ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນາຍົກ Tsipras ໃຫ້ຄຳປະຕິຍານ ທີ່ຈະຊ່ອຍເຫຼືອ ປະຊາຊົນກຣິສ ທີ່ທຸກຈົນ


ນາຍົກ Tsipras ກ່າວປາໄສ ຄັ້ງທຳອິດ ຕໍ່ສະພາແຫ່ງຊາດ ທີ່ນະຄອນຫຼວງ Athens, ວັນທີ 8 ກຸມພາ 2015.
ນາຍົກ Tsipras ກ່າວປາໄສ ຄັ້ງທຳອິດ ຕໍ່ສະພາແຫ່ງຊາດ ທີ່ນະຄອນຫຼວງ Athens, ວັນທີ 8 ກຸມພາ 2015.

ທ່ານ Alexis Tsipras ນາຍົກລັດຖະມົນຕີກຣິສ ​ໃຫ້​ຄຳ​ປະຕິ
ຍານ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ລັດຖະບານ​ຂອງ​ທ່ານ​ຈະ​ຊ່ອຍ​ເຫຼືອ
​ປະຊາຊົນ ​ທີ່​ຕ້ອງການ​ຄວາມ​ຊ່ອຍ​ເຫຼືອ​ຫຼາຍ​ທີ່​ສຸດ ທີ່​ໄດ້​ຮັບ​ຜົນ
​ກະທົບ​ຈາກ​ການ​ເອົາມາດ​ຕະການ​ປະຢັດ​ມັດທະຍັດ​ຕ່າງໆ​ ທາງ​
ດ້ານ​ເສດຖະກິດ​ທີ່​ກຳນົດ​ ໂດຍ​ພວກນາໆ​ຊາດທີ່ໃຫ້​ເງິນ​ກູ້​ຢືມ​ແກ່
​ລັດຖະບານ Athens ນັ້ນ.

​ໃນ​ຄຳ​ປາ​ໄສ​ຕໍ່​ສະພາ​ແຫ່ງ​ຊາດ ນາຍົກລັດຖະມົນຕີ​ທີ່​ຫາ​ກໍ​ໄດ້​ຮັບ
​ການ​ເລືອກ​ຕັ້ງ​ໃໝ່ໆກ່າວວ່າ ພັກ Syriza ຂອງ​ທ່ານ ​ທີ່​ປົກຄອງ​
ປະ​ເທດ​ໃນ​ປັດ​ຈຸ​ບັນ ຈະ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ທີ່ໄດ້​ໃຫ້​ໄວ້
ໃນ​ການໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງໂດຍ​ຈະ​ໃຫ້​ເຂົ້າປາ​ອາຫານ
ແລະໄຟຟ້າ​ຟຣີແກ່​ພວກ​ປະຊາຊົນ​ທີ່​ຕ້ອງການ​ເປັນ​ທີ່​ສຸດ​ນັ້ນ. ທ່ານTsipras ຍັງກ່າວຕື່ມ​
ວ່າ ທ່ານ​ຈະ​ເປີດ​ສະຖານີ​ໂທລະພາບແຫ່ງ​ຊາດຄືນ ຊຶ່ງ​ໄດ້​ຖືກ​ອັດ​ລົງ​ໂດຍ​ຄະນະລັດຖະ
ບານ​ຊຸດ​ກ່ອນຂອງ​ກຣິສ ​ເພື່ອ​ປະຢັດ​ເງິນໃນ​ຂະນະ​ທີ່ທຳ​ການ​ເຈລະຈາ​ຫາ​ເງິນຈຳນວນ 300
ຕື້​ດອນ​ລາ ມາ​ຊ່ອຍ​ກູ້​ເສດຖະກິດນັ້ນ.

ນອກ​ນັ້ນ ທ່ານ Tsipras ປະກາດ​ຕັດ​ຈຳນວນ​ເຈົ້າ​ໜ້າທີ່​ລັດຖະບານ​ລົງ ຫ້າມ​ໃຫ້​ລົດ​ຟຣີ
​ແກ່​ພວກ​ລັດຖະມົນຕີ ​ແລະ​ຂາຍ​ເຮືອບິນ​ລຳ​ນຶ່ງ​ທີ່​ມີ​ໄວ້​ໃຫ້​ທ່ານໃຊ້​ນັ້ນ.

ທ່ານ Tsipras ​ແລະ​ທ່ານ Yanis Varoufakis ລັດຖະມົນ​ການ​ເງິນ ​ໄດ້​ໄປ​ຢ້ຽມຢາມນະ
ຄອນຫຼວງ​ຂອງ​ຫຼາຍ​ປະ​ເທດ​ໃນ​ຢູ​ໂຣບ​ໃນ​ສັບປະດາຜ່ານ​ມາ​ນີ້ ເພື່ອ​ຂໍ​ຮ້ອງ​ຢືມ​ເງິນເພື່ອ​ໃຫ້
​ລັດຖະບາ​ມມີ​ເງິນ​ໃຊ້​ຈ່າຍ ​ໄປ​ຮອດ​ເດືອນ​ພຶດສະພາ ​ເພື່ອຊ່ວຍ​ໃຫ້​ປະ​ເທດສາມາດ​ຊຳລະ​
ໜີ້ສິນຂອງ​ຕົນ​ໄດ້ ​ໃນ​ຂະນະ​ທີ່ພະຍາຍາມ​ເຈລະຈາກຳນົດ​ເວລາຈ່າຍ​ໜີ້​ຄືນ ​ສຳຫລັບການ​ຊ່ວຍ​ເຫລືອ​ເພື່ອກູ້​ເສດຖະກິດ​ຂອງ​ປະ​ເທດ​ນັ້ນ. ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່ຢູ​ໂຣບ ​ໄດ້​ຢືນ​ຢັດ​ວ່າ ກຣິສຈະ​ຕ້ອງ​ເຄົາລົບ​ນັບຖື​ເງື່ອນ​ໄຂ​ໃນ​ໜີ້​ສິນ​ຂອງ​ຕົນ ​ແລະ​ບໍ່​ໄດ້ສະ​ແດງ​ໃຫ້​ຄວາມ​ສົນ​ໃຈ
ທີ່​ຈະການ​ຕັດຈຳ​ນວນ​ໜີ້​ສິນ​ຂອງ​ກຣິສລົງ.

greecetsiprasausterity9february15
please wait

No media source currently available

0:00 0:01:19 0:00

XS
SM
MD
LG