ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຣິສ ບັນລຸຂໍ້ຕົກລົງ ເລື້ອງພັນທະບັດ ກັບ ທະນາຄານ ເອກກະຊົນ


ສາຂານຶ່ງ ຂອງທະນາຄານ Alpha Bank ຂອງກຣິສ
ສາຂານຶ່ງ ຂອງທະນາຄານ Alpha Bank ຂອງກຣິສ

ກຣິສກ່າວ​ວ່າ​ ສ່ວນ​ໃຫ່ຍຂອງເອກ​ກະ​ຊົນ​ທີ່​ໃຫ້​ກູ້​ຢືມ​ເງິນ​ທັງຫລາຍຂອງຕົນ ຮວມ​ທັງສະ​ຖາ​
ບັນການ​ເງິນ​ຕ່າງໆ ໄດ້ເຫັນ​ພ້ອມ​ກັບ​ຂໍ້​ຕົກລົງ​ແລກປ່ຽນພັນທະບັດ ​ເພື່ອ​ຊ່ວຍໃນ​ການ​ລົບ
ລ້າງ​ໜີ້​ສິນ ໃນ​ມູນ​ຄ່າ 142 ​ພັນ​ລ້ານ​ໂດ​ລາ ແລະ​ຫລີກ​ເວັ້ນຈາກ​ການ​ຜິດ​ສັນຍາໃນພັນທະ
ການ​ຈ່າຍ​ງວດ ດ້ານການ​ເງິນ​ໃນ​ທ້າຍ​ເດືອນ​ນີ້.

ກຣິສ ມີ​ຈຸດປະສົງທີ່​ຈະໃຊ້ກົດໝາຍ ​ບັງ​ຄັບ​ໃຫ້​ພວກທີ່​ຍັງ​ເຫລື​ອຢູ່​ນັ້ນ​ ລົງ​ນາມ​ໃນ​ຂໍ້​ຕົກລົງ​
ດັ່ງກ່າວ.

ຫົວໜ້າ​ນັກ​ເສດຖະສາດ​ຂອງ​ທະນາຄານ Alpha ຂອງ​ກຣີສ ທ່ານ Michalis Massou-
rakis ກ່າວ​ວ່າ ຂໍ້​ຕົກລົງ​ບັນ​ເທົາ​ໜີ້ສິນ ຈະ​ມີ​ຜົນ​ໃນ​ທາງ​ບວກ ​ຕໍ່​ການ​ເຕີບ​ໂຕ​ຂອງ​ທະນາ
ຄາ​ນຕ່າງ​ແລະ​ເສດຖະກິດ​ຂອງປະ​ເທດ.

ກຣິສ​ໄດ້​ຮັບເອົາມາດ​ຕະການ​ປະຢັດມັດ​ທະ​ຍັດ​ຕ່າງໆ​ ໃນ​ຂອບ​ເຂດ​ທີ່ກວ້າງຂວາງ​ໂດຍໄດ້​
ຕັດເງິນ​ເດືອນ​ ແລະ​ເງິນ​ເບ້ຍ​ບໍານານ ຕະຫຼອດທັງລົບ​ລ້າງ​ໜ້າ​ທີ່​ວຽກ​ການ​ຫຼາຍ​ໆ​ພັນວຽກ
ຂອງ​ລັດຖະບານ ​ເພື່ອ​ໃຫ້​ສອດ​ຄ້ອງ​ກັບ​ຄໍາ​ຮຽກຮ້ອງ​ ຂອງ​ຜູ້​ໃຫ້​ເງິນ​ກູ້​ຢືມ​ຕ່າງປະ​ເທດ​ເພື່ອ
ຈະ​ໄດ້​ຮັບ​ເງິນ​ຊ່ອຍ​ເຫຼືອກ້ອນ​ໃໝ່ ໃນມູນ​ຄ່າ 172 ພັນ​ລ້ານ​ໂດ​ລາ. ນີ້​ແມ່ນເງິນຊ່ວຍ​ເຫຼືອ
ກ້ອນ​ທີ່​ສອງ​ຂອງ​ປະ​ເທດ​ທີ່​ໄດ້​ຮັບໃນໄລະຍະສອງ​ປີ​ທີ່​ຜ່ານ​ມາ.

ກຣິສມີແຜນ​ທີ່ຈະໃຊ້ໜີ້​ທີ່ຕົນ​ຕິດນັ້ນ​ຄືນ​ແກ່ສະ​ຖາ​ບັນ​ການ​ເງິນ​ທັງຫຼາ​ຍ​ໃນ​ລະຍະ​ຍາວໂດຍ
ຈະ​ໃຫ້ບັນດາ​ພວກ​ທີ່ໄດ້​ຊື້ພັນທະບັດກຣີສ ຈໍາ​ເປັນ​ຕ້ອງຂາດ​ທືນສາມ​ຫາ​ສີ່​ສ່ວນ​ໃນການ​ລົງ​
ທືນຂອງ​ເຂົາ​ເຈົ້ານັ້ນ.

XS
SM
MD
LG