ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກຜູ້ນໍາກຣີສ ປະຊຸມກັນ ເພື່ອປະກອບ ລັດຖະບານ ປະສົມ


ຜູ້ນໍາພັກປະຊາທິປະໄຕໃໝ່ ທ່ານ Antonis Samaras ຈັບມືກັບ ຫົວໜ້າພັກ Syriza, ທ່ານ Alexis Tsipras, ທີ່ກອງປະຊຸມຢູ່ ສະພາກຣີສ ທີ່ກຸງເອເທັນສ໌, ວັນຈັນ ທີ 18 ມິຖຸນາ 2012.
ຜູ້ນໍາພັກປະຊາທິປະໄຕໃໝ່ ທ່ານ Antonis Samaras ຈັບມືກັບ ຫົວໜ້າພັກ Syriza, ທ່ານ Alexis Tsipras, ທີ່ກອງປະຊຸມຢູ່ ສະພາກຣີສ ທີ່ກຸງເອເທັນສ໌, ວັນຈັນ ທີ 18 ມິຖຸນາ 2012.

ທີ່ປະເທດກຣີສ ບັນດາຜູ້ນໍາພັກການເມືອງກໍາລັງປະຊຸມກັນ ເປັນມື້ທີສອງ ເພື່ອຫາ
ທາງປະກອບລັດຖະບານປະສົມຂຶ້ນ.

ປະທານາທິບໍດີກຣີສໄດ້ໃຫ້ເວລາທ່ານ Antonis Samaras ຫົວໜ້າ ພັກປະຊທິປະ
ໄຕໃໝ່ ທີ່ນິຍົມແນວທາງເດີມນັ້ນ ຈົນຮອດວັນພຸດ ເພື່ອໃຫ້ເຂົ້າຮ່ວມເປັນພັນທະມິດ
ກັບພັກອື່ນໆ ເພື່ອຈັດຕັ້ງລັດຖະບານຂຶ້ນ ຫລັງຈາກທີ່ພັກຂອງທ່ານໄດ້ຮັບບ່ອນນັ່ງ
ຫລາຍທີ່ສຸດໃນການເລືອກຕັ້ງ ສະພາເມື່ອວັນອາທິດຜ່ານມານັ້ນ.

ວັນຈັນ​ວານ​ນີ້ ທ່ານ Samaras ​ໄດ້​ພົບ​ປະ​ກັບຜູ້​ນໍາ​ພັກ PASOK ​ທ່ານ Evangelos
Venizelos ທີ່​ກ່າວ​ວ່າ ທ່ານ​ເຊື່ອ​ວ່າ ລັດຖະບານ​ປະສົມ​ຕ້ອງ​ໄດ້​ຈັດ​ຕັ້ງ​ຂຶ້ນ​ພາຍ​ໃນ​ຄືນ​
ວັນ​ອັງ​ຄານ​ມື້​ນີ້. ພັກ PASOK ໄດ້​ຮັບ​ບ່ອນ​ນັ່ງ​ຫລາຍ​ອັນ​ດັບ​ສາມ ​ແຕ່​ໄດ້​ເຂົ້າ​ຮ່ວມ​ເປັນ
​ພັນທະ​ມິດ​ກັບ​ພັກ​ປະຊາທິປະ​ໄຕໃໝ່ ຍ້ອນ​ສະໜັບ​ສະ​ໜຸນ​ໃຫ້ກຣີສຮັບ​ເອົາ​ການ​ຊ່ວຍ
ເຫລືອ​ຂອງ​ນາໆ​ຊາດ ​ເພື່ອ​ກອບ​ກູ້​ເສດຖະກິດ​ຂອງ​ປະ​ເທດ​ນັ້ນ.

​ພັກ​ປະຊາທິປັດ​ຊ້າຍ ຫລື Democratic Left ທີ່​ຄັດຄ້ານ​ການ​ຊ່ວຍ​ເຫລືອ​ຂອງ​ນາໆ​
ຊາດ​ນັ້ນ ກໍ​ອາດ​ຈະ​ເຂົ້າ​ມາ​ຮ່ວມ​ລັດຖະບານ​ປະສົມ. ທ່ານ Venizelos ​ໄດ້​ພົບ​ປະ​ກັບ​
ບັນດາ​ຜູ້​ນໍາ​ພັກ​ດັ່ງກ່າວ ຢູ່​ນະຄອນຫລວງ​ເອ​ເທັນ​ສ໌ ​ໃນ​ວັນ​ອັງຄານ​ມື້​ນີ້ ​ແລະ​ທ່ານ
​ກ່າວ​ວ່າ ການ​ເຈລະຈາ​ໄດ້​ເປັນໄປ​ໃນ​ທາງສ້າງສັນ.

ສ່ວນ​ພັກ Syriza ​ຊ້າຍ​ຈັດທີ່​ຄັດຄ້ານ​ການ​ຊ່ວຍ​ເຫລືອ​ຂອງ​ຕ່າງປະ​ເທດ​ນັ້ນ ຍັງ​ບໍ່​ຍອມ​
ເຂົ້າ​ມາ​ຮ່ວມ​ລັດຖະບານ​ປະສົມ. ຫົວໜ້າ​ພັກ ທ່ານ Alexis Tsipras ກ່າວ​ວ່າ ກຣີສ
ຕ້ອງການ​ພັກ​ຝ່າຍ​ຄ້ານ​ທີ່​ແຂງ​ແຮງ ​ແລະ​ວ່າ ​ແລ້ວປະຫວັດສາດ​ຈະ​ພິສູດ​ໃຫ້​ເຫັນ​ວ່າ
ການ​ຊ່ວຍ​ເຫລືອ​ຂອງ ນາໆ​ຊາດ​ທີ່​ບັງຄັບ​ໃຫ້ກຣີສຕ້ອງ​ປະຕິບັດ​ມາດ​ຕະການ​ປະ​ຍັດ
​ມັດທະຍັດ​ທີ່​ເຂ້​ມງວດ​ນັ້ນ ​ແມ່ນ​ບໍ່​ຖືກຕ້ອງ​ສໍາລັບ​ກຣີສ.​

XS
SM
MD
LG