ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະ​ມາ​ຊິກ ສະ​ພາ​ກ​ຣີ​ສ ໃຫ້​ສັດ​ຕະ​ຍາ​ບັນ ຕໍ່​ຂໍ້​ຕົກ​ລົງ ກັບ ມາ​ເຊ​ໂດ​ເນຍ


ນາ​ຍົກ​ລັດ​ຖະ​ມົນ​ຕີກ​ຣີ​ສ ທ່ານ​ອາ​ເລັກ​ຊິ​ສ ຊີ​ປ​ຣາ​ສ (ຂວາ) ແລະ​ສະ​ມາ​ຊິກ ໃນ​ຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານ ພາ​ກັນ​ຕົບ​ມື ຫຼັງ​ຈາກ ການ​ລົງ​ຄະ​ແນນ​ສຽງ ຮັບ​ຜ່ານ​ຂໍ້​ຕົກ​ລົງ ລະ​ຫວ່າງກ​ຣີ​ສ ແລະ ມາ​ເຊ​ໂດ​ເນຍ ເມື່ອ​ວັນ​ທີ 25 ມັງ​ກອນ 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີກ​ຣີ​ສ ທ່ານ​ອາ​ເລັກ​ຊິ​ສ ຊີ​ປ​ຣາ​ສ (ຂວາ) ແລະ​ສະ​ມາ​ຊິກ ໃນ​ຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານ ພາ​ກັນ​ຕົບ​ມື ຫຼັງ​ຈາກ ການ​ລົງ​ຄະ​ແນນ​ສຽງ ຮັບ​ຜ່ານ​ຂໍ້​ຕົກ​ລົງ ລະ​ຫວ່າງກ​ຣີ​ສ ແລະ ມາ​ເຊ​ໂດ​ເນຍ ເມື່ອ​ວັນ​ທີ 25 ມັງ​ກອນ 2019.

ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂອງກ​ຣີ​ສ ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ຕໍ່​ຂໍ້​ຕົ​ກ​ລົງ​ກັບ​ມາ​ເຊ​ໂດ​ເນຍ ເພື່ອ​ເຮັດ​ໃຫ້​ການ​ຂັດ​ແຍ້ງ ທີ່​ມີ​ມາ​ເປັນ​ເວ​ລາ​ເກືອບ 3 ທົດ​ສະ​ວັດ​ລະຫວ່າງ​ປະ​ເທດ​ເພື່ອນ​ບ້ານ​ທັງ​ສອງ​ສິ້ນສຸດ​ລົງ ຊຶ່ງ​ປະ​ເທດ​ທີ່​ຕັ້ງ​ຢູ່​ໃນ​ແຫຼມບອ​ລກັນ​ດັ່ງ​ກ່າວ ຈະ​ໄດ້​ຮັບ​ຊື່​ໃໝ່​ວ່າ ມາ​ເຊ​ໂດ​ເນຍ​ເໜືອ.

​ສະ​ພາ​ແຫ່ງ​ຊາດກ​ຣີ​ສ ໄດ້​ຮັບ​ຜ່ານ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ໃນ​ມື້​ວັນ​ສຸກວານນີ້ ດ້ວຍ​ຄະ​ແນນ​ສຽງຢ່າງ​ຫວຸດ​ຫວິດ 153 ຕໍ່ 146. ຂໍ້​ຕົກ​ລົງ​ສະ​ບັບ​ນີ້ ຈະ​ເຮັດ​ໃຫ້​ປະເທດ​ທັງ​ສອງ​ ສ້າງ​ຕັ້ງ​ຄວາມ​ສຳ​ພັນ​ແບບ​ປົກ​ກະ​ຕິ ແລະ​ແຜ້ວ​ທາງ​ໃຫ້​ມາ​ເຊ​ໂດ​ເນຍ​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອ​ງ​ອົງ​ການ​ເນ​ໂຕ້ ແລະ​ສະ​ຫະ​ພາບ​ຢູ​ໂຣບ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່​ການ​ໃຫ້​ສັດ​ຕະ​ຍາ​ບັນ​ດັ່ງ​ກ່າວ ແລະ​ຍົກ​ຍ້ອງ​ລັດ​ຖະ​ບານກ​ຣີ​ສວ່າ “ມີ​ວິ​ໄສ​ທັດ ກ້າ​ຫານ ແລະ ​ອົດ​ສາ​ພະ​ຍາ​ຍາມ” ໃນ​ການ​ຊຸກ​ຍູ້​ເພື່ອໃຫ້​ມີ​ການ​ຕົກ​ລົງ​ຄັ້ງ​ປະ​ຫວັດ​ສາດນີ້.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ກໍ​ໄດ້​ກ່າວ​ຊົ​ມ​ເຊີຍ​ຂໍ້​ຕົກ​ລົງ​ສະ​ບັບ​ນີ້ ເຊັ່ນ​ດຽວ​ກັນ. ປະ​ທານ​ກຳ​ມາ​ທິ​ການ​ຢູ​ໂຣບ ທ່ານ​ຊັງ ຄ​ລອດ ຈັງ​ເກີ ກ່າວ​ວ່າ ການ​ລົງ​ຄະ​ແນນ​ສຽງ​ດັ່ງ​ກ່າວ ແມ່ນ​ໄດ້​ໃຊ້ “ຄວາມ​ກ້າ​ຫານ​ ທາງ​ການ​ເມືອງ” ໃນ​ຂະ​ນະ​ທີ່​ປະ​ທານ​ສະ​ພາ​ຢູ​ໂຣບ ທ່ານ​ດໍ​ໂນ​ລ ທັ​ສ​ຄ໌ ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ “ການ​ປະ​ຕິ​ບັດ​ງານ​ທີ່​ເປັນ​ໄປ​ບໍ່​ໄດ້ ໄດ້​ສຳ​ເລັດ​ຜົນ​ລົ​ງ​ແລ້ວ.”

ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ເນ​ໂຕ້ ທ່ານ​ເຈັນ​ສ໌ ສ​ໂຕ​ລ​ເຕັນ​ເບີກ ກ່າວ​ວ່າ “ທ່ານ​ຫວັງ​ວ່າ ສາ​ທາ​ລະ​ນະ​ລັດ​ມາ​ເຊ​ໂດ​ເນຍ​ເໜືອ ຈະ​ໄດ້​ເຂົ້າ​ຮ່ວມ​ເປັນ​ສະມາ​ຊິກ​ຂອງ​ອົງ​ການ​ເນ​ໂຕ້” ໃນ​ອະ​ນາ​ຄົດ.

ຂໍ້​ຕົກ​ລົງ​ສະ​ບັບ​ນີ້ ໄດ້​ບັນ​ລຸ​ທັງໆ​ທີ່​ໄດ້​ມີ​ການ​ປະ​ທ້ວງ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ ແລະ​ການ​ຄັດ​ຄ້ານ​ໂດຍ​ພວກຫົວຊາດ​ນິ​ຍົມ ມາ​ເປັນ​ເວ​ລາ​ຫຼາຍໆ​ເດືອນ ທັງຢູ່​ໃນ​ກ​ຣີ​ສ ແລະ​ມາ​ເຊ​ໂດ​ເນຍ.

ອ່ານ​ຂ່າວນີ້​ຕື່ມ​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG