ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວກຣີສ ນັດຢຸດງານ ປະທ້ວງ ຕື່ມອີກ (ເບິ່ງວີດີໂອ)


ພວກປະທ້ວງພາກັນຮ້ອງໂຮຄໍາຂວັນ ຢູ່ນະຄອນຫລວງເອເທນສ໌, ວັນທີ 5 ຕຸລາ 2011.
ພວກປະທ້ວງພາກັນຮ້ອງໂຮຄໍາຂວັນ ຢູ່ນະຄອນຫລວງເອເທນສ໌, ວັນທີ 5 ຕຸລາ 2011.

ການນັດຢຸດງານປະທ້ວງໃນກຣີສນັ້ນ ໄດ້ເຮັດໃຫ້ສາຍການບິນທັງຫລາຍຕ້ອງໄດ້ຍົກເລີກ ຖ້ຽວບິນພານິດທັງໝົດໃນທົ່ວປະເທດ.

ພວກປະທ້ວງຍັງສືບຕໍ່ການເດີນຂະບວນແລະຢຸດເຮັດການເພື່ອສະແດງໃຫ້ເຫັນເຖິງຄວາມ
ບໍ່ພໍໃຈ ກັບແຜນການປະຢັດມັດມະຍັດຄັ້ງລ່າສຸດຂອງລັດຖະບານເອເທນສ໌ ເພື່ອຫລີກ
ລ່ຽງການຜິດສັນຍາຊໍາລະໜີ້ຂອງກຣີສນັ້ນ.

ພວກເຈົ້າໜ້າທີ່ກຣີສຄາດວ່າການປະທ້ວງໃນວັນພຸດມື້ນີ້ຈະສົ່ງຜົນກະທົບຕໍ່ການບໍລິການ
ຂົນສົ່ງສາທາລະນະ. ສາຍການບິນ Aegean Air ກ່າວວ່າ ຖ້ຽວບິນທັງໝົດຂອງວັນ
ພຸດມື້ນີ້ ໄດ້ຖືກລົບລ້າງ ຍ້ອນວ່າພວກພະນັກ ງານປະຈໍາຫໍບັງຄັບການບິນກໍພາກັນເຂົ້າ
ຮ່ວມການນັດຢຸດງານ. ການບໍລິ ການທາງລົດເມ ກໍ່າປັ່ນຂ້າມຟາກ ແລະລົດໄຟກໍຄາດ
ວ່າ ຈະໄດ້ຮັບການ ລົບກວນເຊ່ນດຽວກັນ.

ໂຮງຮຽນແລະທີ່ທຳການລັດຖະບານຫລາຍແຫ່ງ ກໍປິດລົງໃນວັນພຸດມື້ນີ້.

ພວກປະທ້ວງໄດ້ຕັນທາງເຂົ້າຕຶກໂຮງການລັດຖະບານຫລາຍໆແຫ່ງເມື່ອ ວັນອັງຄານ
ວານນີ້ ໂຮມທັງກະຊວງການເງິນ ແລະກະຊວງແຮງງານຂອງ ກຣີກນໍາດ້ວຍ.

ເວລານີ້ ພວກສະມາຊິກປະເທດທີ່ໃຊ້ເງິນຢູໂຣ ແລະອົງການກອງທຶນສາກົນ ກໍາລັງ
ພະຍາຍາມຕັດສິນໃຈວ່າ ຈະອະນຸມັດຫຼືປ່ອຍຈ່າຍງວດໜ້າໃຫ້ກຣີສຫລືບໍ່. ກ່ອນຈະ
ປ່ອຍເງິນດັ່ງກ່າວນີ້ ປະຊາຄົມນານາຊາດ ກໍາລັງສຶກສາເບິ່ງຮ່ອງຮອຍ ຂອງການຕັດ
ການໃຊ້ຈ່າຍທີ່ສໍາຄັນຕ່າງໆ ຂອງລັດຖະບານກຣີສ.

ປະເທດກຣີສ ໄດ້ປະກາດເມື່ອວັນອາທິດຜ່ານມາວ່າ ຕົນຈະພາດເປົ້າໝາຍໃນການ
ຕັດໜີ້ລົງ ເກືອບນຶ່ງເປີເຊັນ.

ເບິ່ງວີດີໂອ ລາຍງານທີ່ກ່ຽວຂ້ອງກັນ ພາສາອັງກິດ:

XS
SM
MD
LG