ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາ​ກຣິສ ບໍ່​ສາມາ​ດເລືອກ​ເອົາ ​ປະທານາທິບໍດີຄົນ​ໃໝ່ ໃນການລົງຄະແນນສຽງ ຮອບສຸດທ້າຍ

ບັນດາຜູ້ແທນສະພາຂອງກຣິສ ເຂົ້າຮ່ວມການລົງຄະແນນສຽງ ເລືອກເອົາປະທານາທິບໍດີຄົນໃໝ່ ເປັນເທື່ອທີ 3 ຢູ່ທີ່ຫໍສະພາ ໃນນະຄອນຫລວງ Athens, ວັນທີ 29 ທັນວາ 2014, ໃນຂະນະທີ່ ກຣິສກຳລັງມຸ້ງໜ້າໄປສູ່ ການເລືອກຕັ້ງທົ່ວໄປ ຫຼັງຈາກສະພາບໍ່ສາມາດເລືອກເອົາ ປະທານາທິບໍດີຄົນໃໝ່ໄດ້ ໃນເທື່ອທີ 3 ແລະ ເທື່ອສຸດທ້າຍ.

ສະພາ​ຂອງ​ກຣິສ ບໍ່​ສາມາ​ດເລືອກ​ເອົາ​ປະທານາທິບໍດີ​ຄົນ​ໃໝ່
ອີກ​ເປັນ​ເທື່ອ​ທີ 3 ​ໃນ​ວັນ​ຈັນ​ມື້​ນີ້ ​ຊຶ່ງ​ເປັນ​ເທື່ອສຸດ​ທ້າ​ຍ ​ແລະ​
ເປັນ​ການ​ປູ​ທາງ ​ໃຫ້​ມີ​ການ​ຈັດການ​ເລືອກ​ຕັ້ງ​ປະທານາທິບໍດີ
ຂຶ້ນ​ໃໝ່ກ່ອນ​ກຳນົດ.

ອະດີດ​ລັດຖະມົນຕີ​ສະພາບ​ແວດ​ລ້ອມ​ຂອງ​ສະຫະພາບ​ຢູ​ໂຣບ
ທ່ານ Stavros Dimas ທີ່​ເປັນ​ຜູ້​ສະມັກຈາກ​ຝ່າຍ​ລັດຖະບານ
ບໍ່​ສາມາດ​ລະດົມ​ເອົາ​ສຽງ​ສະໜັບສະໜຸນ​ໄດ້​ຫລາຍ​ຮອດ 180
ສຽງ​ທີ່​ຕ້ອງການ ​ເພື່ອ​ຫລີກ​ລ່ຽງການ​ເລືອກ​ຕັ້ງ ທີ່​ບັດ​ນີ້ ຈະ​ຕ້ອງ
​ໄດ້​ຈັດ​ຂຶ້ນ ອິງ​ຕາມ​ກົດໝາຍ​ຂອງ​ກຣິສ.

ການ​ເລືອກ​ຕັ້ງ​ໃນ​ສະພາ ​ໃນ​ວັນ​ຈັນ​ມື້​ນີ້ ​ແມ່ນ​ຖືກ​ເບິ່ງ​ເຫັນ​ວ່າ ​ເປັນ ຄວາມ​ພະຍາຍ​າມ​
ໃນ​ນາທີ​ສຸດ​ທ້າຍ ​ເພື່ອ​ຫລີກ​ລ່ຽງການ​ເລືອກ​ຕັ້ງກ່ອນ​ກຳນົດ ທີ່​ອາດ​ຈະນຳ​ເອົາພັກ Syriza
ທີ່​ນິຍົມ​ຊ້າຍ​ນັ້ນ ຂຶ້ນ​ມາ​ກຳ​ອຳນາດ.

ສະຫະພາບ​ຢູ​ໂຣບ ​ແລະ ອົງການກອງ​ທຶນ​ສາ​ກົນ ຊຶ່ງ​ໄດ້​ເບິ່ງ​ແຍງ ການ​ຊ່ວຍ​ເຫຼືອດ້ານ
​ການ​ເງິນ 2 ຊຸດ​ໃຫ້​ແກ່​ກຣິສ ຢ້ານ​ກົວ​ວ່າ ພັກ Syriza ຈະ​ຕ່າວ​ປີ້ນ ການປະຕິ​ຮູບດ້ານ
ເສດຖະກິດຫຼາຍໆ​ຢ່າງ​ຂອງ​ປະ​ເທດ ທີ່​ກຳລັງ​ດຳ​ເນີນ​ໄປ​ຢູ່​ນັ້ນ.

XS
SM
MD
LG