງທ່ານ Fidel Castro, ມັນຖືກມອບ ໝາຍໃຫ້ເປັນສູນກັກຂັງໂດຍອະດີດປະທານາທິບໍດີທ່ານ George W. Bush ຫຼັງຈາກ ການໂຈມຕີກໍ່ການຮ້າຍໃນປີ 2001 ທີ່ໄດ້ເຮັດໃຫ້ປະຊາຊົນໃນນະຄອນ ນິວຢອກ ແລະ ວໍຊິຕັນ ເສຍຊີວິດເກືອບ 3,000 ຄົນ. ສູນດັ່ງກ່າວມີຈຸດປະສົງໃຫ້ເປັນບ່ອນກັກຂັງພວກ ນັກໂທດທີ່ຖືກຈັບກຸມໂດຍ ສະຫະລັດ ແລະ ພັນທະມິດຂອງພວກເຂົາເຈົ້າໃນການຕໍ່ສູ້ ກັບພວກ al-Qaida ແລະ ກຸ່ມກໍ່ການຮ້າຍອື່ນໆໃນຕາເວັນອອກກາງ ແລະ ອັຟການິສ ຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Guantanmo
please wait
Embed

No media source currently available

0:00 0:01:28 0:00

XS
SM
MD
LG