ພວກປະທ້ວງກຣິສພາກັນເດີນຂະບວນໄປຕາມຖະໜົນຫົນທາງສາຍ ຕ່າງໆໃນກຸງ Athens ໃນວັນອັງຄານມື້ນີ້ເພື່ອສະແດງຄວາມບໍ່ພໍໃຈ ຂອງເຂົາເຈົ້ານໍາແຜນການປະຢັດມັດທະຍັດຕ່າງໆສໍາລັບປະເທດຂອງເຂົາເຈົ້າ.
ພວກປະທ້ວງໄດ້ພາກັນຕັນທາງເຂົ້າຫາຕຶກອາຄານໂຮງການລັດຖະບານຫລາຍແຫ່ງ ຮວມທັງພວກຕຶກກະຊວງການເງິນແລະກະຊວງແຮງງານນໍາ.
ພວກເດີນຂະບວນປະທ້ວງກ່າວວ່າ ພວກເຂົາເຈົ້າບໍ່ຢາກເສຍວຽກເສຍການ ຫລືຕັດຄ່າຈ້າງເງິນເດືອນຂອງເຂົາເຈົ້າລົງ ອັນເປັນພາກສ່ວນນຶ່ງໃນການຂະຫຍາຍມາດຕະການປະຢັດມັດທະຍັດອອກອີກ ເພື່ອເອົາໃຈພວກເຈົ້າໜີ້ຕ່າງປະເທດແລະເພື່ອຫລີກລ້ຽງບໍ່ໃຫ້ວິກິດການດ້ານເສດ ຖະກິດຮ້າຍແຮງຂຶ້ນຕື່ມ.
ພວກສະມາຊິກປະເທດໃຊ້ເງິນຢູໂຣ ແລະກອງທຶນສາກົນກໍາລັງພະຍາຍາມຕັດສິນໃຈວ່າ
ຈະປ່ອຍເງິນກູ້ຢືມງວດຕໍ່ໄປໃຫ້ກຣິສຫລືບໍນັ້ນ. ກ່ອນຈະປ່ອຍເງິນງວດຕໍ່ໄປ ປະຊາຄົມໂລກແມ່ນຢາກເຫັນຮ່ອງຮອຍຕ່າງໆໃນການຕັດຄ່າໃຊ້ຈ່າຍລົງຢ່າງຫລວງຫລາຍຂອງ
ລັດຖະບານກຣິສນັ້ນ.
ກຣິສປະກາດໃຫ້ຮູ້ໃນວັນອາທິດຜ່ານມານີ້ວ່າ ຕົນຈະພາດເປົ້າໝາຍໃນການລົດໜີ້ສິນລົງ
ນັ້ນ ເກືອບ 1 ເປີເຊັນ.
ເບິ່ງວີດີໂອລາຍງານພາສາອັງກິດ: