ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ. ກວາ​ອີ​ໂດເຕືອ​ນ​ວ່າ ການ​ບໍ່​ໃຫ້​ເຄື່ອງ​ຊ່ວຍ​ເຫລືອ​​ ເຂົ້າໄປ​ເວ​ເນ​ຊູ​ເອ​ລາໄດ້ ກາຍເປັນ "ການກໍ່​ອາດ​ຊະ​ຍາ​ກຳ ​ຕ້ານ​ມະ​ນຸດ​ຊາດ".


Guaido Calls for Support for Venezuela's Transition to Democracy
please wait

No media source currently available

0:00 0:02:29 0:00

ທ່ານ ກວາ​ອີ​ໂດ ຂໍ​ຄວາມ​ຊ່ວຍ​ເຫລືອ​ແກ່​ເວ​ເນ​ຊູ​ເອ​ລາໃນໄລ​ຍະ ​ຂ້າມ​ຜ່ານ

ທ່ານ ຮ​ວານ ກວາ​ອີ​ໂດ (Juan Guaido) ທີ່ຖືກ​ຮັບ​ຮູ້ ​ຈາກ​ສະ​ຫະ​ລັດ ແລະອີກ​ປະ​ມານ 50 ປະ​ເທດ​ ວ່າ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ໄລ​ຍະ​ຂ້າມ​ຜ່ານ​ຂອງ​ເວ​ເນ​ຊູ​ເອ​ລານັ້ນ ໄດ້​ເຕືອນ​ພວກ​ທະ​ຫານໃນ​ວັນ​ອາ​ທິດ​ວານນີ້​ວ່າ ການ​ສະ​ກັດ​ກັ້ນ ​ບໍ່​ໃຫ້​ເຄື່ອງ​ຊ່ວຍ​ເຫລືອ​ດ້ານ​ມະ​ນຸດ​ສະ​ທຳ​ ເຂົ້າໄປ​ໃນເວ​ເນ​ຊູ​ເອ​ລາ ແມ່ນເປັນ "ການກໍ່​ອາດ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ" ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ "ເກືອບ​ວ່າ​ກາຍເປັນ​ຜູ້​ຂ້າ​ລ້າງ​ເຜົ່​າ​ພັນ."

ທ່ານ​ກ່າວ​ຕໍ່​ໄປ​ອີກວ່າ "ມີ​ຄົນ​ທີ່​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ເລື້ອງນີ້ ແລະ​ຜູ້​ກຳ​ອຳ​ນາດ​ຮູ້​ເລື້ອງນີ້​ດີ. ນີ້​ຄື​ການກໍ່​ອາດ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ, ພວກຜູ້​ຊາຍ​ທີ່​ປະ​ກອບ​ອາ​ວຸດເອີ້ຍ.” ທ່ານ​ໄດ້​ກ່າວ​ຄຳ​ເຫັນ​ເຫລົ່າ​ນັ້ນ​ຕໍ່​ທະ​ຫານ​ທີ່​ຖືກ​ສົ່ງ​ໄປ​ປະ​ຈຳ​ຢູ່​ຂົວ​ທີ່​ເຊື່ອມ​ຕໍ່​ລະ​ຫວ່າງເວ​ເນ​ຊູ​ເອ​ລາກັບ​ໂຄ​ລອມເບຍ.

ການ​ຂົນ​ສົ່ງ​ອາ​ຫານ, ຢາ, ແລະ​ເຄື່ອງ​ຊ່ວຍ​ເຫລືອ​ດ້ານ​ມະ​ນຸດ​ສະ​ທຳ
ແມ່ນ​ຄ້າງ​ຢູ່​ໃນ​ຟາກ​ຂອງ​ໂຄ​ລອມ​ເບຍ ໂດຍ​ທີ່​ມີ​ຖັງ​ບັນ​ຈຸ​ນ້ຳ​ມັນແລະ ລົດ​ບັນ​ທຸກ​ໃຫຍ່​ສອງ​ຄັນ​ຕັນ​ຢູ່​ກາງ​ເຄິ່ງ​ຂອງ​ຂົວ​ໄວ້.

ທ່ານ ນີ​ໂຄ​ລັ​ສ ມາ​ດູ​ໂຣ, ປະ​ທາ​ນາ​ທິ​ບໍ​ດີ​ເວ​ເນ​ຊູ​ເອ​ລາ ​ສັ່ງ​ໃຫ້​ທະ​ຫານ​ສະ​ກັດ​ກັ້ນ​ ບໍ່​ໃຫ້​ເຄື່ອງ​ຊ່ວຍ​ເຫລືອ​ດັ່ງ​ກ່າວ​ຂ້າມ​ຊາຍ​ແດນໄປ​ໄດ້.

ທ່ານ​ມາ​ດູ​ໂຣ​ເວົ້າ​ວ່າ ການ​ຊ່ວຍ​ເຫລືອ​ຂອງ​ສະ​ຫະ​ລັດ ເປັນ​ສ່ວນ​ນຶ່ງ​ຂອງ​ການ​ວາງ​ແຜນ​ທີ່​ຈະ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ຂອງ​ທ່ານ ແລະ​ເວົ້າ​ວ່າ ເວ​ເນ​ຊູ​ເອ​ລາບໍ່​ຕ້ອງ​ການ​ໃຫ້​ເປັນ​ແບບນັ້ນ​.

ແຕ່​ວ່າ ບັນ​ດາ​ທ່ານ​ໝໍເວ​ເນ​ຊູ​ເອ​ລາ​ທີ່​ເປັນ​ສ່ວນ​ນຶ່ງ​ໃນ​ການ​ທຳ​ການ​ປະ​ທ້ວງ​ໃນ​ວັນ​ອາ​ທິດ​ວານນີ້​ໄດ້​ກ່າວ​ຫາ​ທ່ານ ມາ​ດູ​ໂຣ​ວ່າ ກຳ​ລັງ​ເຮັດ​ໃຫ້ຂະ​ແໜງ​ການ​ແພດ​ຂອງເວ​ເນ​ຊູ​ເອ​ລາ ​ຈົມ​ລົງ​ໄປ​ຢູ່​ໃນ​ລະ​ດັບ "ທີ່​ລ້າ​ສະ​ໄໝ".

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້

US Humanitarian Aid Delivered to Colombia for Venezuelans in Need
please wait

No media source currently available

0:00 0:02:40 0:00

ທ່ານ​ມາດູ​ໂຣ ໄດ້ໄປ​ປາ​ກົດ​ໂຕ ຢູ່​ໂທ​ລະ​ພາບ​ຂອງ​ລັດ​ໃນ​ວັນ​ອາ​ທິດ​ວານນີ້ ໂດຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ລະ​ບົບປ້ອງ​ກັນ​ເຮືອ​ບິນ​ລົ​ບ ແລະ​ອາ​ວຸດ​ປະ​ເພດ​ອື່ນ ທີ່​ທ່ານ​ເວົ້​າ​ວ່າ​ ຈະ​ເຮັດ​ໃຫ້​ຕົວ​ເມືອງ​ຕ່າງໆ​ຂອງ ເວ​ເນ​ຊູ​ເອ​ລາ "ໜຽວ​ແໜ້ນບໍ່​ສາ​ມາດ​ຕີ​ໄດ້."

"​ພວກ​ເຮົາ​ເປັນ​ຄົນ​ທີ່​ຮັກ​ຫອມ​ສັນ​ຕິ​ພາບ​ຕາບ​ໃດ​ທີ່ບໍ່​ມີ​ແນວ​ມາ​ລົບ​ກວນ​ພວກເຮົາ, ຂໍ​ແຕ່​ວ່າ ດໍ​ໂນ​ລ ທ​ຣຳ​ ບໍ່​ທຳ​ການ​ຂົ່ມ​ຂູ່​ພວກ​ເຮົາ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ມາ​ດູ​ໂຣ. ທ່ານ​ກ່າວ​ຕໍ່​ໄປ​ວ່າ “ດໍ​ໂນ​ລ​ ທ​ຣຳ ອອກ​ໄປ​ຈາກ ເວ​ເນ​ຊູ​ເອ​ລາ ​ດຽວນີ້. ອອກ​ໄປ​ພ້ອມ​ກັບ​ຄຳ​ນາບ​ຂູ່​ຂອງ​ຕົນ, ມີ​ກຳ​ລັງ​ທະ​ຫານ​ທີ່​ປະ​ກອບ​ອາ​ວຸດ​ຢູ່​ໜີ້ ແລະ​ກໍມີ​ປະ​ຊາ​ຊົນ​ທີ່​ປົກ​ປ້ອງ​ກຽດ, ສັກ​ສີ ແລະຄວາມ​ດີ​ງາມ​ຂອງ​ຕົນ​ໄວ້."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG