ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍົກລັດຖະມົນຕີກຣີສ ລາອອກ


ນາຍົກລັດຖະມົນຕີ George Papandreou, ຂວາ, ກັບທ່ານ Antonis Samaras ຜູ້ນໍາຝ່າຍຄ້ານ. (AP Photo/ Petros Giannakouris)
ນາຍົກລັດຖະມົນຕີ George Papandreou, ຂວາ, ກັບທ່ານ Antonis Samaras ຜູ້ນໍາຝ່າຍຄ້ານ. (AP Photo/ Petros Giannakouris)



















ນາຍົກລັດຖະມົນຕີ George Papandreou ຈາກພັກ​ສັງຄົມ​ນິຍົມ​ຂອງ​ກຣີສ​ແລະ​ທ່ານ
Antonis Samaras ພັກ​ນິຍົມ​ແນວທາງ​ເດີມ ຫົວໜ້າ​ພັກ​ຝ່າຍ​ຄ້ານ ພົບ​ປະກັນ​ອີກ​ໃນ
ວັນ​ຈັນ​ມື້​ນີ້ ​ເພື່ອ​ເລືອກ​ເອົາ​ນາຍົກລັດຖະມົນຕີຮັກສາ​ການ​ຊົ່ວຄາວ​ຄົນ​ໃໝ່​ແລະ​ຄະນະ​
ລັດຖະບານຊຸດ​ໃໝ່ກ່ອນ​ການ​ພົບ​ປະ​ຂອງ​ບັນດາ​ລັດຖະມົນຕີ​ການ​ເງິນ​ຂອງປະ​ເທດ​ທີ່​
ໃຊ້ເງິນ​ຢູ​ໂຣ​ໃນ​ວັນ​ຈັນ

ມື້​ນີ້. ພວກ​ລັດຖະມົນຕີ​ການ​ເງິນ​ເຫລົ່າ​ນີ້​ຈະ​ຕັດສິນ​ໃຈ​ວ່າ ຈະ​ປ່ອຍ​ເງິນ​ງວດ​ໃໝ່​ຕື່ມ​ອີກ
11 ຕື້​ໂດ​ລາ​ຈາກ​ກອງ​ທຶນ​ຊ່ອຍ​ກູ້​ໜີ້​ສິນຂອງ​ກຣີສທີ່​ໄດ້​ໃຫ້ການ​ອະນຸມັດ​ໄປ​ແລ້ວ​ນັ້ນ
ຫລື​ບໍ?.

ທ່ານ Papandreou ກໍາລັງລາ​ອອກ​ຈາກ​ຕໍາ​ແໜ່​ງ​ເພື່ອ​ໃຫ້​ຄະນະ​ລັດຖະບານ​ປະສົມ​ຊົ່ວ
ຄາວກ້າວ​ຂຶ້ນ​ມາຮັບ​ມື​ກັບ​ການ​ຮັບຮອງ​ເອົາ​ແຜນການ​ກອບ​ກູ້​ໜີ້ສິນຂອງ​ສະຫະ​ພາຍ​ຢູ​ໂຣບ
ນັ້ນ. ຂໍ້​ຕົກລົງ​ດັ່ງກ່າວ​ແມ່ນ​ບັງຄັບ​ໃຫ້ກຣີສຕ້ອງ​ຂຶ້ນ​ພາສີ​ ​ແລະ​ຕັດ​ຄ່າ​ໃຊ້​ຈ່າຍ​ລົງ​ຢ່າງ​
ຫລວງຫລາຍ​ໃນໜ້າ​ວຽກ​ຂອງ​ລັດຖະບານ​ແລະ​ຄ່າ​ເບ້ຍ​ບໍານານ​ນັ້ນ.

ຄະນະ​ລັດຖະບານ​ປະສົມ​ຊຸດ​ໃໝ່​ຈະ​ບໍລິຫານ​ປະ​ເທດ​ໄປ​ຈົນ​ຮອດ​ມີ​ການ​ເລືອກ​ຕັ້ງ​ໃໝ່
ຊຶ່ງໃນ​ເບື້ອງ​ຕົ້ນ​ແມ່ນ​ກໍານົດໃສ່​ວັນ​ທີ 19 ກຸມພາ​ປີ​ໜ້າ​ນີ້.

ທ່ານ Papandreou ຈະ​ບໍ່​ເປັນ​ຜູ້​ນໍາພາ​ຄະນະ​ລັດຖະບານ​ປະສົມໃໝ່​ນີ້. ຍັງ​ບໍ່​ເປັນ​ທ່ີ​ຈະ
ແຈ້ງ​ເທື່ອ​ວ່າ ທ່ານວາງ​ແຜນ​ຈະສະມັກເຂົ້າແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ຕໍ່​ໄປ​ອີກ​ຫລື​ບໍ​
ໃນ​ປີໜ້ານັ້ນ.

ໂຄສົກ​ລັດຖະບານ​ກຣີສກ່າວ​ວ່າ ວັນ​ອາທິດ​ວານ​ນີ້​ເປັນ​ມື້​ປະວັດ​ສາດສໍາລັບ​ກຣີສ ຊຶ່ງ​ນາ
ຍົກລັດຖະມົນຕີຕົກລົງລາ​ອອກ​ຈາກ​ອໍານາດ​ເພື່ອ​ຊ່ອຍກອບ​ກູ້​ປະ​ເທດໄວ້ຈາກ​ການ​ລົ້ມ
ລະລາຍ. ​ແຕ່​ພວກ​ປະຊາຊົນ​ກຣິສທໍາ​ມະ​ດາ​ສາມັນທີ່ເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ເສຍ​ສະ
ລະ​ມາພໍ​ແລ້ວ ກ່າວ​ວ່າ ພວກ​ນັກ​ການ​ເມືອງແມ່ນ​ຄື​ກັນໝົດ​ແລະ​ການ​ເລືອກ​ຕັ້ງ​ໃໝ່​ນັ້ນ
ຈະ​ບໍ່​ມີ​ຄວາມ​ໝາຍ​ຫຍັງ​ເລີຍ.

XS
SM
MD
LG