ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ພຶດສະພາ ໒໐໒໓

ຕຳຫຼວດກຣິສ ຈັບກຸມ ຜູ້ຫຼົບໜີ ຫົວນິຍົມ ຊ້າຍຈັດ ຄົນນຶ່ງ (ວີດີໂອ)


ຮູບພາບນາຍ Nikos Maziotis (ຄົນກາງ) ກຳລັງຖືກຕຳຫຼວດນຳໂຕ ໄປຍັງຫ້ອງການ ໄອຍະການ ທີ່ນະຄອນຫຼວງ Athens ວັນທີ 12 ເມສາ 2010.

ຕຳຫຼວດ​ກຣິສ ​ໄດ້​ຈັບ​ກຸມ​ຜູ້​ຫລົບໜີ​ຄົນ​ນຶ່ງ ທີ່ທາງ​ການ​ຕ້ອງການ​
ໂຕ​ເປັນ​ທີ່​ສຸດ​ໃນ​ບັນດາ​ຜູ້​ຫລົບໜີ​ຈາກ​ເຈົ້າ​ໜ້າ​ທີ່​ແລະ​ຜູ້​ຕ້ອງ​ສົງ​
ໄສ​ເປັນ​ຜູ້ ກໍ່​ການ​ຮ້າຍ ຫຼັງ​ຈາກ​ຍິງ​ຕໍ່ສູ້​ກັນ​ໃນ​ນະຄອນຫຼວງ
Athens ທີ່​ໄດ້​ເຮັດໃຫ້ຕຳຫຼວດ​ຄົນ​ນຶ່ງ​ແລະ​ນັກ​ທ່ອງ​ທ່ຽວ 2 ຄົນ​
ໄດ້​ຮັບ​ບາດ​ເຈັບ.

ນາຍ Nikos Maziotis ຫົວ​ນິຍົມ​ຊ້າຍ​ຈັດ ​ໄດ້​ຮັບ​ບາດ​ເຈັບ​ສາ
ຫັດ​ໃນ​ການຍິງ​ຕໍ່ສູ້​ກັນ​ກັບ​ຕຳຫຼວດ ​ແລະ​ໄດ້​ຮັບ​ການຜ່າຕັດ​ທີ່​
ໂຮງໝໍ​ແຫ່ງນຶ່ງ ໃນ​ນະຄອນຫຼວງ Athens.

ຕຳຫຼວດ​ໄດ້​ພົບ​ໂຕ​ນາຍ Maziotis ​ໃນເຂດ​ໃຈກາງ​ເມືອງ​ທີ່​ອັດ
​ແອໄປດ້ວຍຜູ້ຄົນ ​ໃນ​ວັນ​ພຸດວານ​ນີ້ ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ​ກ່າວວ່າ ຜູ້ກ່ຽວ​ໄດ້ໃສ່
ຜົມ​ປອມແລະ​ຖື​ບັດປະຈຳ​ໂຕ​ປອມ.

ນາຍ Maziotis ​ໄດ້​ເປັນ​ສະມາຊິກ​ຂັ້ນ​ສູງ​ສຸດ​ ຂອງ​ກຸ່ມ​ຫົວ​ຮຸນ​ແຮງ Revolutionary
Struggle ທີ່​ໄດ້​ຍຸບ​ໄປ​ແລ້ວ. ກຸ່ມ​ດັ່ງກ່າວ​ໄດ້​ເປັນຜູ້​ຮັບຜິດຊອບ​ໃນ​ການ​ຍິງ​ຈະ​ຫຼວດ
ລູກ​ນຶ່ງ​ໃສ່​ສະຖານທູດ​ສະຫະລັດໃນ​ນະຄອນຫຼວງ Athens ​ໃນ​ປີ 2007. ການ​ໂຈມ​ຕີ​ດັ່ງກ່າວໄດ້​ສ້າງ​ຄວາມ​ ເສຍ​ຫາຍ​ເລັກ​ນ້ອຍ ​ແລະ​ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ​ຫຼື​ເສຍ​ຊີວິດ.

ນາຍ Maziotis ຖືກ​ຈັບ​ກຸມ​ໃນ​ປີ 2010 ​ແລະ​ໄດ້​ຖືກ​ປ່ອຍ​ໂຕ​ໃນ​ເວລາ​ຕໍ່​ມາ​ບໍ່​ດົນ​ແລະ​
ຜູ້ກ່ຽວ​ກໍໄດ້​ຫາຍ​ໂຕ​ໄປ​ໃນ​ທັນທີ.

ຕຳຫຼວດ​ສົງ​ໄສ​ວ່າ ຜູ້ກ່ຽວ​ໄດ້​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ຫຼາຍ​ຢ່າງ ຮວມ
ທັງ​ການວາງ​ລະ​ເບີດ​ ​ໃນ​ເດືອນ​ເມສາ​ຜ່ານ​ມາ ຢູ່​ຂ້າງ​ນອກ​ທະນາຄານ​ແຫ່ງ​ນຶ່ງ ​ໃນນະ
ຄອນ Athens ​ແຕ່​ບໍ່​ມີ​ຜູ້​ໃດ ໄດ້ຮັບບາດ​ເຈັບ.

greecefugitive17july14
please wait

No media source currently available

0:00 0:00:43 0:00

XS
SM
MD
LG