ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ກວາ​ອີ​ໂດ ຮຽກ​ຮ້ອງ ​ໃຫ້ຈັດ​ການ​ປະ​ທ້ວງໃນ ເວ​ເນ​ຊູ​ເອ​ລາ ກ່ອນ​ທ່ານ​ເດີນ​ທາງ​ກັບ


ຜູ້​ນຳ​ຝ່າຍ​ຄ້ານ​ ເວ​ເນ​ຊູ​ເອ​ລາ ແລະ ຜູ້​ທີ່​ປະ​ກາດ​ຕົນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ຊົ່ວ​ຄາວ ທ່ານ ຮວນ ກວາ​ອີ​ໂດ, ກາງ, ຖ່າຍ​ຮູບ​ກັບ​ເດັກ​ນ້ອຍຄົນ​ນຶ່ງກ່ອນ​ເດີນ​ທາງ​ອອກ​ຈາກ​ໂຮງ​ແຮມ ໃນ​ເມືອງ ຊາ​ລີ​ນາ​ສ, ປະ​ເທດ ເອ​ກົວ​ດໍ. 3 ມີ​ນາ, 2019.
ຜູ້​ນຳ​ຝ່າຍ​ຄ້ານ​ ເວ​ເນ​ຊູ​ເອ​ລາ ແລະ ຜູ້​ທີ່​ປະ​ກາດ​ຕົນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ຊົ່ວ​ຄາວ ທ່ານ ຮວນ ກວາ​ອີ​ໂດ, ກາງ, ຖ່າຍ​ຮູບ​ກັບ​ເດັກ​ນ້ອຍຄົນ​ນຶ່ງກ່ອນ​ເດີນ​ທາງ​ອອກ​ຈາກ​ໂຮງ​ແຮມ ໃນ​ເມືອງ ຊາ​ລີ​ນາ​ສ, ປະ​ເທດ ເອ​ກົວ​ດໍ. 3 ມີ​ນາ, 2019.

ຜູ້​ນຳ​ຝ່າຍ​ຄ້ານ ເວ​ເນ​ຊູ​ເອ​ລາ ທ່າ​ນ ຮວນ ກວາ​ອີ​ໂດ ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ ເວ​ເນ
ຊູເອລາ ອອກໄປປະທ້ວງຕາມທ້ອງຖະໜົນໃນວັນຈັນມື້ນີ້ ເພື່ອໃຫ້ສອດຄ່ອງກັບການ
ເດີນທາງກັບ ຕາມແຜນການຂອງທ່ານ ຫຼັງຈາກໄດ້ໄປຢາມບັນດາພັນທະມິດ ອາເມຣິ
ກັນ ລາຕິນ.

ທ່ານ ກວາ​ອີ​ໂດ ໄດ້​ຂຽນ​ໃນ​ທວິດ​ເຕີ​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ປະ​ກາດ​ການ​ເດີນ​ທາງ​ກັບ​ປະ​
ເທດ. ຂ້າພະເຈົ້າຂໍຮຽກຮ້ອງໃຫ້ປະຊາຊົນ ເວເນຊູເອລາ ຈົ່ງເຄື່ອນໄຫວທົ່ວປະເທດ
ມື້ອື່ນຕອນ 11 ໂມງເຊົ້າ.”

ຜູ້​ນຳ​ຝ່າຍ​ຄ້ານ​ຄາດ​ວ່າ ​ຈະ​ເດີນ​ທາງ​ຮອດ​ນະ​ຄອນຫຼວງ ຄາ​ຣາ​ກັ​ສ ໃນ​ວັນ​ຈັນ​ມື້ນີ້. ໃນ​
ວັນອາທິດວານນີ້, ທ່ານໄດ້ເດີນທາງອອກຈາກເມືອງ ຊາລີນາສ ທີ່ຕັ້ງຢູ່ ຕາມຊາຍຝັ່ງ
ປະເທດ ເອກົວດໍ ຂຶ້ນເຮືອບິນກອງທັບອາກາດ ເອກົວດໍ ຫຼັງຈາກໄດ້ພົບປະກັບປະທາ
ນາທິບໍດີ ເອກົວດໍ ທ່ານ ເລນິນ ໂມເຣໂນ. ແຜນການເດີນທາງຂອງທ່ານບໍ່ໄດ້ຖືກເປີດ
ເຜີຍຕໍ່ສາທາລະນະ, ແຕ່ໂຄສົກຄົນນຶ່ງໄດ້ເວົ້າວ່າ ທ່ານ ກວາອີໂດ ຈະເດີນທາງຮອດ
ນະຄອນຫຼວງ ຄາຣາກັສ ທັນເວລາ ສຳລັບລະດູການສະເຫຼີມສະຫຼອງ, ເຊິ່ງຈະເລີ່ມຂຶ້ນ
ໃນວັນຈັນມື້ນີ້.

ທ່ານ ກວາ​ອີ​ໂດ ໄດ້​ກ່າວ​ວ່າ ທ່ານ​ຄາດ​ວ່າ​ຈະ​ຖືກ​ຈັບ​ກຸມ​ຕອນ​ທີ່​ທ່ານ​ເດີນ​ທາງ​ກັບ.

ທ່ານ ກວາ​ອີ​ໂດ, ທີ່​ຖືກ​ຮັບ​ຮູ້​ໂດຍ ສະ​ຫະ​ລັດ ແລະ 50 ປະ​ເທດ​ອື່ນໆ​ວ່າ​ເປັນ​ປະ​ທາ​ນາ
ທິບໍດີຊົ່ວຄາວຂອງ ເວເນຊູເອລາ ນັ້ນ, ຈະເດີນທາງກັບໄປສະພາແຫ່ງຊາດຂອງ ເວເນ
ຊູເອລາ. ທ່ານໄດ້ໃຊ້ອຳນາດຂອງທ່ານ ເພື່ອໃຊ້ລັດຖະທຳມະນູນ ປະກາດການນຳພາ
ຂອງປະທານາທິບໍດີ ນິໂຄລັສ ມາດູໂຣ ວ່າບໍ່ຖືກຕ້ອງຕາມກົດໝາຍ ຍ້ອນການສໍ້ໂກງ
ການເລືອກຕັ້ງ ແລະ ປະກາດຕົນເອງເປັນປະທານາທິບໍດີ ຊົ່ວຄາວ.

ໃນ​ອາ​ທິດ​ແລ້ວນີ້ ທ່ານ ກວາ​ອີ​ໂດ ໄດ້​ພົບ​ປະ​ກັບ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ
ໄມຄ໌ ເພັນສ໌ ແລະ ຜູ້ນຳໃນພາກພື້ນຄົນອື່ນໆໃນນະຄອນຫຼວງ ໂບໂກຕາ ປະເທດ
ໂຄລອມເບຍ, ແລະ ຕໍ່ມາໄດ້ເດີນທາງໄປປະເທດ ບຣາຊິລ ແລະ ປາຣາກວາຍ.

ສະ​ຫະ​ລັດ ໄດ້​ຂະ​ຫຍາຍ​ການ​ກົດ​ດັນ​ຂອງ​ເຂົາ​ເຈົ້າ​ຕໍ່ ເວ​ເນ​ຊູ​ເອ​ລາ ໃນ​ວັນ​ສຸກ​ທີ່​ຜ່ານ​
ມາ, ດ້ວຍການວາງມາດຕະການລົງໂທດ ຕໍ່ເຈົ້າໜ້າທີ່ຮັກສາຄວາມປອດໄພລະດັບສູງ
6 ຄົນ ພ້ອມກັບຖອນວີຊາຂອງເຈົ້າໜ້າທີ່ລະດັບສູງຄົນອື່ນໆ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG