ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄູ່​ສາ​ມີ ພັນ​ລະ​ຍາ ອັງ​ກິດ ເວົ້າ​ວ່າ ເຂົາ​ເຈົ້າ​ຖືກ​ໂຈມ​ຕີ ໃນການ​ພົບ​ປະ ທີ່​ທຳ​ນຽບ​ຂາວ


ສື່ມວນ​ຊົນ​ລໍ​ຖ້າ​ການ​ໃຫ້​ຄຳ​ເຫັນ​ຈາກ​ນາງ ຊາ​ລັອດ ກັບ ທ້າວ ທິມ ດັນ, ພໍ່​ແມ່​ຂອງ ທ້າວ ແຮ​ຣີ ດັນ, ຢູ່​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິ​ຕັນ. 15 ຕຸ​ລາ, 2019.
ສື່ມວນ​ຊົນ​ລໍ​ຖ້າ​ການ​ໃຫ້​ຄຳ​ເຫັນ​ຈາກ​ນາງ ຊາ​ລັອດ ກັບ ທ້າວ ທິມ ດັນ, ພໍ່​ແມ່​ຂອງ ທ້າວ ແຮ​ຣີ ດັນ, ຢູ່​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິ​ຕັນ. 15 ຕຸ​ລາ, 2019.

ສາ​ມີ​ພັນ​ລະ​ຍາຄົນ​ອັງ​ກິດ​ຄູ່​ນຶ່ງ ທີ່​ໄດ້ສະ​ແດງ​ຄວາມ​ເສຍ​ໃຈ​ກັບ​ການ​ເສຍ​ຊີ​ວິ​ດ​ຂອງ​ລູກ​ຊາຍ​ເຂົາ​ເຈົ້າ ໃນ​ອຸ​ບັດ​ຕິ​ເຫດ​ລົດ​ຕຳ​ກັ​ນເວົ້າ​ວ່າ ເຂົາ​ເຈົ້າ​ຮູ້​ສຶກວ່າ​ເຂົາ​ເຈົ້າ​ຖືກ​ໂຈມ​ຕີ ໃນ​ເວ​ລາ​ທີ່ປະ​ທານ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ພະ​ຍາ​ຍາມ​ໃຫ້​ເຂົາ​ເຈົ້າພົບ​ກັບ​ແມ່​ຍິງ ອາ​ເມ​ຣິ​ກັນ ຄົນ​ນຶ່ງ ຜູ້​ທີ່​ເປັນ​ສາ​ເຫດ​ຂອງ​ອຸ​ບັດ​ຕິ​ເຫດ​ເຖິງ​ແກ່​ຊີ​ວິດ​ນັ້ນ.

ທ່ານ ແຣດ ຊີ​ເກີ, ໝູ່​ຂອງ​ນາງ ຊາ​ລັອດ ຊາ​ລ​ສ໌ ກັບ​ທ້າວ ທິມ ດັນ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ “ຖ້າ​ມັນ​ຈະ​ມີ​ການ​ພົບ​ປະ​ແບບ​ນັ້ນ​ອີກ, ມັນ​ບໍ່​ຄວນ​ມີການ​ພົບ​ປະ​ແບບ​ກະ​ທັນ​ຫັນ ເຈັດ​ອາ​ທິດຫຼັງ​ຈາກ​ການ​ສູນ​ເສຍ​ນັ້ນ.”

ລູກ​ຊາຍ​ຂອງ​ເຂົາ​ເຈົ້າ, ທ້າວ ແຮ​ຣີ ດັນ ອາ​ຍຸ 19 ປີ, ໄດ້​ເສຍ​ຊີ​ວິດ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ ອັງ​ກິດ ເມື່ອ​ເດືອນ​ສິງ​ຫາ​ທີ່​ຜານ​ມາ ເມື່ອ​ລົດ​ຈັກ​ຂອງ​ລາວ​ໄດ້​ຕຳ​ກັບ​ລົດ​ໃຫຍ່​ທີ່​ຂັບ​ໂດຍທ່ານ​ນາງ ແອນ ຊາ​ຄູ​ລ​າ​ສ, ພັນ​ລະ​ຍາ​ຂອງ​ນັກ​ການ​ທູດ ສະ​ຫະ​ລັດ. ລາວ​ໄດ້​ຍອມ​ຮັບ​ວ່າ​ໄດ້​ຂັບ​ລົດ​ຢູ່​ຖະ​ໜົນ​ຜິດ​ຟາກ.

ທ່ານ​ນາງ ຊາ​ຄູ​ລ​າ​ສ ໄດ້​ເດີນ​ທາງ​ອອກ​ຈາກ ອັງ​ກິດ ມາ ສະ​ຫະ​ລັດ ບໍ່​ດົນຫຼັງ​ຈາກ​ອຸ​ບັດ​ຕິ​ເຫດ ເມື່ອ​ສະ​ຖານ​ທູດ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ລອນ​ດອນ ໄດ້​ປະ​ຕິເສດ​ທີ່​ຈະ​ຍົກ​ເລີກ​ການ​ຄຸ້ມ​ກັນ​ທາງ​ການ​ທູດ​ຕໍ່​ລາວ ສະ​ນັ້ນ​ລາວ​ຈຶ່ງ​ສາ​ມາດ​ປະ​ເຊີນ​ກັບ​ການ​ຕັ້ງ​ຂໍ້​ກ່າວ​ຫາ.

ພໍ່​ແມ່​ຂອງ​ທ້າວ ດັນ ໄດ້​ເດີນ​ທາງ​ມາ​ ສະ​ຫະ​ລັດ ເພື່ອ​ຂໍ​ຮ້ອງ​ໃຫ້​ລັດ​ຖະ​ບານ​ທ່ານ ທ​ຣຳ ຍົກ​ເລີກ​ການ​ຄຸ້ມ​ກັນ​ດັ່ງ​ກ່າວ.

ອີງ​ຕາມ​ທ່ານ ຊີ​ເກີ, ທ່ານ ໂຣ​ເບີດ ໂອບ​ຣາຍ​ອັນ ທະ​ນາຍ​ຄວາມ​ທີ່​ບຳ​ນານ​ແລ້ວ, ແລະ ເປັນ​ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ ທຳ​ນຽບ​ຂາວ ໄດ້ເຊື້ອ​ເຊີນ​ສອງ​ສາ​ມີ​ພັນ​ລະ​ຍາ​ດັ່ງ​ກ່າວໃຫ້​ເດີນ​ທາງ​ມາ ທຳ​ນຽບ​ຂາວ ຈາກ ນິວຢອກ ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ເພື່ອ​ພົບ​ປະ​ກັບ “ເຈົ້າ​ໜ້າ​ທີ່ໆ​ອາ​ວຸ​ໂສຫຼາຍ​ຄົນ​ນຶ່ງ​.”

ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ​ວ່າ ເຈົ້າ​ໜ້າ​ທີ່​ຄົນ​ນັ້ນ ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ ທຣຳ ຜູ້​ທີ່​ໄດ້​ບອກ​ເຂົາ​ເຈົ້າ​ວ່າ ທ່ານ​ນາງ ຊາ​ຄູ​ລາ​ສ ກໍ​ຢູ່​ໃນ​ທຳ​ນຽບ​ຂາວ​ເຊັ່ນ​ກັນ ແລະ ແນະ​ນຳ​ໃຫ້​ສອງ​ສາ​ມີ​ພັນ​ລະ​ຍາ​ນັ້ນ​ພົບ​ກັບ​ລາວ.

ແຕ່​ທ່ານ ຊີ​ເກີ ເວົ້າ​ວ່າ ໃນ​ເວ​ລາ​ທີ່​ພໍ່​ແມ່​ຂອງ​ຜູ້​ເສຍ​ຊີ​ວິດ​ໄດ້​ປະ​ຕິ​ເສດ ແລະ ໄດ້​ກ່າວ​ວ່າ ການ​ພົບ​ປະແມ່ນ​ສາ​ມາດ​ເກີດ​ຂຶ້ນ​ໃນປະ​ເທດ ອັງ​ກິດ ພຽງ​ເທົ່າ​ນັ້ນ, ທ່ານ ໂອບ​ຣາຍ​ອັນ ກໍໄດ້​ສືບ​ຕໍ່​ກົດ​ດັນ​ເຂົາ​ເຈົ້າ ແລະ ຕໍ່​ມາ​ກໍ​ໃຈ​ຮ້າຍ, ໜ້​າ​ຂອງ​ລາວແດງໝົດ ແລະ ຂ້າ​ພະ​ເຈົ້າ​ຄິດ​ວ່າ ລາວ​ຈະ​ໂດດ​ໃສ່​ຂ້າ​ພະ​ເຈົ້າ.” ລາວ​ໄດ້​ເອີ້ນ​ທ່ານ ໂອບ​ຣາຍ​ອັນ ​ວ່າ “ນັກ​ເລງ.”

ທ່ານ ຊີ​ເກີ ໄດ້​ກ່າວ​ວ່າ “ສຳ​ລັບ​ພວກ​ເຮົາ ການ​ພົບ​ປະ​ນີ້​ແມ່ນ​ຖືກ​ຈັດ​ຂຶ້ນ​ຢ່າງ​ຮີບ​ເລັ່ງ​ໂດຍ​ຄົນ​ໂງ່​ທີ່​ກຳ​ລັງ​ຟ້າວ​ຟັ່ງ.”

ທຳ​ນຽບ​ຂາວ ໄດ້​ປະ​ຕິ​ເສດ​ການ​ມຸ່ງ​ຮ້າຍ​ໃດໆ ແລະ ສອງ​ສາ​ມີ​ພັນ​ລະ​ຍາ​ໄດ້ກ່​າວ​ວ່າ ທ່ານ ທ​ຣຳ ເອງ​ກໍ​ເບິ່ງ​ຄື​ວ່າ​ຈະ​ເຂົ້າ​ໃຈ​ວ່າ​ ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງບໍ່​ຢາກ​ພົບ​ກັບ​ທ່ານ​ນາງ ຊາ​ຄູ​ລາ​ສ. ເຂົາ​ເຈົ້າ​ໄດ້​ອະ​ທິ​ບາຍ ກ່ຽວ​ກັບ ທ່ານວ່າ “ອົບ​ອຸ່ນ” ແລະ ມີ​ສະ​ເໜ່” ພ້ອມ​ກັບ​ການ​ຈັບ​ມື​ທີ່​ໜັກ​ແໜ້ນ ແລະ ໂອບ​ອ້ອມ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG