ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

ກຣິສ ປິດບັນດາ ທະນາຄານ ແລະ ຄວບຄຸມ ການຖອນເງິນ


ຄູ່ຮັກຊາຍ ຍິງ ຍ່າງຜ່ານຄົນກຳລັງໃຊ້ເຄື່ອງຈັກ ATM ກົດເງິນ ຢູ່ເມືອງ Monastiraki ໃນນະຄອນຫຼວງ Athens. 29 ມິຖຸນາ 2015.

ວັນ​ຈັນ​ມື້​ນີ້ ປະຊາຊົນ​ຊາວ​ກຣີສ ຕື່ນ​ນອນ​ຂຶ້ນ​ມາ ພົບ​ວ່າ ບັນດາ​ທະນາຄານ​ຕ່າງໆ​ອັດ​ໝົດ ​ແລະ​ຕູ້​ຖອນ​ເງິນ ATM ບໍ່​ມີ​ເງິນ​ເລີຍ.

​ປະ​ເທດ ກຣິສ ​ທີ່ຂາດ​ເງິນ​ຢ່າງຫຼວງ​ຫຼາຍ ແລະໄດ້ຖືກ​ຕັດ​ອອກ​ຈາກ​ການໄດ້​ຮັບເງິນ​ກູ້​ຢືມເພີ້​ມຕື່ມ ຈາກສະຫະພາບຢູ​ໂຣບນັ້ນ ​ໄດ້​ສັ່ງ​ໃຫ້​ປິດບັນດາ​ທະນາຄານ ​ແລະ ຕະຫຼາດ​ຮຸ້ນ ​ເປັນ​ເວລາ​ 6 ມື້ ເລີ່​ມ​ແຕ່ ວັນ​ຈັນ​ມື້​ນີ້​ເປັນ​ຕົ້ນ​ໄປ, ​ໃນ​ຂະນະ​ທີ່​ວິ​ກິດ​ການ​ທາງການ​ເງິນ​ຂອງ​ປະ​ເທດ ຕົກ​ຕ່ຳ​ກວ່າ​ເກົ່າ ​ແລະ ກຳນົດ​ເສັ້ນ​ຕາຍ​ໃນ​ວັນ​ອັງ​ຄານມື້​ອື່ນ ເພື່ອຜ່ອນຄາຍວິ​ກິດ​ການ​ນັ້ນ ​ຫຍັບ​ໃກ້​ເຂົ້າ​ມາ.

ນາຍົກລັດຖະມົນຕີ Alexis Tsipras ​ໄດ້ອອກ​ມາ​ ປະກາດຂ່າວ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ ​ທາງໂທລະພາບແຫ່ງ​ຊາດ​ ​ໃນ​ວັນ​ອາທິດ​ວານ​ນີ້, ຫລາຍ​ຊົ່ວໂມງຫຼັງ​ຈາກ​ທະ​ນາ​ຄານ​ກາງ ຢູ​ໂຣບ ​ກ່າວ​ວ່າ ຕົນ​ຈະ​ບໍ່​ສືບ​ຕໍ່​ໂຄງການ​ໃຫ້​ເງິນ​ກູ້​ຢືມ​ສຸກ​ເສີນ ​ແກ່​ກຣີສ ທີ່​ໄດ້​ອະນຸຍາດໃຫ້​ບັນດາ​ທະນາຄານຂອງ​ ກຣິສ ​ຍັງ​ເປີດບໍລິການ​ໄດ້​ໃນ​ບໍ່​ເທົ່າ​ໃດອາ​ທິດ​ທີ່​ຜ່ານ​ມານັ້ນ.

ການ​ປະ​ກາດ​ຂອງ​ທ່ານ Tsipras ໄດ້ເກີດ​ຂຶ້ນ ​ຫຼັງ​ຈາກ​ການ​ເຈລະຈາ​ໃນທ້າຍອາທິດຜ່ານ​ມາ ລະຫວ່າງນັກ​ເຈລະຈາ ກຣິສ ​ແລະ ພວກ​ເຈົ້າ​ໜີ້ຢູ​ໂຣບ ​ໄດ້ຈົບ​ລົງ​ໂດຍຕົກລົງກັນ​ບໍ່​ໄດ້ ກ່ຽວ​ກັບ​ ເງື່​ອນ​ໄຂ​ຂອງເງິນ​ກູ້​ ​ເພື່ອ​ການ​ປະຕິ​ຮູບ ​ເພື່ອ​ຊ່ວຍ​ກອບ​ກູ້​ເສດຖະກິດຂອງ​ກຣີສນັ້ນ. ​ຖ້າ
ປາດ​ສະ​ຈາກ​ການ​ຕົກລົງ, ນັກວິ​ເຄາະ​ກ່າວ​ວ່າ ລັດຖະບານ Athens ກໍເບິ່ງຄືວ່າ ຈະຜິດສັນຍາ​ໃນການຊຳລະໜີ້ ເງິນກູ້ຢືມ 1.8 ຕື້ໂດລາ ໃຫ້ກັບອົງການກອງທຶນສາກົນ ໃນວັນອັງຄານມື້​ອື່ນນີ້.

ນາຍົກລັດຖະມົນຕີ ກຣິສ ໄດ້ຖິ້ມ​ໂທດ​ໃສ່ ພວກ​ເຈົ້າ​ໜີ້ຢູໂຣບວ່າ ​ເປັນ​ຕົ້ນ​ເຫດ​ຂອງບັນຫາ ວິກິດການທີ່ຂົ່ມຂູ່ ຈະ​ເຮັດ​ໃຫ້ກຣີສຖືກ​ຖອນ​ອອກ​ຈາກ​ການເປັນສະມາຊິກກຸ່ມສະກຸນເງິນ ຢູໂຣ ທີ່​ປະກອບ​ດ້ວຍ 19 ປະເທດນັ້ນ.

ຕາ​ມຕາຕະລາງເວລາຕອນນີ້, ທະນາຄານ ແລະ ຕະຫຼາດຮຸ້ນ ແມ່ນ ຍັງຈະປິດຢູ່ ຈົນກວ່າຊາວ​ກຣີສຜູ້​ມີ​ສິດ​ເລືອກ​ຕັ້ງ ຈະຕັດສິນໃຈ ໃນການລົງປະຊາມະຕິ ວັນທີ 5 ເດືອນກໍລະກົດນີ້ ວ່າ ຈະຮັບ​ເອົາ ມາດຕະການເຄັ່ງຄັດໃໝ່ ທີ່ຮຽກຮ້ອງໂດຍພວກ​ເຈົ້າ​ໜີ້​ຂອງປະເທດ ນັ້ນຫຼືບໍ່.

ລາຍ​ງານຂ່າວຕ່າງໆຂອງ ຢູໂຣບ ກ່າວວ່າ ໃນໄລຍະການປິດທະນາ ຄານນີ້ ພວກລູກຄ້າ ຈະ​ໄດ້​ຮັບອະນຸຍາດໃຫ້ຖອນເງິນ ຈຳນວນສູງສຸດ ​ໄດ້ 65 ໂດລາຕໍ່ມື້ ແລະເງິນສົດແມ່ນຈະບໍ່ສາມາດ ເຄື່ອນຍ້າຍອອກ ຕ່າງປະເທດໄດ້ ຖ້າບໍ່ໄດ້ຮັບອະນຸຍາດກ່ອນ.

Greece Bailout
please wait
Embed

No media source currently available

0:00 0:01:38 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG