ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ADB ທໍານາຍວ່າ ການເຕີບໂຕ ເສດຖະກິດ ໃນເຂດເອເຊຍ ຈະຍັງຊ້າຢູ່


​ທ່ານ Changyong Rhee ຫົວໜ້າ​ນັກ​ເສດຖະສາດ​ປະ​ຈໍາ​ທະນາຄານພັດທະນາເອເຊຍ ຫຼື ADB
​ທ່ານ Changyong Rhee ຫົວໜ້າ​ນັກ​ເສດຖະສາດ​ປະ​ຈໍາ​ທະນາຄານພັດທະນາເອເຊຍ ຫຼື ADB
ທະນາຄານ​ພັດທະນາ​ເອ​ເຊຍ ຫຼື​ເອດີ​ບີ ​ໄດ້​ຕັດ​ການ​ທໍານາຍກ່ຽວ​ກັບ​ການ​ເຕີບ​ໂຕ​ຂອງເສດຖະກິດສໍາລັບ​ປີ​ນີ້​ແລະ​ປີ​ຕໍ່​ໄປ​ ໃນ​ຂົງ​ເຂດເອ​ເຊຍທີ່​ພວມ ມີ​ການ​ພັດທະນາ ຍ້ອນ​ວ່າຄວາມຮຽກຮ້ອງ​ຕ້ອງການ​ສິນຄ້າຂອງ​ໂລກ​ລົດ​ຕໍ່າລົງ ​ແລະ​ການ​ຊັກ​ຊ້າ​ລົງ​ຂອງ​ສອງປະ​ເທດ​ເສດຖະກິດ​ໃຫຍ່​ທີ່​ສຸດໃນ​ຂົງ​ເຂດ.

​ໃນ​ລາຍ​ງານ​ສະບັບ​ນຶ່ງ​ເມື່ອ​ວັນ​ພຸດ​ມື້​ນີ້ ​ເອດີ​ບີ​ເວົ້າ​ວ່າ ປະ​ເທດ​ທີ່​ກໍາລັງ​ມີ​ເສດຖະກິດ​ພຸ່ງ​ພົ້ນ​ໃໝ່ ໃນ​ຂົງ​ເຂດ​ເອ​ເຊຍ ຄວນ​ກະ​ຕຽມ​ໃນ​ສິ່ງ​ທີ່​ເອີ້​ນວ່າ ຍຸກ​ຂອງ​ການຂະຫຍາຍ​ຕົວ​ໃນລະດັບປານ​ກາງ​ທີ່​ຍືດ​ເຍື້​ອອອກ​ໄປລຸນຫຼັງ ​ການ​ເຕີບ​ໂຕ​ທາງ​ເສດຖະກິດຢ່າງ​ວ່ອງ​ໄວ​ມາ​ໄດ້ຫຼາຍປີ​ໃນ​ຂົງ​ເຂດ.

ທະນາຄານ​ພັດທະນາ​ເອ​ເຊຍ ທີ່​ມີ​ສໍານັກງານ​ຢູ່​ນະຄອນຫຼວງມະນິລາ ປະ ​ເທດ​ຟິລິບ​ປິນ ທໍານາຍ​ວ່າ ບັນດາປະ​ເທດ​ເສ​ດຖະກິດພຸ່ງ​ພົ້ນ​ໃໝ່​ໃນ​ເຂດ​ເອ​ເຊຍ ຈະ​ເຕີບ​ໂຕ 6.1 ​ເປີ​ເຊັນ​ໃນ​ປີ​ນີ້ ​ແລະ 6.7 ​ເປີ​ເຊັນ​ໃນ​ປີ 2013. ຕົວ​ເລກ​ດັ່ງກ່າວ​ ຈະ​ຕໍ່າ​ກວ່າການ​ຄາດໝາຍໃນຄັ້ງ​ຜ່ານ​ມາ ທີ່​ປະມານວ່າ 6.9 ​ເປີ​ເຊັນ ​ແລະ 7.3 ​ເປີ​ເຊັນ ຕາມ​ລຳດັບ​ນັ້ນ.

​ທ່ານ Changyong Rhee ຫົວໜ້າ​ນັກ​ເສດຖະສາດ​ປະ​ຈໍາ​ເອດີ​ບີ ບອກ​ວີ ​ໂອ​ເອວ່າ​ໃນ​ຂະນະ​ທີ່​ທ່ານ​ບໍ່​ຄາດໝາຍ​ວ່າ​ຈະ​ມີອັດຕາ​ການ​ເຕີບ​ໂຕ​ສິບ​ກວ່າ ​ເປີ​ເຊີນ​ຂຶ້ນ​ໄປ​ດັ່ງ​ທີ່​ເຫັນໆ​ກັນໂດຍ​ສ່ວນ​ໃຫຍ່​ໃນ​ໄລຍະ​ຊາວ​ປີ​ຜ່ານມາ ​ແຕ່ ການ​ຂະຫຍາຍຕົວ​ເສດຖະກິດໃນ​ຂົງ​ເຂດ​ເອ​ເຊຍ​ກໍ​ຍັງ​ດີຫຼາຍຢູ່ ສົມ​ທຽບ​ໃສ່​ກັບ​ເສດຖະກິດ​ແຫ່ງ​ອື່ນໆ​ຂອງ​ໂລກ.

ທ່ານ Rhee ກ່າວ​ວ່າ:
“ຂ້າພະ​ເຈົ້າຄິດ​ວ່າ ປະ​ເທດ​ອາ​ຊ່ຽນ​ທັງຫຼາຍບໍ່​ຄວນ​ຈະ​ຮ້ອນຮົນ​ໃຈ​ເທື່ອ​ ກ່ຽວ​ກັບ​ຊັກ​ຊ້າຂອງ​ການ​ເຕີບ​ໂຕ ​ເມື່ອ​ບໍ່ດົນ​ມາ​ນີ້ ຍ້ອນວ່າ ຂະນະ​ນີ້​ຍັງ​
ຖື​ວ່າ​ເປັນ​ການເຕີ​ບ​ໂຕ​ຢ່າງ​ເຂັ້ມ​ແຂງ​ຢູ່ ​ແລະ​ປະການ​ທີ່​ສອງ ພວກ​ເຮົາ​ສາມາດ​ຄິດເລຶ່ອງນີ້​ໄດ້​ເລີຍ​ວ່າມັນ​ເປັນ​ການ​ປັບ​ປ່ຽນຕາມ​ທໍາ​ມະ​ຊາດ​ຢ່າງ​ນຶ່ງ ​ໄປ​ສູ່​ລະດັບການ​ເຕີບ​ໂຕ​ທີ່​ຍືນ​ຍົງໃນ​ໄລຍະ​ຍາວ​ນັ້ນຫຼາຍກວ່າ.

ທ່ານ ຫຣີ ກ່າວ​ອີກ​ວ່າ ວິ​ກິດ​ການ​ແຫ່ງ​ພາກ​ພື້ນ​ຢູ​ໂຣບທີ່​ຍັງ​ແກ້​ໄຂ​ກັນ​ບໍ່​ໄດ້​ເທື່ອ ​ແລະ​ບວກ​ກັບ​ການ​ຕັດ​ງົບປະມານຢ່າງ​ໃຫຍ່ ​ຢູ່​ໃນ​ສະຫະລັດ​ນັ້ນ ຖື​ວ່າ​ເປັນໄພ​ຂົ່ມຂູ່​ພາຍ​ນອກ​ທີ່​ໃຫຍ່​ທີ່​ສຸດ​ຕໍ່​ເສດຖະກິດ​ຂອງ​ຂົງ​ເຂດ​ເອ​ເຊ​ຍ. ​ເພື່ອ​ປັບ​ເຂົ້າກັບ​ສະພາບ​ການ​ດັ່ງກ່າວ​ນີ້ ທະນາຄານ​ພັດທະນາ​ເອ​ເຊຍແນະ ​ນໍາ​ວ່າ ບັນດາ​ປະ​ເທດ​ພວມ​ພັດທະນາ​ໃນ​ຂົງ​ເຂດ​ເອ​ເຊຍ​ທັງຫຼາຍຈະຕ້ອງ​ດຳ​ເນີນ​ການເພີ່ມ​ຕື່ມເພື່ອ​ລົດ​ລະດັບການ​ອາໄສ​ກາງ​ຕໍ່​ສິນຄ້າ​ສົ່ງ​ອອກ​ແລະ ​ຫັນ​ມາສະໜັບສະໜຸນ​ຊຸກຍູ້ການ​ເຕີບ​ໂຕ​ຢູ່​ພາຍ​ໃນ​ປະ​ເທດ.
XS
SM
MD
LG