ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະມົນຕີ ການເງິນ ກຣິສ ຮ້ອງເຈົ້າໜີ້ຢູໂຣບວ່າ ເປັນພວກກໍ່ການຮ້າຍ


ລັດຖະມົນຕີການເງິນ ກຣິສ ທ່ານ Yanis Varoufakis ກ່າວຕໍ່ ບັນດານັກຂ່າວ.
ລັດຖະມົນຕີການເງິນ ກຣິສ ທ່ານ Yanis Varoufakis ກ່າວຕໍ່ ບັນດານັກຂ່າວ.

ລັດຖະມົນຕີການ​ເງິນຂອງກຣິສ ​ໄດ້​ກ່າວ​ຫາ ພວກ​ໃຫ້​ເງິນ​ກູ້​
ຢືມແກ່ Athens ວ່່າ ເປັນ ​“​ພວກກໍ່​ການ​ຮ້າຍ.”

ທ່ານ Yanis Varoufakis ​ໄດ້​ກ່າວ​ຕໍ່​ໜັງສືພິມ El Mundo
ຂອງສະເປນວ່າ ​ພວກເຈົ້າໜ້າໜີ້ທີ່ໃຫ້​ເງິນ​ກູ້​ຢືມກຳລັງ​ປະຕິ
ບັດ​ກັບກຣິສ “ແບບພວກກໍ່​ການ​ຮ້າຍ.” ທ່ານກ່າວ​ວ່າ “ອັນ​ທີ່
Brussel ​ແລະ​ສາມ​ຝ່າຍຕ້ອງການໃນ​ມື້​ນີ້ “​ແມ່ນ” ການລົງ
ປະຊາມະຕິ ‘ເຫັນພ້ອມ’ ເປັນຝ່າຍຊະນະເພື່ອເຂົາ​ເຈົ້າ​ຈະໄດ້
ສ້າງຄວາມອັບ ອາຍຂາຍໜ້າໃຫ້ແກ່ປະຊາຊົນກຣິສ.”

ການ​ສຳພາດດັ່ງກ່າວ ​ໄດ້​ພິມເຜີຍ​ແຜ່​ໃນ​ວັນ​ເສົາ​ມື້​ນີ້ ນຶ່ງ​ມື້ກ່ອນ
ກຣິສ ລົງ​ປະຊາ​ມະຕິ ກ່ຽວ​ກັບ​ເງື່ອນໄຂໃນການຊ່ວຍກອບກູ້ເສດຖະກິດ​ຂອງຢູ​ໂຣບ.

ນາຍົກລັດຖະມົນຕີກຣິສ ທ່ານ Alexis Tsipras ກຳລັງ​ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ມີສິດປ່ອນ
​ບັດ ໄປລົງ​ຄະ​ແນນ​ສຽງ​ “ຄັດຄ້ານ” ກ່ຽວກັບວ່າ ກຣິສຄວນຮັບເອົາເງື່ອນໄຂເຫຼົ່ານັ້ນຫລື
ບໍ່.

ທ່ານ Tsipras ກ່າວໃນວັນສຸກວານນີ້ວ່າ ການລົງຄະແນນສຽງ “ຄັດຄ້ານ” ອາດຈະໃຫ້
ໂອກາດແກ່ກຣີສ “ໄດ້ຢູ່ຢ່າງມີ​ກຽດສັກສີໃນ​ຢູໂຣບ" ​ແລະ​ໃຫ້ Athens ມີ​ອຳນາດ​ຕໍ່​ລອງ​ຫລາຍ​ຂື້ນ ​ໃນ​ກາ​ເຈລະຈາ ກັບ​ພວກ​ໃຫ້​ເງິນ​ກູ້​ຢືມຢູ​ໂຣບ.

Greece Bail Out
please wait
Embed

No media source currently available

0:00 0:01:54 0:00

ທ່ານ ​ໄດ້​ຖະ​ແຫລ​ງຕໍ່ການ​ໂຮມຊຸມນຸມ​ກັນ ຂອງ 25,000 ຄົນ​ ທີ່​ສະໜັບສະໜູນ​ໃຫ້ລົງ
ຄະແນນສຽງ “ຄັດຄ້ານ” ຢູ່ໃນເຂດໃຈ​ກາງ​ນະຄອນ Athens ​ໂດຍມີ​ປ້າຍ​ນຶ່ງ​ອ່ານ​ວ່າ
“​ໃນ​ວັນ​ທີ 5 ກໍລະກົດພວກ​ເຮົາ​ຈະ​ຂຽນ​ປະ​ຫວັດ​ສາດ​ໃໝ່ດ້ວຍ ການລົງ​ຄະ​ແນນ ຄັດຄ້ານ.”

“ຂ້າພະ​ເຈົ້າ​ຈະ​ບໍ່​ຮ້ອງ​ໃຫ້ ຂ້າພະ​ເຈົ້າ​ຈະ​ບໍ່​ຢ້ານ​ກົວ ຂ້າພະ​ເຈົ້າ​ຈະ​ກ່າວ​ວ່າ ບໍ່ຫຼື ຄັດຄ້ານ”
ບັນດາ​ຜູ້​ສະໜັບສະໜູນ ທ່ານ Tsipras ພາກັນ​ຮ້ອງ​ໂຮ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ ພາກັນ​ເດີນຂະບວນໄປຍັງຈະຕຸ​ລັດ Syntagma ບ່ອນ​ທີ່ໄດ້ມີການໂຮມຊຸມຕໍ່​ຕ້ານການປະຢັດ
ມັດທະຍັດຄັ້ງທີ່​ຜ່າ​ນມາ.

ໃນ​ຂະນະ​ທີ່​ການ​ເດີ​ນຂະ​ບວນ​ໄດ້​ດຳ​ເນີນ​ໄປ​ນັ້ນ ຕຳຫລວດ​ໄດ້​ແກວ່ງລະ​ເບີ​ດ​ທີ່ເຮັດ​ໃຫ້ແຕກ​ຕື່ນ​ສັບສົນເຂົ້າໃສ່ແລະ​ປະ​ທະ​ ກັບ​ພວກ​ຜູ້​ປະ​ທ້ວງ ກ່ອນ​ສະຖາ ນະ​ການ​ງຽບສະ
ຫງົບລົງ. ຕຳຫລວດກຣິສ ກ່າວ​ວ່າ ສອງ​ຄົນ​ໄດ້​ຖືກ​ກັກໂຕໄວ້.

XS
SM
MD
LG