ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຣິສ ສັນລະເສີນ ຂໍ້ຕົກລົງ ແລກປ່ຽນພັນທະບັດ (​ເບິ່ງ​ວີ​ດີ​ໂອ)


ຕາຕະລາງ ທີ່ປະກາດເຖິງ ຂໍ້ຕົກລົງກ່ຽວກັບການກູ້ຢືມເງິນ ຂອງກຣິສ
ຕາຕະລາງ ທີ່ປະກາດເຖິງ ຂໍ້ຕົກລົງກ່ຽວກັບການກູ້ຢືມເງິນ ຂອງກຣິສ

ນາຍົກ​ລັດຖະມົນຕີກຣິສ ທ່ານ Lucas Papademos ​ໄດ້​ສັນລະ​ເສີ​ນຜົນ​ສໍາ​ເລັດ​ຂອງຂໍ້​
ຕົກລົງ​ການແລກປ່ຽນ​ພັນທະ​ບັດ ກັບ​ບັນດາເອກ​ກະ​ຊົນຜູ້​ໃຫ້​ເງິນ​ກູ້​ຢືມເພື່ອໃຫ້ປະ​ເທດສາ
ມາດ​ຊຳລະ​ໜີ້ສິນ​ຕ່າງໆ​ໄດ້​ນັ້ນ.

ໃນ​ລະ​ຫວ່າງການກ່າວ​ຄໍາ​ປາໄສ ​ຜ່ານທາງ​ໂທລະພາບ​ແຫ່ງ​ຊາດໃນ​ວັນ​ສຸກວານ​ນີ້ ທ່ານ
Papademos ເວົ້າ​ວ່າ “​ເປັນ​ຄັ້ງ​ທໍາ​ອິດທີ່​ກຣິສ ບໍ່​ໄດ້​ເພີ້​ມ​ເຕີມ ແຕ່​ໄດ້​ຕັດ​ໜີ້​ສີນ​ທີ່​ປະຊາ
ຊົນ​ຊາວ​ກຣີສຮຸ້ນ​ຕໍ່​ໆ​ໄປ​ຈະຕ້ອງ​ໄດ້​ແບກ​ຫາມ​ນັ້ນລົງ.

ພາຍ​ໃຕ້​ຂໍ້​ຕົກລົງ​ສະບັບ​ນີ້ ກຣິສກ່າວ​ວ່າ​ ສ່ວນ​ໃຫ່ຍຂອງເອກ​ກະ​ຊົນ​ທີ່​ໃຫ້​ກູ້​ຢືມ​ເງິນ​ທັງ
ຫລາຍຂອງຕົນ ຮວມ​ທັງ​ສະ​ຖາ​ບັນການ​ເງິນ​ຕ່າງໆໄດ້ເຫັນ​ພ້ອມ​ກັບ​ຂໍ້​ຕົກລົງ​ແລກປ່ຽນ
ພັນທະບັດ ​ເພື່ອ​ຊ່ວຍ​ໃນ​ການ​ລົບ​ລ້າງ​ໜີ້​ສິນ ໃນ​ມູນ​ຄ່າ 142 ​ພັນ​ລ້ານ​ໂດ​ລາ ແລະ​ຫລີກ​
ເວັ້ນຈາກ​ການ​ຜິດ​ສັນຍາ​ ໃນພັນທະ​ການ​ຈ່າຍ​ງວດ​ດ້ານການ​ເງິນ​ໃນ​ທ້າຍ​ເດືອນ​ນີ້. ກຣິສ
ມີ​ຈຸດປະສົງທີ່​ຈະໃຊ້ກົດໝາຍ​ບັງ​ຄັບ​ໃຫ້​ພວກທີ່​ຍັງ​ເຫລື​ອຢູ່​ນັ້ນ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ດັ່ງກ່າວ.

ເບິ່ງ​ວີ​ດີ​ໂອ​ທີ່​ກ່ຽວຂ້ອງ​ກັນ:

ລຸນ​ຫຼັງການ​ປະ​ຊຸມຂອງ​ຄະນະລັດຖະບານ ​ຢູ່ທີ່ໃນ​ສະພາ​ແຫ່ງ​ຊາດ ລັດຖະມົນຕີ​ການ​ພັດ
ທະນາຂອງ​ກຣີສ ທ່ານ​ນາງ Anna Diamantopoulou ກ່າວ​ວ່າ ນັບແຕ່​ນີ້ຕໍ່​ໄປທ່ານ​ຈະ
ເພັ່ງ​ເລັງໃສ່​ການ ປັບປຸງ​ຄວາມ​ສໍາພັນດ້ານທຸລະກິດ​ຢູ່ໃນກຣິສ.

ກຣິສ ​ໄດ້​ຮັບເອົາມາດ​ຕະການ​ປະຢັດມັດ​ທະ​ຍັດ​ຕ່າງໆ​ໃນ​ຂອບ​ເຂດ​ທີ່ ກວ້າງຂວາງ ​ໂດຍ​
ໄດ້​ຕັດເງິນ​ເດືອນ​ແລະ​ເງິນ​ເບ້ຍ​ບໍານານ ​ຕະຫຼອດ ທັງລົບ​ລ້າງ​ໜ້າ​ທີ່​ວຽກ​ການ​ຫລາຍ​ໆ​
ພັນວຽກຂອງ​ລັດຖະບານ ​ເພື່ອ​ໃຫ້​ສອດ​ຄ້ອງ​ກັບ​ຄໍາ​ຮຽກຮ້ອງ​ຂອງ​ຜູ້​ໃຫ້​ເງິນ​ກູ້​ຢືມ​ຕ່າງ
ປະ​ເທດ​ເພື່ອຈະ​ໄດ້​ ຮັບ​ເງິນ​ຊ່ອຍ​ເຫຼືອກ້ອນ​ໃໝ່ ມູນ​ຄ່າ 172 ພັນ​ລ້ານ​ໂດ​ລາ. ນີ້​ແມ່ນເງິນ
ຊ່ວຍ​ເຫຼືອກ້ອນ​ທີ່​ສອງ​ຂອງ​ປະ​ເທດ​ທີ່​ໄດ້​ຮັບ ​ໃນໄລະຍະສອງ​ປີ​ທີ່​ຜ່ານ​ມາ.

ກຣິສ ມີແຜນ​ທີ່ຈະໃຊ້ໜີ້​ທີ່ຕົນ​ຕິດນັ້ນ​ຄືນ​ແກ່ສະ​ຖາ​ບັນ​ການ​ເງິນ​ທັງຫຼາ​ຍ​ໃນ​ລະຍະ​ຍາວ
ໂດຍ​ຈະ​ໃຫ້ບັນດາ​ພວກ​ທີ່ໄດ້​ຊື້ພັນທະບັດກຣີສ ຈໍາ​ເປັນ​ຕ້ອງຂາດ​ທືນສາມ​ຫາ​ສີ່​ສ່ວນ​ໃນການ
ລົງ​ທືນຂອງ​ເຂົາ​ເຈົ້ານັ້ນ.

XS
SM
MD
LG