ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກກຣິສ ຮຽກກອງປະຊຸມ ຄະນະລັດຖະບານດ່ວນ (ເບິ່ງວີດີໂອ)


ທ່ານ George Papandreou ນາຍົກລັດຖະມົນຕີກຣິສເດີນທາງໄປຮອດຕຶກລັດຖະສະພາເພື່ອເຂົ້າຮ່ວມກອງປະ ຊຸມສຸກເສິນ
ຂອງຄະນະລັດຖະບານຂອງທ່ານ.
ວັນທີ 3 ພະຈິກ 2011.
ທ່ານ George Papandreou ນາຍົກລັດຖະມົນຕີກຣິສເດີນທາງໄປຮອດຕຶກລັດຖະສະພາເພື່ອເຂົ້າຮ່ວມກອງປະ ຊຸມສຸກເສິນ ຂອງຄະນະລັດຖະບານຂອງທ່ານ. ວັນທີ 3 ພະຈິກ 2011.

ທ່ານ George Papandreou ນາຍົກລັດຖະມົນຕີກຣິສ ຮຽກປະຊຸມດ່ວນ​ຄະນະ​ລັດ
ຖະບານ ​ໃນ​ວັນ​ພະຫັດ​ມື້​ນີ້ ຂະນະ​ທີ່ພວກສະມາຊິກ​ສະພາ​ແຫ່ງຊາດສັງກັດ​ພັກ​ສັງ​ຄົມ​
ນິຍົມຂອງ​ທ່ານ​ຂົ່ມຂູ່ທີ່​ຈະລາ​ອອກ​ຈາກ​ຄະນະ​ລັດຖະບານ​ ​ຍ້ອນ​ແຜນການທີ່​ເປັນ​ບັນຫາ
ໂຕ້​ແຍ່ງ​ກັນ​ທີ່​ຈະ​ຈັດ​ໃຫ້​ມີ​ການ​ລົງ​ປະຊາ​ມະຕິ​ໃນ​ທົ່ວ​ປະເທດ ​ກ່ຽວ​ກັບ​ແຜນການ​ຊ່ອຍ
ກອບ​ກູ້​ໜີ້​ສິນ​ຂອງ​ປະ​ເທດ​ນັ້ນ.

ທ່ານ​ນາງ Eva Kaili ຜູ້​ແທນ​ສັງກັດພັກ​ສັງຄົມ​ນິຍົມ Pasok ຂອງ​ລັດຖະບານ​ທີ່​ປົກ
ຄອງ​ປະ​ເທດ​ໃນ​ປັດຈຸບັນ​ ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ທ່ານ​ນາງ​ຈະ​ບໍ່​ສະໜັບສະໜຸນ​ລັດ
ຖະບານ​ໃນ​ການ​ລົງມະຕິ​ບໍ່​ໄວ້​ວາງ​ໃຈ ຢູ່​ໃນ​ສະພາໃນ​ວັນ​ສຸກ​ມື້​ອື່ນ​ນີ້ ຊຶ່ງ​ຈະ​ເຮັດ​ໃຫ້​ທ່ານ
Papandreou ກຳສຽງ​ຂ້າງ​ຫລາຍ​ພຽງ​ແຕ່ 1 ສຽງ​ເທົ່າ​ນັ້ນ​ໃນ​ສະພາ​ທີ່​ມີສະມາຊິກທັງ
ໝົດ 300 ທ່ານ​.

ທ່ານ​ນາງ Kaili ພ້ອມກັບພວກ​ສະມາຊິກ​ສະ​ພາ​ແລະ​ພວກ​ລັດຖະມົນຕີ​ ໃນຄະນະ​ລັດ
ຖະບານ​ໃນ​ຈໍານວນ​ຫລາຍ​ຂຶ້ນຢາກ​ໃຫ້ນາຍົກລັດຖະມົນຕີ Papandreou ຍົກເລີກແຜນ
ການ​ຂອງ​ທ່ານ​ ທີ່​ຈະ​ຈັດ​ໃຫ້​ມີການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ແຜນການຊ່ອຍກອບ​ກູ້​ເສດ
ຖະກິດ​ ທີ່​ບັນດາ​ຜູ້​ນໍາ​ສະຫະພາບ​ຢູ​ໂຣບ​ໄດ້​ຕົກລົງ​ກັນ​ໃນ​ສັບປະດາ​ຜ່ານ​ມາ​ນີ້.

ທ່ານ Papandreou ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ລົງ​ປະຊາ​ມະຕິ ​ແລະ​ການ​ລົງມະຕິໄວ້​
ວາງ​ໃຈ​ລັດຖະບານ​ຂຶ້ນ ​ເພື່ອ​ຊ່ອຍ​ລະງັບ​ການ​ຄັດຄ້ານ​ຢ່າງ​ແຂງ​ແຮງ​ຂອງ​ປະຊາຊົນ​ຕໍ່​
ການ​ເອົາ​ມາດ​ຕະການ​ປະຢັດ​ມັດທະຍັດທີ່​ປະຊາຊົນ​ບໍ່​ສະໜັບສະໜຸນ ອັນ​ເປັນ​ພາກສ່ວນ
ນຶ່ງ​ຂອງ​ແຜນການ​ກອບ​ກູ້​ໜີ້​ສິນ​ຂອງ​ປະ​ເທດ​ນັ້ນ. ​ແຕ່​ບັນດາ​ນັກວິ​ເຄາະ ບັດ​ນີ້​ພາກັນ​ຕັ້ງ
ຂໍ້​ຖາມ​ຂຶ້ນ​ມາ​ວ່າ ທ່ານ Papandreou ຈະ​ເອົາ​ໂຕ​ລອດ​ໄດ້​ຮອດວັນ​ສຸກມື້​ອື່ນ​ນີ້ຫລື​ບໍ?
ຊຶ່ງ​ເປັນກໍານົດ​ຈະ​ມີ​ການ​ລົງມະຕິ​ໄວ້​ວາງ​ໃຈ​ລັດຖະບານ​ຢູ່ໃນສະພານັ້ນ.

ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ທ່ານ Evangelos Venizelos ລັດຖະມົນຕີ​ການ​ເງິນ​ຂອງ​ກຣິສ
ໄດ້ສະແດງການຄັດຄ້ານຕໍ່ທ່ານ Papandreou ​ກ່ຽວກັບຂໍ້ສະເໜີລົງປະຊາມະຕິໂດ​ຍ
ກ່າວ​ວ່າຖານະ​ດ້ານ​ປະວັດ​ສາດ​ຂອງ​ກຣິສຢູ່​ໃນ​ເຂ​ດທີ່​ໃຊ້​ເງິນ​ຢູ​ໂຣ ບໍ່​ຄວນ​ຈະ​ໃຫ້​ປະຊາ
ຊົນ​ເປັນ​ຜູ້​ຕັດສິນ​ຊີ້ຂາດ.

ພວກ​ລັດຖະມົນຕີ​ໃນ​ຄະນະ​ລັດຖະບານ​ອື່ນໆ​ເຄີຍ​ໃຫ້ການ​ສະໜັບສະໜຸນ​ມາ​ກ່ອນ​ຕໍ່
ແຜນການ​ລົງ​ປະຊາ​ມະຕິ​ນີ້.

ເບິ່ງວີດີໂອ ລາຍງານພາສາອັງກິດກ່ຽວກັບບັນຫາຂອງກຣີສ:

XS
SM
MD
LG