ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາຍົກລັດຖະມົນຕີກຣິສ ຈະຂໍເວລາຕື່ມ


ນາຍົກລັດຖະມົນຕິກຣິສ ຈະພົບປະກັບ ນຍຍົກລັດຖະມົນຕີ ເຢຍລະມັນ ທ່ານນາງ Angela Merkel ທີ່ກຸງ Berlin ເພື່ຂໍຮ້ອງເວລາຕໍ່
ນາຍົກລັດຖະມົນຕິກຣິສ ຈະພົບປະກັບ ນຍຍົກລັດຖະມົນຕີ ເຢຍລະມັນ ທ່ານນາງ Angela Merkel ທີ່ກຸງ Berlin ເພື່ຂໍຮ້ອງເວລາຕໍ່
ນາຍົກລັດຖະມົນ​ຕີກຣິສ ທ່ານ Antonis Samaras ຄາດ​ວ່າ​ຈະຂໍ​ເວລາ​ຕື່ມ​ອີກ ​ໃນ​ການ​ປະຕິ​ຮູບທີ່​ສຳຄັນໆ ​ແລະຕັດຄ່າໃຊ້ຈ່າຍ​ ເພື່ອ​ໃຫ້​ປະ​ເທດ​ຂອງທ່ານທີ່​ຕົກ​ຢູ່​ໃນສະພາບ
ເສດຖະກິດ​ຝືດ​ເຄືອງ​ນັ້ນ ​ຍັງ​ສາມາດ​ຢູ່​ໃນ​ເຂດ​ທີ່​ໃຊ້ ​ເງິນຢູ​ໂຣ ​ເວ​ລາ​ທີ່​ທ່່ານ​ພົບ​ປະໃນ​ວັນ​ສຸກ​ນີ້ ກັບນາຍົກລັດຖະມົນ​ຕີ ​ເຢຍລະ​ມັນ ທ່ານ​ນາງ Angela Merkel ທີ່​ກຸງ​ເບີ​ລິນ.

ທ່ານ Samaras ​ໄດ້​ກ່າວ​ຕໍ່​ໜັງສືພິມ Bild ຂອງ​ເຢຍຣະມັນ​ໃນ​ຕົ້ນ​ອາທິດ​ນີ້​ວ່າ ກຣິສບໍ່​ໄດ້​ຊອກ​ຫາຊ່ອງ​ທາງ ​ເພື່ອ​ຢືມ​ເງິນ​ຕື່​ມຈາກບັນດາຜູ້ໃຫ້​ເງິນກູ້​ຢືມ​ນາ​ໆຊາ​ດ. ທ່ານກ່າວ
ວ່າ ກຣິສພຽງ​ແຕ່​ຕ້ອງການ​ເວລາ​ອີກ​ນ້ອຍ​ນຶ່ງ ​ໃນ​ການ​ຕັດ​ຄ່າໃຊ້ຈ່າຍ ​ແລະ​ປະຕິ​ຮູບ​ທີ່​ຈະ​ເຮັດ​ໃຫ້ເສດຖະກິດ​ຂອງ​ຕົນຟື້ນ​ໂຕ ​ແລະເພີ່ມ​ລາຍ​ໄດ້.

ເຖິງ​ຢ່າງໃດ​ກໍ​ດີ ລັດຖະມົນ​ຕີ​ການ​ເງິນເຢຍລະມັນ ທ່ານ Wolfgang Schaeuble ​ໄດ້​ບອກ​ວິທະຍຸເຢຍລະ​ມັນ ​ໃນອາທິດ​ນີ້​ວ່າ ຕ້ອງການເວລາ ຕື່ມອີກນັ້ນ ​ແມ່ນໝາຍ​ເຖິງ​ຕ້ອງການ​ເງິນ​ຕື່ມ​ອີກ.

ທ່ານ Samaras ຈະ​ນໍາ​ເອົາ​ຄວາມ​ພະຍາຍາມ​ທາງດ້ານ​ການທູດຂອງທ່ານໄປ​ຍັງກຸງ​ປາຣີ ​ໃນ​ວັນ​ເສົາ​ນີ້ ​ເພື່ອປະ​ຊຸມ​ກັບປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande.​

ກ່ຽວຂ້ອງກັນ

XS
SM
MD
LG