ການຝຶກຊ້ອມທະຫານທີ່ມີການເຂົ້າຮ່ວມຂອງຫລາຍປະເທດຢູ່ທີ່ເກາະກ໊ວາມໄດ້ຖືກ
ເລື່ອນເວລາອອກໄປ ໃນຂະນະທີ່ເຮືອຍົກພົນຂຶ້ນບົກຂອງຝຣັ່ງແລ່ນຕໍາກ້ອນຫີນໃນ
ວັນສຸກມື້ນີ້.
ຝຣັ່ງ, ອັງກິດ, ຍີ່ປຸ່ນ, ແລະສະຫະລັດ ພາກັນກຽມພ້ອມທີ່ຈະເຂົ້າຮ່ວມການຊ້ອມລົບ
ທີ່ແນໃສ່ໃຫ້ເຫັນເຖິງການສະໜັບະໜຸນແກ່ເສລີພາບການເດີນເຮືອໃນເຂດໜ່ານນໍ້າ
ສາກົນ ແລະເປັນການຕ້ານຄືນຕໍ່ການທີ່ຈີນເອົາທະຫານຂອງຕົນໄປປະຈໍາຢູ່ໃນຂົງ
ເຂດດັ່ງກ່າວ ນັບມື້ ນັບຫລາຍຂຶ້ນ.
ຍັງບໍ່ມີໃຜຮູ້ໄດ້ຢ່າງຈະແຈ້ງເທື່ອວ່າ ການຝຶກຊ້ອມດັ່ງກ່າວຈະກໍານົດໃຫ້ມີຂຶ້ນເມື່ອໃດ.
ຈີນໄດ້ອ້າງເອົາກໍາມະສິດຕໍ່ເຂດທະເລຈີໃຕ້ເກືອບໝົດ ຊຶ່ງເປັນເຂດທີ່ປະເທດດັ່ງກ່າວ
ໄດ້ສ້າງເກາະທຽມເຈັດແຫ່ງ ແລະພາໃຫ້ປະເທດອື່ນຕິຕຽນຢ່າງໜັກ.
ຈີນເວົ້າວ່າ ໝູ່ເກາະດັ່ງກ່າວຖືກສ້າງຂຶ້ນມາເພື່ອຮັບໃຊ້ຈຸດປະສົງທາງພົນລະເຮືອນ
ໂດຍສະເພາະກໍຄື ເພື່ອປົກປ້ອງກໍາປັ່ນບັນທຸກສິນຄ້າທີ່ມີມູນຄ່າ ປະມານ 5 ພັນຕື້ໂດ
ລາຕໍ່ປີ ທີ່ເດີນທາງໄປຜ່ານເຂດໜ່ານນໍ້ານັ້ນ.
ຈີນໄດ້ປະຕິເສດຂໍ້ກ່າວຫາທີ່ເວົ້າວ່າ ປະເທດຈີນ ກໍາລັງຫັນເອົາເຂດທະເລຈີນໃຕ້
ໃຫ້ເປັນ ເຂດທີ່ມີທະຫານປະຈໍາຢູ່ ເຖິງແມ່ນວ່າ ນາຍົກລັດຖະມົນຕີຈີນ ທ່ານ Li
Keqiang ຈະເວົ້າວ່າ ອຸປະກອນທີ່ນໍາໄປໃຊ້ ຢູ່ໃນໝູ່ເກາະນັ້ນ ແມ່ນເພື່ອຮັກສາ
"ເສລີພາບໃນການເດີນເຮືອ" ກໍຕາມ.
ຈີນໄດ້ໃຫ້ຄໍາຮັບປະກັນວ່າ ຕົນຈະບໍ່ກີດຂວາງການເດີນທາງຂອງກໍາປັ່ນຕ່າງໆ ຫລື
ເຮືອບິນຢູ່ໃນເຂດດັ່ງກ່າວ ເຖິງແມ່ນວ່າ ຄົນຍັງມີຄວາມສົງໄສກັນວ່າ ເປັນຫຍັງຈຶ່ງມີ
ເຮືອລົບ ແລະເຮືອບິນລົບຂອງທະຫານຢູ່ທີ່ນັ້ນ.
ອ່ານຂ່າວທີ່ກ່ຽວຂ້ອງ ເພີ້ມເຕີມເປັນພາສາອັງກິດ