ປະທານາທິບໍດີໄລຍະຂ້າມຜ່ານເວເນຊູເອລາ ທ່ານຮວນ ກວາອີໂດ ໄດ້ຮ້ອງຂໍການສະ
ໜັບສະໜູນຈາກສາກົນ ເພື່ອນຳເອົາປະຊາທິປະໄຕມາສູ່ເວເນຊູເອລາ ເພື່ອປາດສະ
ຈາກການນອງເລືອດຂຶ້ນໄປຕື່ມ. ສະຫະລັດ ໄດ້ກ່າວຫາອະດີດຜະເດັດການເວເນຊູ
ເອລາ ທ່ານນິໂກລັສ ມາດູໂຣ ວ່າກີດກັ້ນການຊ່ວຍ ເຫຼືອມະນຸດສະທຳແກ່ປະຊາຊົນ
ທີ່ມີຄວາມຕ້ອງການຢ່າງຮີບຮ້ອນ. ນັກຂ່າວ ວີໂອເອ ຊະລາຕິກາ ໂຮກ ມີລາຍງານ
ວ່າ ຫຼາຍຄົນພາກັນຮຽກຮ້ອງໃຫ້ທ່ານມາດູໂຣລາອອກ ໃນຂະນະທີ່ຜູ້ກ່ຽວຍັງອອນ
ຊອນກັບການສະໜັບສະໜູນຈາກຄິວບາ ແລະຣັດເຊຍຢູ່ຊຶ່ງ ກິ່ງສະຫວັນ ຈະນຳລາຍ
ລະອຽດມາສະເໜີທ່ານຕໍ່ໄປ.
ທ່ານກວາອີໂດ ກ່າວຢູ່ໃນການໃຫ້ສຳພາດອອກອາກາດໃນວັນພະຫັດທີ່ຜ່ານມາວ່າ
ທ່ານຈະຮັບເອົາການໄກ່ເກ່ຍຈາກ ພະສັນຕະປາປາແຟຣນຊິສ ທີ່ໄດ້ຮ້ອງຂໍໂດຍອະ
ດີດປະທານາທິບໍດີ ນິໂກລັສ ມາດູໂຣ ແຕ່ໄດ້ວາງເງື່ອນໄຂວ່າການສົນທະນາໃດໆ
ຈະຕ້ອງໄດ້ເລີ້ມຈາກການເຈລະຈາເລື້ອງການອອກໄປຂອງທ່ານມາດູໂຣ.
ທ່ານຮວນ ກວາອີໂດ ປະທານາທິບໍດີໄລຍະຂ້າມຜ່ານ ກ່າວວ່າ “ຂ້າພະເຈົ້າຍື່ນມືຫາ
ທຸກໆຄົນ ຮວມທັງພະພໍ່ຜູ້ເປັນເຈົ້າ ທຸກໆຄົນທີ່ສາມາດຊ່ວຍພວກເຮົາໄດ້ເພື່ອໃຫ້
ສິ້ນສຸດການປົກຄອງຜູ້ຊ່ວງຊິງອຳນາດ ແລະໃຫ້ມີການເລືອກຕັ້ງຢ່າງເສລີ ທີ່ຈັດ
ຂຶ້ນຢູ່ໃນເວເນຊູເອລາໃນບໍ່ຊ້ານີ້.
ທ່ານກວາອີໂດ ກ່າວວ່າ ຕະຫຼອດມາ ທ່ານມາດູໂຣ ໄດ້ປະຕິເສດບໍ່ລາອອກ ເຖິງແມ່ນ
ຈະມີການປະທ້ວງຢ່າງໃຫຍ່ ທີ່ເຮັດໃຫ້ຫຼາຍສິບຄົນເສຍຊີວິດກໍຕາມ. ນອກນັ້ນປະຊາ
ຊົນກໍໄດ້ເສຍຊີວິດຍ້ອນຄວາມໂຫຍຫີວ.
ທ່ານກວາອີໂອ ກ່າວວ່າ “ທຸກໆມື້ ພວກເຮົານັບຊີວິດຂອງຄົນ. ທຸກໆມື້ ຊີວິດເດັກ
ນ້ອຍໄດ້ສູນເສຍໄປ ເພາະວ່າບໍ່ມີອາຫານກິນພຽງພໍ ຫຼືອະນາຄົດຕົກຢູ່ໃນອັນຕະ
ລາຍ ເພາະວ່າບໍ່ມີອາຫານ ສຳລັບຮ່າງກາຍ ຫຼືດ້ານຈິດໃຈ. ທັງໝົດນີ້ແມ່ນມີຢູ່
ໃນຂອບເຂດຈຳກັດ.ເວລາກຳລັງຈະໝົດລົງສຳລັບພວກເຮົາເພື່ອໃຫ້ບັນລຸໂອກາດ
ເພື່ອທຳການປ່ຽນແປງອັນນີ້."
ທັງສະຫະລັດ ແລະອີກປະມານ 50 ປະເທດ ໄດ້ຮັບຮູ້ ທ່ານກວາອີໂດ ວ່າເປັນປະທານາ
ທິບໍດີໄລຍະຂ້າມຜ່ານ. ທູດພິເສດທີ່ຖືກແຕ່ງຕັ້ງໃໝ່ຂອງສະຫະລັດ ປະຈຳເວເນຊູເອລາ
ທ່ານແອລລິອັອດ ໄດ້ເຕືອນໃນວັນພະຫັດທີ່ຜ່ານມາວ່າ ທ່ານມາດູໂຣ ຍຶດເອົາປະຊາ
ຊົນຂອງຕົນເອງໄວ້ເປັນໂຕປະກັນ.
ທ່ານ ເອບຣຳສ໌ ກ່າວວ່າ “ໃນຂະນະທີ່ທ່ານກົວອີໂດ ຮຽກຮ້ອງເອົາການຊ່ວຍເຫຼືອ
ດ້ານມະນຸດສະທຳໄປໃຫ້ແກ່ປະຊາຊົນເວເນຊູເອລາ ທ່ານມາດູໂຣ ຊໍ້າພັດດຳເນີນ
ກີດກັ້ນບໍ່ໃຫ້ເຂົ້າເຖິງການຊ່ວຍເຫຼືອສາກົນ ແລະປະຕິເສດ ຄວາມຈຳເປັນພື້ນຖານ
ຂອງຊາວເວເນຊູເອລາ ທີ່ເຂົາເຈົ້າຕ້ອງການ ນອກຈາກວ່າ ເຂົາເຈົ້າຈະປະກາດວ່າ
ຄວາມເຈົ້າຈົງຮັກພັກດີຕໍ່ຜູ້ກ່ຽວ.”
ປະທານາທິບໍດີດໍໂນລ ທຣຳ ຍັງບໍ່ທັນໄດ້ຕັດສິນໃຈເຖິງຄວາມເປັນໄປໄດ້ ວ່າຈະໃຊ້
ການທະຫານເພື່ອເຂົ້າແຊກແຊງຢູ່ໃນເວເນຊູເອລາ. ຢູ່ໃນການສຳພາດພິເສດເປັນ
ເທື່ອທຳອິດກັບ ວີໂອເອ ໃນວັນພະຫັດທີ່ຜ່ານມາ ນາຍພົນເຮືອ ທ່ານ ເກຣກ ຟອລ
ເລີຣຜູ້ບັນຊາການພາກໃຕ້ສະຫະລັດ ກ່າວວ່າ ການປະພຶດຂອງຈີນ ແລະຣັດເຊຍ ທີ່
ພວມເປັນໄປຢູ່ໃນເວເນຊູເອລາ ແມ່ນເປັນໜ້າຢາກເບິ່ງ.”
ນາຍພົນຟອລເລີ ກ່າວວ່າ “ຈີນເປັນປະເທດມະຫາອຳນາດເສດຖະກິດ ທີ່ກຳລັງ
ເຕີບໂຕແລະເຂົາເຈົ້າມີເສດຖະກິດທີ່ຖືກຕ້ອງ ແລະຜົນປະໂຫຍດດ້ານທຸລະກິດ
ຢູ່ທົ່ວໂລກ ເຂົາເຈົ້າບໍ່ໄດ້ຖືເອົາຕາມກົດລະບຽບຢູ່ໃນປຶ້ມ. ໃນທາງກົງກັນຂ້າມ
ຣັດເຊຍເກືອບວ່າກາຍເປັນໝີທີ່ໄດ້ຮັບບາດເຈັບ ພວມຂາດສະມັດຖະພາບລົງໄປ.”
ນາຍພົນຟອລເລີຣ ກ່າວວ່າ ຣັດເຊຍໃຫ້ການສະໜັບສະໜູນແກ່ລະບອບ ຢູ່ໃນຄິວບາ
ນິກາຣາກົວ ແລະເວເນຊູເອລາ ແລະຂະຫຍາຍການໂຄສະນາຊວນ ເຊື່ອຕ້ານສະຫະ
ລັດ ເພື່ອຄວາມເຂັ້ມແຂງເອົາທີ່ໝັ້ນຢູ່ທີ່ນັ້ນ. ແຕ່ທ່ານກ່າວວ່າ ສ່ວນໃຫຍ່ຂອງປະເທດ
ອາເມຣິກາໃຕ້ປະເທດອື່ນໆ ແມ່ນເປັນຄູ່ຮ່ວມງານກັບສະຫະລັດ ເພື່ອສະໜັບສະໜູນ
ປະຊາທິປະໄຕຢູ່ໃນຂົງເຂດດັ່ງກ່າວ.