ພະນັກງານເຫດສຸກເສີນ ກຣີິສ ໄດ້ຊ່ວຍເຫຼືອຄົນຂັບລົດບັນທຸກຊາວ ເບລາຣຸສ ໃນວັນອາທິດວານນີ້ຈາກກຳປັ່ນຂ້າມຟາກ ທີ່ຖືກໄຟໄໝ້ ຢູ່ນອກເກາະ ຄໍຟູ (Corfu) ແລະ ໄດ້ພົບເຫັນສົບຂອງຜູ້ຊາຍອີກຄົນນຶ່ງໃນຂະນະທີ່ເຂົາເຈົ້າໄດ້ພະຍາຍາມຄົ້ນຫາຕາມຊາກຫັກພັງສຳລັບຜູ້ໂດຍສານທີ່ຫາຍສາບສູນ. ການຄົ້ນພົບດັ່ງກ່າວເຮັດໃຫ້ອີກ 10 ຄົນ ຍັງບໍ່ຮູ້ຊະຕາກຳເທື່ອ.
ຄົນຂັບລົດບັນທຸກດັ່ງກ່າວ, ເຊິ່ງມີອາຍຸ 20 ປີກວ່າ, ແມ່ນສາມາດທີ່ຈະປີນຂຶ້ນໄປດາດຟ້າເບື້ອງຊ້າຍຂອງກຳປັ່ນດ້ວຍຕົນເອງ, ແລະ ໄດ້ກ່າວຕໍ່ພວກພະນັກ ງານກູ້ໄພວ່າລາວໄດ້ຍິນສຽງຄົນອື່ນຢູ່ທາງລຸ່ມ. ບໍ່ມີລາຍລະອຽດເພີ່ມເຕີມທີ່ລະບຸເຖິງຜູ້ເຄາະຮ້າຍຄົນດ່ັງກ່າວ, ເຊິ່ງແມ່ນສົບທຳອິດທີ່ຖືກກອບກູ້ອອກມາຈາກກຳປັ່ນນັ້ນ.
ໂຄສົກຂອງໜ່ວຍຍາມຝັ່ງ ທ່ານ ນີຄອສ ອາເລຊີວ (Nicos Alexiou) ໄດ້ກ່າວຕໍ່ວິທະຍຸ ERT ຂອງລັດຖະບານວ່າ “ເລື່ອງກໍແມ່ນວ່າ ຜູ້ຊາຍຄົນນີ້ໄດ້ປະສົບຄວາມສຳເລັດທີ່ຈະໜີຂຶ້ນໄປດາດຟ້າຂອງກຳປັ່ນດັ່ງກ່າວ, ແມ່ນກະທັ້ງທີ່ມີສະພາບອັນຕະລາຍ ແລະ ໄດ້ແຈ້ງໃຫ້ໜ່ວຍຍາມຝັ່ງຊາບ. ເຮັດໃຫ້ພວກເຮົາມີຄວາມຫວັງວ່າ ມັນອາດມີຜູ້ລອດຊີວິດຄົນອື່ນໆ.”
ເຮືອຂ້າມຟາກ Euroferra Olympia ທີ່ ອິຕາລີ ເປັນເຈົ້າຂອງ,ເຊິ່ງໄດ້ນຳພາຜູ້ໂດຍສານ ແລະ ລູກເຮືອຫຼາຍກວ່າ 290 ຄົນ ພ້ອມກັບລົດບັນທຸກ 153 ຄັນ ແລະ ລົດຍົນ 32 ຄັນນັ້ນ, ໄດ້ຖືກໄຟໄໝ້ ໃນວັນສຸກທີ່ຜ່ານມາ, ສາມຊົ່ວໂມງຫຼັງຈາກມັນໄດ້ເດີນທາງອອກ ຈາກທ່າເຮືອ ອີກູເມນິດຊາ (Igoumenitsa) ທາງພາກຕາເວັນອອກສຽງເໜືອຂອງ ກຣີສ ເພື່ອເດືອນທາງໄປເມືອງ ບຣິນດີຊີ (Brindisi) ຂອງ ອິຕາລີ. ໜ່ວຍຍາມຝັ່ງ ກຣີສ ແລະ ເຮືອລຳອື່ນໆໄດ້ອົບພະ ຍົບຜູ້ໂດຍສານປະມານ 280 ຄົນ ໄປເກາະ ຄໍຟູ ທີ່ຢູ່ໃກ້ຄຽງ.
ກຳປັ່ນຂ້າມຟາກດັ່ງກ່າວໄດ້ຖືກແກ່ໄປທ່າເຮືອ ຄາສຊີໂອປີ (Kassiopi) ໃນ ເກາະ ຄໍຟູ ທາງພາກຕາເວັນອອກສຽງເໜືອ. ບັນດານັກດັບເພີງແມ່ນຍັງຕໍ່ສູ້ກັບແປວໄຟຢູ່ສະຖານທີ່ເກີດເຫດໃນວັນອາທິດວານນີ້ ແລະ ຄວັນໄຟໜາຍັງຄົງປົກຄຸມກຳປັ່ນດັ່ງກ່າງຢູ່.
ທ່ານ ອາເລຊີວ ໄດ້ກ່າວວ່າຄວາມເຂົ້າໃຈຂອງທ່ານກໍແມ່ນວ່າ ຄົນຂັບລົດບັນ ທຸກດັ່ງກ່າວບໍ່ໄດ້ຍິນສຽງຫຍັງກ່ອນທີ່ລາວໄດ້ຂຶ້ນໄປເທິງດາດຟ້າ ແຕ່ໄດ້ກ່າວຕື່ມວ່າ “ສະຖານະການແມ່ນໄດ້ຮຸນແຮງຂຶ້ນ.” ຜູ້ລອດຊີວິດແມ່ນໄດ້ຖືກພາໄປໂຮງໝໍສຳລັບການກວດກາທາງແພດ.
ອຸນຫະພູມທີ່ຮ້ອນຢ່າງແຮງໃນບາງພາກສ່ວນຂອງກຳປັ່ນແມ່ນໄດ້ກີດກັ້ນໜ່ວຍຈັດການໄພພິບັດຂອງກົມດັບເພີງຂອງ ກຣີສ ແລະ ກຸ່ມຂອງໜ່ວຍກູ້ໄພເອກະຊົນ ຈາກການກວດຄົ້ນກຳປັ່ນທັງໝົດ. ກຳປັ່ນຂ້າມຟາກດັ່ງກ່າວ ແມ່ນໄດ້ອຽງຂ້າງໜ້ອຍນຶ່ງ ຍ້ອນນໍ້າທີ່ຖືກຫົດເຂົ້າໄປທາງໃນເພື່ອມອດໄຟແຕ່ບັນດາເຈົ້າໜ້າທີ່ກ່າວວ່າ ມັນບໍ່ມີອັນຕະລາຍ ກ່ຽວກັບ ການພິກປີ້ນ.