ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ກວາ​ອີ​ໂດ ຮຽກ​ຮ້ອງ​ ໃຫ້ຈັດການ​ປະ​ທ້ວງ​ຄັ້ງ​ໃຫຍ່ ຢູ່​ຕາມ​ຖະ​ໜົນ


ຜູ້​ທີ່​ປະ​ກາດ​ຕົນ​ເອງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ ເວ​ເນ​ຊູ​ເອ​ລາ ທ່ານ ຮວນ ກວາ​ອີ​ໂດ ທັກ​ທາຍ​ຜູ້​ສະ​ໜັບ​ສະ​ໜູນ ​ໃນ​ນະ​ຄອນຫຼວງ ຄາ​ຣາ​ກັ​ສ, ປະ​ເທດ ເວ​ເນ​ຊູ​ເອ​ລາ. 30 ເມ​ສາ, 2019.
ຜູ້​ທີ່​ປະ​ກາດ​ຕົນ​ເອງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ ເວ​ເນ​ຊູ​ເອ​ລາ ທ່ານ ຮວນ ກວາ​ອີ​ໂດ ທັກ​ທາຍ​ຜູ້​ສະ​ໜັບ​ສະ​ໜູນ ​ໃນ​ນະ​ຄອນຫຼວງ ຄາ​ຣາ​ກັ​ສ, ປະ​ເທດ ເວ​ເນ​ຊູ​ເອ​ລາ. 30 ເມ​ສາ, 2019.

ທ່ານ ຮວນ ກວາ​ອີ​ໂດ ທີ່​ໄດ້​ປະ​ກາດ​ຕົນ​ເອງ​ ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ ເວ​ເນ​ຊູ​ເອ​ລາ
ໄດ້ຮຽກຮ້ອງໃຫ້ຈັດການປະທ້ວງຄັ້ງໃຫຍ່ຕາມທ້ອງຖະໜົນອີກມື້ນຶ່ງ ໃນວັນພຸດມື້ນີ້
ເພື່ອພະຍາຍາມ ແລະ ເຮັດໃຫ້ທ່ານ ນິໂຄລັສ ມາດູໂຣ ແນ່ໃຈວ່າທ່ານຕ້ອງອອກຈາກ
ຕຳແໜ່ງ.

ທ່ານ ກວາ​ອີ​ໂດ ໄດ້​ກ່າວ​ໃນ​ຕອນ​ຄ່ຳ​ຂອງວັນ​ອັງ​ຄານ​ວານນີ້​ວ່າ ການ​ກ່າວ​ອ້າງ​ຂອງ​
ທ່ານ ມາດູໂຣ ທີ່ວ່າທ່ານຍັງໄດ້ຮັບຄວາມເຄົາລົບ ແລະ ການສະໜັບສະໜູນຂອງ
ກອງທັບນັ້ນແມ່ນຜິດ.

ທ່ານ​ເວົ້າ​ວ່າ ການ​ປະ​ທ້ວງ​ຕໍ່​ຕ້ານ​ທ່ານ ມາ​ດູ​ໂຣ ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ໂລກ ແລະ
ວ່າປະຊາຊົນໄດ້ກົດດັນລະບອບການປົກຄອງດັ່ງກ່າວຢ່າງບໍ່ຢຸດຢັ້ງ.

ທ່ານ ມາ​ດູ​ໂຣ ໄດ້​ປາ​ກົດ​ຕົວ​ໃນ​ໂທ​ລະ​ພາບ​ ເວ​ເນ​ຊູ​ເອ​ລາ ເພື່ອ​ເວົ້າ​ວ່າ ຝ່າຍ​ຄ້ານ​ແມ່ນ
ກຳລັງພະຍາຍາມທີ່ຈະ “ຕັ້ງລັດຖະບານທີ່ບໍ່ຖືກຕ້ອງຕາມກົດໝາຍ” ເຊິ່ງໄດ້ຮັບການ
ໜູນຫຼັງໂດຍ ສະຫະລັດ ແລະ ໂຄລົມເບຍ. ທ່ານກ່າວວ່າ ເວເນຊູເອລາ ໄດ້ຕົກເປັນຜູ້
ເຄາະຮ້າຍຂອງການຄຸກຄາມທຸກຮູບແບບ.

ໃນ​ວັນ​ອັງ​ຄານ​ວານນີ້ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ຂົ່ມ​ຂູ່ ຄິວ​ບາ ດ້ວຍ “ການ​
ເກືອດຫ້າມຢ່າງເຕັມທີ່ ແລະ ຄົບຊຸດ” ແລະ ມາດຕະການລົງໂທດໃນລະດັບທີ່ສູງທີ່ສຸດ”
ຖ້າເຂົາເຈົ້າບໍ່ຢຸດການສະໜັບສະໜູນທາງທະຫານ ແລະ ອື່ນໆແກ່ ເວເນຊູເອລາ ໃນ
ທັນທີ.

ຫຼາຍ​ນາ​ທີຕໍ່ມາ ຫຼັງ​ຈາກ​ທີ່​ທ່ານ​ ທ​ຣຳ ໄດ້​ຂຽນ​ຂໍ້​ຄວາມ​ດັ່ງ​ກ່າວລົງ​ໃນ​ທວິດ​ເຕີ​ແລ້ວ,
ລັດຖະມົນຕີການຕ່າງປະເທດ ກໍໄດ້ຢືນຢັນວ່າ ທ່ານ ມາດູໂຣ ໄດ້ກະກຽມທີ່ຈະເດີນ
ທາງອອກຈາກ ເວເນຊູເອລາ ໃນຕອນເຊົ້າວັນອັງຄານວານນີ້ ແຕ່ ຣັດເຊຍ ໄດ້ຫ້າມ
ໄວ້.

ທ່ານ​ໄດ້​ກ່າວ​ໃນ​ໂທ​ລະ​ພາບ CNN ວ່າ “ທ່ານ​ຈະ​ມຸ່ງ​ໜ້າ​ໄປ​ນະ​ຄອນຫຼວງ ຮາ​ວາ​ນາ.”

ເມື່ອ​ຖືກ​ຂໍ​ໃຫ້​ເວົ້າ​ບາງ​ຢ່າງ​ຕໍ່​ທ່ານ ມາ​ດູ​ໂຣ ໂດຍ​ກົງ​ນັ້ນ, ທ່ານ ພອມ​ພຽວ ໄດ້​ຕອບ​ວ່າ:
ຕິດຈັກເຮືອບິນຂຶ້ນໂລດ.”

ກ່ຽວ​ກັບ ຄິວ​ບາ ນັ້ນ, ທ່ານ ພອມ​ພຽວ ໄດ້​ກ່າວ​ວ່າ “ມັນ​ເປັນ​ທີ່ຍອມ​ຮັບ​ບໍ່​ໄດ້​ທີ່​ເຂົາ​ເຈົ້າ
ຈະປົກປ້ອງນັກເລງຄົນນີ້.”

ກ່ອນ​ໜ້າ​ນັ້ນ​ໃນ​ວັນ​ດຽວ​ກັນ, ທີ່​ປຶກ​ສາ​ດ້ານ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ
ທ່ານ ຈອນ ໂບລຕັນ ໄດ້ຮັບຮູ້ “ສະຖານະການທີ່ຮຸນແຮງ” ໃນປະເທດທີ່ຕັ້ງຢູ່ອາເມຣິ
ກາໃຕ້ດັ່ງກ່າວ ແລະ ໄດ້ເວົ້າວ່າ ທ່ານ ທຣຳ ໄດ້ຕິດຕາມເບິ່ງມັນ “ທຸກນາທີ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

US Urges Venezuela's Key Figures to Sway Military to Juan Guaido's Side
please wait

No media source currently available

0:00 0:02:20 0:00

XS
SM
MD
LG