ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຄົນງານ ໃນກຣິສ ພາກັນ ຢຸດງານ ປະທ້ວງ


ການປະທ້ວງຂອງ ຊາວກຣິສ ທີ່ບໍ່ພໍໃຈກັບ ມາດຕະການປະຢັດມັດທະຍັດ.
ການປະທ້ວງຂອງ ຊາວກຣິສ ທີ່ບໍ່ພໍໃຈກັບ ມາດຕະການປະຢັດມັດທະຍັດ.
ການ​ນັດ​ຢຸດ​ງານ​ປະ​ທ້ວງ​ທີ່​ມີ​ກໍານົດ​ຈະ​ດໍາ​ເນີນ​ໄປເປັນ​ເວລາ
48 ຊົ່ວ​ໂມງ​ ຂອງບັນດາພະນັກງານຫລວງ ​ໄດ້​ເລີ້ມ​ຂື້ນ​ທີ່ປະ​
ເທດກຣິສ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນຂະ​ນະ​ທີ່ບັນດາ​ຜູ້​ແທນ​ສະພາ
ໂອ້​ລົມ​ກັນຮອບ​ໃໝ່​ກ່ຽວ​ກັບມາດ ຕະ​ການປະ​ຢັດມັດ​ທະ​ຍັດ
ທີ່​ຕ້ອງ​ໄດ້ຈັດ​ຕັ້ງ​ປະຕິບັດ ​ເພື່ອໃຫ້​ໄດ້​ຮັບ​ເງິນທຶນ​ຊ່ວຍ​ເຫ​ລື​ອ
ກ້ອນ​ໃໝ່ ຈາກສະຫະພາບ​ຢູ​ໂຣບ. ການ​ນັດ​ຢຸດ​ງານ​ໃນ​ມື້​ນີ້​
ແມ່ນ​ເປັນ​ການ​ປະ​ທ້ວງ​ຄັ້ງ​ທີ່​ສາມ ​ໃນ 6 ອາທິດ​ທີ່​ຜ່ານ​ມາ.


ບັນດາ​ສະມາຊິກ​ສະພາ ​ໄດ້​ເລີ້ມ​ອະພິ​ບາຍ​ກັນ​ໃນ​ມື້​ນີ້ ​ກ່ຽວ​ກັບຮ່າງ​ກົດໝາຍປະ​ຢັດມັດ ທະຍັດ ທີ່​ຮວມ​ທັງ ​ການ​ຕັດງົບປະມານໃຊ້ຈ່າຍຂອງ​ລັດຖະບານ ຜົນ​ປະໂຫຍດຕ່າງໆ ຂອງພະນັກງານ​ແລະ​ເງິນ​ບໍານານ ລົງ 17 ພັນ​ລ້ານ​ໂດ​ລາ. ພວກ​ຜູ້​ແທນ​ຈະ​ພາກັນ​ລົງ​ຄະ​ແນນສຽງ ກ່ຽວ​ກັບ​ມາດ​ຕະການ​ດັ່ງກ່າວໃນ​ວັນ​ພຸດມື້ອື່ນ. ຖ້າ​ຫາກ​ວ່າ ສະພາປະຕິ​ເສດແຜນ​ການ​ດັ່ງກ່າວ ກຣິສ
ກໍຈະໝົດ​ເງິນໃຊ້ ​ພາຍໃນ​ກາງ​ເດືອນ​ພະຈິກ​ນີ້.

​ໃນ​ຂະນະ​ດຽວ​ກັນ ຄາດ​ວ່າ ບັນດາ​ລົດແທັກ​ຊີ ລົດ​ໄຟ ລົດໄຟ​ໃຕ້​ດິນ ​ແລະ​ເຮືອ ​ຈະ​ຢຸດໃຫ້​ບໍລິການ​ໃນ​ວັນ​ພຸດແລະ​ພະຫັດ. ຖ້ຽວບິນຂອງສາຍ​ການບິນ​ຫລາຍ​ສາຍ ​ໄດ້​ຖືກ​ຍົກເລີກ ​ຍ້ອນການ​ນັດ​ຢຸດ​ງານປະ​ທ້ວງຂອງ​ພວກ​ຄວບ​ຄຸ​ມການບິນ. ​ໂຮງຮຽນ​ ແລະຫ້ອງການລັດ ຖະບານທັງຫລາຍກໍ​ປິດ​ລົງ ​ແລະໂຮງໝໍ​ຕ່າງໆແມ່ນ​ໃຫ້ການ​ບໍລິການໂດຍພະນັກງານ​ສຸກ​ເສີນ.

ນາຍົກລັດຖະມົນຕີກຣິສ ທ່ານ Antonis Samaras ໄດ້ກ່າວ​ວ່າ ຖ້າ​ຫາກສະພາ​ບໍ່ຮັບ​ຜ່ານ​ມາດ​ຕະການດັ່ງກ່າວ ປະ​ເທດຊາດ​ກໍອາດ​ຈະ​ຖືກ​ບັງຄັບ​ໃຫ້​ອອກ​ຈາກເຂດໃຊ້ເງິນຢູ​ໂຣ.

ກຣິສ​ໄດ້ຕົກ​ຢູ່​ໃຕ້​ສະພາວະ​ເສດຖະກິດ​ຫົດ​ໂຕ​ຢ່າງ​ໃຫຍ່​ມາ​ເປັນ​ປີ​ທີ່​ຫ້ານີ້​ແລ້ວ. ​ເວລາ​ນີ້ ຫລາຍ​ກວ່າ ນຶ່ງ​ສ່ວນສີ່ຂອງ​ແຮງ​ງານ ບໍ່​ມີ​ວຽກ​ເຮັດ.

ກ່ຽວຂ້ອງກັນ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG