ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ເກີດແຜ່ນດິນໄຫວຂະໜາດນ້ອຍ ສອງຄັ້ງ ໃນເກາະຂອງປະເທດ ກຣີສ


ນັກທ່ອງທ່ຽວຄົນໜຶ່ງຍ່າງຜ່ານໂຄງສ້າງສິ່ງໜຶ່ງຢູ່ນອກວັດອິສລາມ ຫຼັງຈາກເຫດແຜ່ນດິນໄຫວໃນເກາະ Kos ຂອງປະເທດ ກຣີສ. 22 ກໍລະກົດ, 2017.
ນັກທ່ອງທ່ຽວຄົນໜຶ່ງຍ່າງຜ່ານໂຄງສ້າງສິ່ງໜຶ່ງຢູ່ນອກວັດອິສລາມ ຫຼັງຈາກເຫດແຜ່ນດິນໄຫວໃນເກາະ Kos ຂອງປະເທດ ກຣີສ. 22 ກໍລະກົດ, 2017.

ແຜ່ນດິນໄຫວຂະໜາດນ້ອຍສອງຄັ້ງໄດ້ເກີດຂຶ້ນຢູ່ເກາະ Kos ຂອງປະເທດ ກຣີສ ໃນ
ຕອນຄໍ່າຂອງວັນເສົາວານນີ້, ພຽງມື້ດຽວຫຼັງຈາກແຜ່ນດິນໄຫວຄວາມແຮງ 6.7 ທີ່ໄດ້ສັງ
ຫານປະຊາຊົນ 2 ຄົນ ແລະ ເຮັດໃຫ້ບາດເຈັບເກືອບ 500 ຄົນ.

ແຜ່ນດິນໄຫວຂະໜາດນ້ອຍຄັ້ງທີໜຶ່ງ, ມີຄວາມແຮງສັ່ນສະເທືອນ 4.4, ເກີດຂຶ້ນຢູ່ບໍລິ
ເວນອ້ອມເກາະຕອນ 8 ໂມງແລງຕາມເວລາໃນທ້ອງຖິ່ນໃນວັນເສົາວານນີ້ ແລະ 16
ນາທີຫຼັງຈາກນັ້ນ ກໍໄດ້ສັ່ນສະເທືອນອີກ ດ້ວຍຄວາມແຮງ 4.6, ອີງຕາມການລາຍງານ
ຂອງສະຖາບັນການເຄື່ອນໄຫວພູມສາດຂອງນະຄອນຫຼວງ Athens.

ການສັ່ນສະເທືອນຄັ້ງໃໝ່ ໝາຍເຖິງ ຄວາມເປັນຫ່ວງເພີ່ມຂຶ້ນສຳລັບປະຊາຊົນ ແລະ
ພວກນັກທ່ອງທ່ຽວຢູ່ໃນເກາະດັ່ງກ່າວ, ໃນຂະນະທີ່ຫຼາຍຮ້ອຍຄົນໄດ້ເລືອກບ່ອນທີ່ຈະ
ນອນຢູ່ນອກເຮືອນ, ຍ້ອນວ່າພວກເຂົາເຈົ້າຢ້ານຫຼາຍ ທີ່ຈະເດີນທາງກັບບ້ານ ແລະ
ໂຮງແຮງຂອງພວກເຂົາເຈົ້າ.

ບັນດາເຈົ້າໜ້າທີ່ໃນເກາະຕອນນີ້ ກຳລັງປະເມີນຄວາມເສຍຫາຍຕໍ່ອານຸສາວະລີ ທາງວັດທະນະທຳຕ່າງໆ ແລະ ໂຄງລ່າງພື້ນຖານ, ເຊັ່ນຫໍປະສາດສັດຕະວັດທີ 14 ຂອງທ່າ
ເຮືອ ແລະ ຕຶກອາຄານທີ່ເກົ່າແກ່ ທີ່ໄດ້ຮັບຄວາມເສຍຫາຍຈາກການສັ່ນສະເທືອນ.

ທ່າເຮືອຂອງເກາະແມ່ນໜຶ່ງໃນໂຄງສ້າງຈຳນວນຫຼາຍທີ່ໄດ້ຮັບຄວາມເສຍຫາຍ, ພ້ອມ
ກັບຫໍຢູ່ຍອດເສົາຈາກໂບດມຸສລິມທີ່ເກົ່າແກ່.

ທ່າເຮືອແມ່ນໄດ້ຖືກປິດ ແລະ ການບໍ່ລິການຂົນສົ່ງທາງເຮືອກໍໄດ້ຖືກຍົກເລີກ ຈົນກວ່າ
ຈະສຳເລັດການສຳຫຼວດເພີ່ມເຕີມ. ບັນດາຜູ້ໂດຍ ສານແມ່ນໄດ້ຖືກສົ່ງໄປເກາະຕ່າງໆ
ທີ່ຢູ່ໃກ້ຄຽງ.

ຜູ້ປົກຄອງເກາະ Kos ທ່ານ Giorgos Kyritsis ກ່າວວ່າ ອາຄານທີ່ພັກອາໄສສ່ວນ
ໃຫຍ່ ທີ່ໄດ້ຮັບຜົນກະທົບແມ່ນເກົ່າ, ເຊິ່ງໄດ້ຖືກສ້າງຂຶ້ນກ່ອນມີການຄວບຄຸມການກໍ່
ສ້າງປ້ອງກັນແຜ່ນດິນໄຫວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Greece Quake
please wait
Embed

No media source currently available

0:00 0:01:07 0:00

XS
SM
MD
LG