ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ອາຍພິດເຮືອນແກ້ວ ຫຼຸດລົງ 17 ເປີເຊັນ ໃນໄລຍະທີ່ມີການປິດປະເທດ ຍ້ອນໂຄວິດ-19


ແມ່ຍິງຄົນນຶ່ງໃສ່ໜ້າກາກປິດປາກຍ່າງຜ່ານຕຶກຕ່າງໆ ໃນວັນທີ 12 ມັງກອນ, 2019 ຊຶ່ງເປັນມື້ທີ່ມີຄວັນໝອກມົນລະພິດຫລາຍມື້ນຶ່ງ ຢູ່ໃນເມືອງ Handan, ແຂວງ Hebei ຂອງຈີນ.
ແມ່ຍິງຄົນນຶ່ງໃສ່ໜ້າກາກປິດປາກຍ່າງຜ່ານຕຶກຕ່າງໆ ໃນວັນທີ 12 ມັງກອນ, 2019 ຊຶ່ງເປັນມື້ທີ່ມີຄວັນໝອກມົນລະພິດຫລາຍມື້ນຶ່ງ ຢູ່ໃນເມືອງ Handan, ແຂວງ Hebei ຂອງຈີນ.

ການສຶກສາຄົ້ນຄວ້າທາງວິທະຍາສາດ ທີ່ພິມເຜີຍແຜ່ອອກໃນວັນອັງຄານວານນີ້ ສະແດງໃຫ້ເຫັນວ່າ ຂໍ້ຈໍາກັດທີ່ກ່ຽວຂ້ອງກັບພະຍາດໂຄວິດ-19 ທີ່ວາງອອກມາ ໂດຍລັດຖະບານປະເທດຕ່າງໆໃນທົ່ວໂລກ ນັບແຕ່ເດືອນມີນາຜ່ານມານັ້ນ ໄດ້ເຮັດໃຫ້ການປ່ອຍອາຍພິດເຮືອນແກ້ວຫລຸດລົງ ຫລາຍເຖິງ 17 ເປີເຊັນມາຮອດ ຕົ້ນເດືອນເມສາຜ່ານມານີ້.

ແຕ່ວ່າຜູ້ຂຽນບົດສຶກສາຄົ້ນຄວ້າທີ່ພິມເຜີຍແຜ່ອອກມາ ໃນວັນອັງຄານວານນີ້ ຢູ່ ໃນວາລະສານ Nature Climate Change ຫລື ການປ່ຽນແປງຂອງດິນຟ້າ ອາກາດຕາມທໍາມະຊາດ ນັ້ນເວົ້າວ່າ ການປັບປຸງໃຫ້ດີຂຶ້ນ ຢ່າງຫລວງຫລາຍ ເຊັ່ນນີ້ ຂ້ອນຂ້າງວ່າຈະເປັນການຊົ່ວຄາວໃນຂະນະທີ່ເສດຖະກິດຂອງປະເທດ ຕ່າງໆພວມກັບຄືນມາເຄື່ອນໄຫວເປັນປົກກະຕິອີກ.

ການສຶກສາຄົ້ນຄວ້ານີ້ເວົ້າວ່າ ໃນຊຸມປີກ່ອນຈະເກີດການລະບາດລະດັບໂລກ ຂອງໄວຣັສໂຄໂຣນານີ້ ການປ່ອຍອາຍແກັສຄາບອນໄດອອກໄຊອອກມາເພີ້ມ ຂຶ້ນປະມານປີລະ 1 ເປີເຊັນ ຢູ່ໃນທົດສະວັດຜ່ານມາ. ແຕ່ວ່າ ການກັກຂັງຕົນ ເອງຂອງພົນລະເມືອງໄດ້ນໍາໄປສູ່ການປ່ຽນແປງຢ່າງຫລວງຫລາຍໃນການໃຊ້
ພະລັງງານ ແລະ ເພາະສະນັ້ນ ກໍເຮັດໃຫ້ອາຍແກັສຄາບອນໄດອອກໄຊ ຫລື CO2 ປ່ຽນໄປເຊັ່ນກັນ.

ພວກນັກຄົ້ນຄວ້າ ເວົ້າວ່າ ມາດຕະການຈໍາກັດ ໄດ້ຜັກດັນໃຫ້ມີການຫລຸດລົງ ຂອງຄວາມຕ້ອງການຜະລິດໄຟຟ້າ ແລະການເຄື່ອນໄຫວດ້ານອຸດສາຫະກໍາ ແລະ ການຂົນສົ່ງ ຊຶ່ງເປັນຂະແໜງການທີ່ພາໃຫ້ມີການປ່ອຍອາຍແກັສ CO2 ອອກມານັ້ນ ຫລຸດລົງ.

ແມ່ນແຕ່ ເຖິງຖ້າວ່າເສດຖະກິດຂອງປະເທດຕ່າງໆ ໃນໂລກກັບຄືນສູ່ພາວະປົກ ກະຕິ ກໍຕາມ ການສຶກສາຄົ້ນຄວ້າດັ່ງກ່າວຄາດວ່າ ການປ່ອຍອາຍແກັສນີ້ອອກ ໃນປີ 2020 ອາດຈະຫລຸດລົງປະມານ 4 ຫາ 7 ເປີເຊັນ ເມື່ອທຽບໃສ່ກັບ ປີກ່ອນນັ້ນ ເຖິງແມ່ນວ່າ ຕົວເລກສຸດທ້າຍຈະຂຶ້ນກັບວ່າ ຄົນຢູ່ທົ່ວໂລກຈະກັບ ຄືນມາ ມີການເຄື່ອນໄຫວຕາມປົກກະຕິຂອງເຂົາເຈົ້າໄວ ຫລື ຢ່າງລະມັດລະ ວັງຫລາຍປານໃດນັ້ນ ກໍຕາມ.

ບັນດານັກຄົ້ນຄວ້າເວົ້າວ່າ ນະໂຍບາຍຂອງລັດຖະບານປະເທດຕ່າງໆ ຕໍ່ການ ປ່ອຍອາຍແກັສທີ່ວ່ານີ້ ຫລັງການລະບາດຢ່າງໃຫຍ່ຂອງພະຍາດນີ້ໝົດໄປແລ້ວ ຂ້ອນຂ້າງວ່າຈະມີຜົນສະທ້ອນຕໍ່ແນວທາງໃນການປ່ອຍອາຍ CO2 ຢູ່ໃນໂລກ ໄປໄດ້ຫລາຍທົດສະວັດ. ໜັງສືພິມ Washington Post ລາຍງານວ່າ ບັນດາ ຜູ້ນໍາຂອງປະເທດເຢຍຣະມັນ ແລະອັງກິດໄດ້ສັງເກດເຫັນວ່າ ມີການປ່ຽນແປງ ໄປໃນແງ່ດີ ແລະໃຫ້ຄໍາໝັ້ນສັນຍາວ່າ ຈະດໍາເນີນນະໂຍບາຍທີ່ຈະສືບຕໍ່ເຮັດໃຫ້ ການປ່ອຍອາຍແກັສດັ່ງກ່າວອອກໃຫ້ຫລຸດລົງຫລັງການລະບາດຢ່າງໜັກຂອງ ພະຍາດນີ້ ໝົດໄປແລ້ວນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG