ບັນດາສະມາຊິກນິຕິບັນຍັດຂອງກຣິສ ກຳລັງສະຫລຸບ ຮ່າງ
ກົດໝາຍ ສຳຫລັບ ການກອບກູ້ເສດຖະກິດຂອງລັດຖະບານ
ຄັ້ງທີ 3 ໃນຮອບຫ້າປີທີ່ຜ່ານມາ ໂດຍມີເປົ້າໝາຍແນໃສ່ ການ
ລົງຄະແນນສຽງ ກ່ອນໜ້າກອງປະຊຸມ ບັນດາລັດຖະມົນຕີ
ຂອງເຂດທີ່ໃຊ້ເງິນຢູໂຣ ທີ່ຈະມີຂຶ້ນໃນວັນສຸກຈະມາເຖິງນີ້.
ບັນດາສະມາຊິກດັ່ງກ່າວ ຈະສະຫລຸບຮ່າງກົດໝາຍໃຫ້ແລ້ວ
ໃນວັນພຸດມື້ນີ້ ໂດຍຄາດກັນວ່າ ຈະລົງຄະແນນສຽງຮັບຮອງ
ເອົາໃນວັນພະຫັດມື້ອື່ນນີ້.
ໃນວັນອັງຄານວານນີ້ ກຣິສ ແລະ ບັນດາເຈົ້າໜີ້ນາໆຊາດຂອງຕົນ
ໄດ້ຕົກລົງ “ໃນຂັ້ນຫລັກການ” ກ່ຽວກັບຂໍ້ກຳນົດ ທີ່ກວ້າງຂວາງ ຂອງຂໍ້ຕົກລົງກອບກູ້
ເສດຖະກິດຊຸດໃໝ່.
ໂຄສົກຄະນະກຳມະການຢູໂຣບ ທ່ານນາງ Annika Breidthart ຊຶ່ງເປັນຜູ້ໄກ່ເກ່ຍສຳຄັນ
ຂອງການເຈລະຈາ ໄດ້ຢືນຢັນເຖິງ ຄວາມກ້າວໜ້າ ຂອງ ການກອບກູ້ເສດຖະກິດຊຸດໃໝ່
ມູນຄ່າ 94 ຕື້ໂດລານັ້ນ.
ນາຍົກລັດຖະມົນຕີ ກຣິສ ທ່ານ Alexis Tsipras ໄດ້ຂໍຮ້ອງໃຫ້ ສະພາ ຈັດຕັ້ງກອງປະຊຸມ
ສຸກເສີນ ເພື່ອລົງຄະແນນສຽງ ຮັບຮອງເອົາຂໍ້ຕົກລົງການກອບກູ້ເສດຖະກິດຊຸດໃໝ່ ໃນທ້າຍ
ວັນພະຫັດທີ່ຈະມາເຖິງນີ້.
ກຣິສຕ້ອງການເງິນຈຳນວນ ດັ່ງກ່າວ ພາຍໃນວັນທີ 20 ສິງຫານີ້ ໃນເວລາທີ່ຕົນຕ້ອງໄດ້
ຊຳລະໜີ້ ປະມານ 3 ພັນ 5 ຮ້ອຍລ້ານໂດລາ ໃຫ້ແກ່ທະນາຄານກາງຢູໂຣບ.