ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈຳ​ນວນ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຈາກ​ຈີນ ມາ​ຮອດຊາຍ​ແດນ ສະ​ຫະ​ລັດ-ແມັກ​ຊິ​ໂກ ຫລາຍ​ຂຶ້ນ


ທ່ານ Li Xiaosan (ກາງ) ແລະ​ລູ​ກ​ຊາຍ​ຂອງ​ລາວ ໄດ້​ໄປ​ຢາມ​ອາ​ຈານ​ສອນ​ສະ​ສະ​ໜາ​ໃນ​ທ້ອງ​ຖິ່ນຫລັງ​ຈາກ​ເຂົາ​ເຈົ້າໄດ້​ມາ​ເຖິງ​ສະ​ຫະ​ລັດໂດຍ​ຜ່ານທາງ​ຊາຍ​ແດນ​ສະ​ຫະ​ລັດ-ແມັກ​ຊິ​ໂກ. ການ​ເດີນ​ທາງ 50 ມື້​ຂອງ​ເຂົາ​ເຈົ້າ​ໄດ້​​ຈາກ​ຮົງ​ກົງໄປ​ຜ່ານ 6 ປະ​ເທດໃນ​ເຂດ​ອາ​ເມ​ຣິ​ກາ​ລາ​ຕິນ
ທ່ານ Li Xiaosan (ກາງ) ແລະ​ລູ​ກ​ຊາຍ​ຂອງ​ລາວ ໄດ້​ໄປ​ຢາມ​ອາ​ຈານ​ສອນ​ສະ​ສະ​ໜາ​ໃນ​ທ້ອງ​ຖິ່ນຫລັງ​ຈາກ​ເຂົາ​ເຈົ້າໄດ້​ມາ​ເຖິງ​ສະ​ຫະ​ລັດໂດຍ​ຜ່ານທາງ​ຊາຍ​ແດນ​ສະ​ຫະ​ລັດ-ແມັກ​ຊິ​ໂກ. ການ​ເດີນ​ທາງ 50 ມື້​ຂອງ​ເຂົາ​ເຈົ້າ​ໄດ້​​ຈາກ​ຮົງ​ກົງໄປ​ຜ່ານ 6 ປະ​ເທດໃນ​ເຂດ​ອາ​ເມ​ຣິ​ກາ​ລາ​ຕິນ

ຫລີ ສ້ຽວ​ຊານ ແລະລູກຊາຍໄວລຸ້ນຂອງລາວ ມາຈາກຈີນ ໄດ້​ມາຮອດສະຫະ ລັດເມື່ອບໍ່ດົນມານີ້. ພວກ​ເຂົາ​ເຈົ້າ ​ແມ່ນ​ນຶ່ງ​ໃນ​ຈຳ​ນວນ​ພວກຍົກ​ຍ້າຍ​ຖິ່ນ​ຖານ​ຊາວຈີນ ​ທີ່ມີ​ຈຳ​ນວນ​ເພີ່ມ​ຂຶ້ນ​ຢູ່​ຊາຍ​ແດນ​ສະ​ຫະ​ລັດ ແລະເມັກ​ຊິ​ໂກເພື່ອ​ຂໍ​ລີ້​ໄພ.

ອີງຕາມ​ກົມ​ພາສີ​ ແລະ​ປ້ອງ​ກັນ​ຊາຍ​ແດນ​ຂອງ​ສະ​ຫະ​ລັດ​ແລ້ວ, ພວກ​ຍົກ​ຍ້າຍ​ຖິ່ນ​ຖານ 4,366 ຄົນ​ ມາຈາກ​ຈີນ ​ໄດ້ປະເຊີນ​ກັບຕຳ​ຫລວດລາດຕະ​ເວນ​ຊາຍ​ແດນ ​ພາຍຫຼັງ​ຂ້າມ​ຊາຍ​ແດນ​ພາກ​ໃຕ້ ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ ນັບແຕ່​ເດືອນ​ຕຸລາ​ປີ 2022 ຫາ​ເດືອນ​ກຸມພາ​ປີ 2023. ນັ້ນ​ແມ່ນ​ຈຳ​ນວນ​ທີ່​ເພີ້ມ​ຂຶ້ນ​ ຫລາຍ ກວ່າ 9 ເທົ່າ​ຈາກ 421 ຄົນ ​ໃນໄລ​ຍະ​ດຽວ​ກັນ​ຂອງ​ປີ 2021 ແລະ 2022.

ທ່ານ Li Xiaoshan ຢູ່​ໃນ​ກອງ​ທັບ​ຈີນ. (ພາບ​ສະ​ໜອງ​ໃຫ້​ໂດຍ Li Xiapshan)
ທ່ານ Li Xiaoshan ຢູ່​ໃນ​ກອງ​ທັບ​ຈີນ. (ພາບ​ສະ​ໜອງ​ໃຫ້​ໂດຍ Li Xiapshan)

​ສ້ຽວ​ຊານໂອ້ລົມກັບວີ​ໂອ​ເອພະ​ແນກພາສາຈີນກາງ. ລາວແລະລູກຊາຍອາຍຸ 16 ປີ ຂອງລາວ ໄດ້ເດີນທາງຫຼາຍກວ່າ 50 ມື້ ຈາກຮົງກົງໄປ​ຫາມາກາວ ແລ້ວໄປອິ​ສ​ຕານ​ບູລ ແລ້ວ​ກໍໄປເອ​ກົວ​ດໍ. ຈາກບ່ອນນັ້ນ, ພວກເຂົາເຈົ້າໄດ້ເດີນ ທາງຜ່ານ 6 ປະເທດໃນຂົງ​ເຂດອາເມຣິກາລາຕິນ, ລວມທັງການຍ່າງຜ່ານປ່າ​ດາ​ຣຽນ ແກບ (Darién Gap), ຊຶ່ງ​ເປັນປ່າເທິງພູເຂົາທີ່ເປັນ ອັນຕະລາຍ ຕັ້ງ​ຢູ່ລະຫວ່າງໂຄລອມເບຍ ແລະປານາມາ ບ່ອນທີ່ຜູ້ພວກ​ຍົກ​ຍ້າຍ​ຖິ່ນ​ຖານຫຼາຍສິບພັນຄົນໄດ້ໄປ​ຜ່ານ ໃນປີ 2022 ມາ​ຫາຊາຍແດນສະຫະລັດ - ເມັກຊິໂກ.

ໃນວັນອັງຄານຜ່ານ​ມາ, ສະຫະລັດ, ໂຄລອມເບຍ ແລະ ປານາມາໄດ້ປະກາດ ການປະ​ຕິ​ບັດງານເປັນ​ເວ​ລາສອງເດືອນເພື່ອສະກັດກັ້ນການລັກລອບພວກ​ຍົກ​ຍ້າຍ​ຖິ່ນ​ຖານ ໃນປ່າ​ດາ​ຣຽນ​ ແກບໂດຍໃຊ້ "ເສັ້ນທາງໃຫມ່ທີ່ຖືກຕ້ອງຕາມກົດ ຫມາຍ ແລະມີ​ຄວາມ​ຢືດ​ຢຸນ ສໍາລັບຜູ້ພວກ​ຍົກ​ຍ້າຍ​ຖິ່ນ​ຖານ ແລະອົບ​ພະ​ຍົບ​ຫຼາຍສິບພັນຄົນ ເພື່ອໃຫ້ເປັນທາງເລືອກ ສໍາລັບການຍົກຍ້າຍຖິ່ນ​ຖານທີ່ບໍ່ສະ ຫມໍ່າສະເຫມີ," ແຕ່ຍັງບໍ່ມີລາຍລະອຽດອັນ​ເຈາະ​ຈົງ​ເທື່ອ ກ່ຽວ​ກັບວ່າ​ຂັ້ນ​ຕອນ​ຈະ​ເປັນ​ແນວໃດ​.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG