ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ຕຳຫຼວດມິນເນອາໂປລິສ ຈຳນວນນຶ່ງ ພາກັນລາອອກການ ຂະນະທີ່ ການປະທ້ວງ ຍັງມີຢູ່ຕໍ່ເນື່ອງໃນແຫ່ງອື່ນໆ


ບັນດາເຈົ້າໜ້າທີ່ຕຳຫຼວດມິນເນອາໂປລິສ ລຽນແຖວ ເພື່ອປະເຊີນໜ້າກັບພວກເດີນຂະບວນປະທ້ວງຕໍ່ຕ້ານການຕາຍຂອງທ້າວຈອຣຈ໌ ຟຣອຍດ໌ ຢູ່ນອກກົມຕຳຫຼວດເຂດທີ 3 ທີ່ນະຄອນມິນເນອາໂປລິສ ລັດມີເນໂໍຊຕາ, ວັນທີ 27 ພຶດສະພາ 2020.
ບັນດາເຈົ້າໜ້າທີ່ຕຳຫຼວດມິນເນອາໂປລິສ ລຽນແຖວ ເພື່ອປະເຊີນໜ້າກັບພວກເດີນຂະບວນປະທ້ວງຕໍ່ຕ້ານການຕາຍຂອງທ້າວຈອຣຈ໌ ຟຣອຍດ໌ ຢູ່ນອກກົມຕຳຫຼວດເຂດທີ 3 ທີ່ນະຄອນມິນເນອາໂປລິສ ລັດມີເນໂໍຊຕາ, ວັນທີ 27 ພຶດສະພາ 2020.

ເຈົ້າໜ້າທີ່ຕຳຫຼວດນະຄອນມິນເນອາໂປລິສ 7 ຄົນ ໄດ້ລາອອກການ ໃນຂະນະທີ່ອະນາຄົດຂອງກົມຕຳຫຼວດທັງໝົດຂອງເມືອງບໍ່ມີຄວາມແນ່ນອນ ຫຼັງຈາກການຕາຍຂອງທ້າວຈອຣຈ໌ ຟລອຍດ໌.

ມັນບໍ່ຈະແຈ້ງວ່າ ການອອກການຂອງພວກເຂົາເຈົ້ານັ້ນ ມີສ່ວນກ່ຽວຂ້ອງໂດຍກົງໃດໆຫຼືບໍ່ ກັບການຕາຍຂອງທ້າວຟລອຍດ໌.

ກົມຕຳຫຼວດໄດ້ສົ່ງຖະແຫລງການສະບັບນຶ່ງ ໄປຍັງສະຖານີວິທະຍຸ WCCO ຂອງນະຄອນມິນເນອາໂປລິສ ທີ່ກ່າວວ່າ “ຫຼາຍຄົນຢາກຈະອອກການດ້ວຍເຫດຜົນຫຼາຍປະການ. ກົມຕຳຫຼວດນະຄອນມິນເນອາໂປລິສ ຫຼື MPD ກໍບໍ່ຖືກຍັກເວັ້ນ. ຍ້ອນການລາອອກຈາກການເຫຼົ່ານີ້ ພວກເຮົາບໍ່ໄດ້ໃຫ້ຂໍ້ສັງເກດຕົວຊີ້ບອກໃດໆວ່າ ຈະສົ່ງຜົນກະທົບຕໍ່ຄວາມປອດໄພຂອງມະຫາຊົນ.”

ແຕ່ບັນດາເຈົ້າໜ້າທີ່ຫຼາຍທ່ານ ໄດ້ກ່າວຕໍ່ໜັງສືພິມ ມິນເນອາໂປລິສ ສະຕາຣ ທຣີບູນ ວ່າ ພວກເຂົາເຈົ້າແມ່ນບໍ່ພໍໃຈນຳການຕັດສິນໃຈຂອງຜູ້ປົກຄອງເມືອງ ທ່ານເຈກັອບ ເຟຣ ທີ່ໄດ້ປ່ອຍປະລະເລີຍ ກົມຕຳຫຼວດເຂດທີ 3 ຂອງເມືອງ ໃນລະຫວ່າງການປະທ້ວງເພື່ອທ້າວຟຣອຍດ໌ ເມື່ອສອງອາທິດກ່ອນນັ້ນ.

ບັນດາເຈົ້າໜ້າທີ່ຕຳຫຼວດ ໄດ້ຖືກສັ່ງໃຫ້ອອກໄປຈາກພື້ນທີ່ຂອງເຂດດັ່ງກ່າວ ແລະກົມຕຳຫຼວດຂອງພວກເຂົາເຈົ້າກໍໄດ້ຖືກເຜົາຖິ້ມ.

ທ່ານເຟຣ ໄດ້ກ່າວວ່າ “ຖ້າພວກເຮົາຕັດສິນໃຈທີ່ຈະຢູ່ຮັກສາກົມຕຳຫຼວດເຂດທີ່ 3 ໄວ້ ເປັນໄປໄດ້ສູງແທ້ເລີຍ ທີ່ຈະມີການຕໍ່ສູ້ກັນດ້ວຍມືເປົ່າ ເປັນໄປໄດ້ສູງຈະມີການບາດເຈັບສາຫັດ ແລະບາງທີມີການເສຍຊີວິດ ແລະໃນການຕັດສິນໃຈ ລະຫວ່າງຕຶກອາຄານແລະຊີວິດ ຫຼືການສູນເສຍຊີວິດແລ້ວ ພວກເຮົາໄດ້ຕັດສິນໃຈໃຫ້ຍົກຍ້າຍອອກໄປ.”

ບັນດາສະມາຊິກຄະນະກຳມະການຂອງເມືອງທັງໝົດ 12 ຄົນ ໄດ້ກ່າວວ່າ ມະຕິຕົກລົງເມື່ອອາທິດແລ້ວນີ້ ທີ່ວ່າ ພວກເຂົາເຈົ້າມີເຈດຕະນາທີ່ຈະທັບມ້າງກົມຕຳຫຼວດຂອງເມືອງແລະຕັ້ງອົງການ “ຮູບແບບໃໝ່ທີ່ມີການປ່ຽນແປງເພື່ອປູກຝັງຄວາມປອດໄພ” ຂຶ້ນແທນຢູ່ໃນເມືອງ ຊຶ່ງລາຍລະອຽດຕ່າງໆນັ້ນ ແມ່ນບໍ່ຈະແຈ້ງ.

ເຈົ້າໜ້າທີ່ຕຳຫຼວດ 14 ຄົນ ຜູ້ທີ່ກ່າວວ່າ ພວກເຂົາເຈົ້າເວົ້າຕາງໜ້າໃຫ້ແກ່ຕຳຫຼວດຫຼາຍຮ້ອຍຄົນໃນກົມ ໄດ້ຂຽນຈົດໝາຍເປີດຊອງຫາພົນລະເມືອງຂອງມິນເນອາໂປລິສ ໃຫ້ປະນາມຕຳຫຼວດຜູ້ທີ່ເອົາຫົວເຂົ່າຂອງລາວກົດລົງໃສ່ຄໍຂອງທ້າວຟລອຍດ໌ ເປັນເວລາເກືອບ 9 ນາທີ ຊຶ່ງປາກົດວ່າເປັນຜົນຕໍ່ການຕາຍຂອງທ້າວຟລອຍດ໌.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG