ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາກຣິສ ຈະລົງຄະແນນສຽງ ຮັບຜ່ານ ແຜນປະຕິຮູບ ໃນ ວັນພຸດມືີ້ນີ້


ບັນດາສະມາຊິກພັກຄອມມິວນິສ ທີ່ພົວພັນກັບສະຫະພັນ ກຳມະບານ PAME ຫ້ອຍປ້າຍຕໍ່ຕ້ານ ໂຄງການມັດທະຍັດ.
ບັນດາສະມາຊິກພັກຄອມມິວນິສ ທີ່ພົວພັນກັບສະຫະພັນ ກຳມະບານ PAME ຫ້ອຍປ້າຍຕໍ່ຕ້ານ ໂຄງການມັດທະຍັດ.

ບັນດາ​ສະມາຊິກສະພາ​ກຣິສ ຕຽມ​ພ້ອມ​ທີ່​ຈະ​ລົງ​ຄະ​ແນ​ນສຽງ
​ໃນ​ວັນ​ພຸດ​ມື້​ນີ້ ກ່ຽວກັບຮ່າງກົດໝາຍກອບ​ກູ້ເສດຖະກິດ ທີ່ເຄັ່ງ
ຄັດ​ສະບັບໃໝ່ ​ໃນ​ຂະນະ​ທີ່ ນາຍົກລັດຖະມົນຕີ Alexis
Tsipras ກົດ​ດັນ​ບັນດາ​ສະມາຊິກ​ສະພາ ​ໃຫ້​ສະໜັບສະ​ໜູນ​
ການ​ປະຕິ​ຮູບ​ທີ່ຍາກ​ລຳບາກ ທີ່ຮຽກຮ້ອງ​ໂດຍບັນດາ​ຜູ້​ໃຫ້​ເງິນ
​ກູ້​ຢືມ​ຢູ​ໂຣບ ​ໃນ​ການ​ແລກປ່ຽນກັບ​ເງິນສົດ ​ທີ່​ມິ​ຄວາມ​ຕ້ອງ
ການ​ທີ່​ສຸດນັ້ນ.

ບັນ​ດາ​ສະມາຊິກ​ສະພາແຫ່ງຊາດ ຄາດ​ວ່າ ​ຈະ​ໃຊ້ເວລາພາກ
​ສ່ວນ​ທຳ​ອິດຂອງ ມື້ນີ້ ຫາລືກ່ຽວກັບ​ຮ່າງກົດໝາຍດັ່ງກ່າວ ​ແລະ
​ລົງ​ຄະ​ແນນ​ສຽງ​ຫລັງ​ຈາກ​ນັ້ນ.

ຮ່າງກົດໝາຍທີ່ໄດ້​ນຳສະເໜີໃນ​ວັນ​ອັງຄານ​ວານ​ນີ້ ​ແມ່ນໄດ້ກ່າວຢ່າງເຈາະຈົງເຖິງ​ການ
ຂຶ້ນພາສີ​ໃໝ່ ປະຕິ​ຮູບ​ເບ້ຍບຳນານ ​ແລະການຄວບຄຸມການ​ເງິນ​ຂອງ ລັດຖະບານທີ່ເຄັ່ງ
​ຄັດຂື້ນກວ່າເກົ່າ. ບັນດາ​ຜູ້ໃຫ້​ເງິນ​ກູ້​ຢືມ​ຢູ​ໂຣບ ​ໄດ້​ຮຽກຮ້ອງ​ໃຫ້​ສະພາແຫ່ງຊາດ ຮັບ​ຮູ້​
ເອົາ​ຮ່າງກົດໝາຍດັ່ງກ່າວໃນ​ວັນ​ພຸດ​ມື້​ນີ້ ​ເພື່ອ​ເປັນ​ການ​ເລີ້ມ​ຕົ້ນ​ໃນການເຈລະຈາກັນ
​ໃໝ່ກ່ຽວ​ກັບ​ການ​ກອບ​ກູ້​ເສດຖະກິດ ທີ່​ມີມູນຄ່າ​ເກືອ​ບ 95 ພັນ​ລ້ານ​ໂດ​ລາ.

ສະຫະພັນ​ກຳມະບານ​ກຣິສ ຈຳນວນ​ນຶ່ງ ​ໄດ້​ຮຽກຮ້ອງ​ໃຫ້ປະ​ທ້ວງ​ ຕໍ່​ຮ່າງກົດໝາຍດັ່ງກ່າວ.

ບັນດາ​ຜູ້ນຳ​ຢູ​ໂຣບ ​ໄດ້​ປະກາດ​ການ​ຕົກລົງ​ກ່ຽວກັບຄຳ​ຮຽກຮ້ອງໃໝ່​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ
​ອັນ​ເປັນ​ພາກສ່ວນນຶ່ງໃນຂ​ຄວາມ​ພະຍາຍາມ ​ທີ່​ຈະໃຫ້ການຊ່ວຍເຫລືອ​ບັນ​ເທົາແກ່ ທະ
ນາຄານ​ກຣິສທີ່ພວມຕ້ອງການເງິນ ແລະກຳລັງ​ດິ້ນລົນ​ເພື່ອຫາ ທາງເບີກເງິນໃຫ້​ແກ່​ປະ
ຊາຊົນໃນ​ຈຳນວນ​ນ້ອຍໆ ​ເພື່ອໃຊ້ຈ່າຍ​ໃນ​ແຕ່​ລະ​ມື້.

ນາຍົກລັດຖະມົນຕີ ສະ​ເປ​ນ ທ່ານ Mariano Rajoy ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ທ່ານ​ຈະ​
ສົ່ງ​ຮ່າງ​ກົດໝາຍ​ໄປ​ຫາສະພາ​ສະ​ເປນ ​ເພື່ອ​ໃຫ້ການ​ຄໍ້າ​ປະກັນວ່າ​ປະຊາຊົນຊາວສະເປນ
ໃຫ້ການສະໜັບສະໜູນ ຕໍ່​ທຶນ​ທີ່​ເຂົາ​ເຈົ້າ​ຮັບຜິດຊອບ​ໃນ​ການ​ສົມທົບ​ເຂົ້າການ​ກອບ​ກູ້
​ເສດຖະກິດ. ທ່ານ​ບໍ່​ໄດ້ແຈ້ງໃຫ້ຊາບກ່ຽວກັບວັນ ເວລາໃນການ​ລົງຄະ​ແນນ​ສຽງ​ດັ່ງກ່າວ.

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ການ​ຕົກລົງ​ໃໝ່ນີ້ ຍັງ​ແນ​ໃສ່ເພື່ອ​ໃຫ້ກຣິສ ສາມາດຢູ່​ໃນກຸ່ມ
ຂອງ 19 ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣໄດ້ຕໍ່ໄປ.

Greece
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG