ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາດວ່າ ຈະມີການ​ສັບ​ຊ້ອນ​ ຄະນະ​ລັດຖະບານ ກຣິສ ໃນໄວໆນີ້


ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ກາ່ວຢູ່ໃນສະພາ ເຢຍຣະມັນ.
ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ກາ່ວຢູ່ໃນສະພາ ເຢຍຣະມັນ.

ເປັນທີ່ຄາດກັນ​ຢ່າງ​ກວ້າງ​ຂວາ​ງວ່າ ນາຍົກລັດຖະມົນ​ຕີກຣິສ
ທ່ານ Alexis Tsipras ຈະ​ສັບ​ຊ້ອນ​ຄະນະ​ລັດຖະບານ​ຂອງ​
ທ່ານ ​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້ ຊຶ່ງບັດ​ນີ້ ກຣິສໄດ້​ຮັບກອງທຶນ
​ສຸກ​ເສີນໃນວົງເງິນທີ່ເພີ້ມຂຶ້ນ ຈາກ ທະນາຄານ​ກາງ ​ຢູ​ໂຣບ.

ການຊ່ວຍບັນ​ເທົາ​ຈາກຜູ້​ໃຫ້​ເງິນ​ກູ້​ຢືມ​ຢູ​ໂຣບ ມີຂຶ້ນຫຼັງຈາກ
​ການ​ລົງ​ຄະ​ແນນ​ສຽງ ​ໂດຍບັນດາສະມາຊິກ​ສະພາແຫ່ງຊາດ
ກຣິສ ​ໃນ​ວັນ​ພະຫັ​ດວານ​ນີ້ ໃຫ້ການອະນຸ ມັດຕໍ່​ມາດ​ຕະການ
​ມັດທະຍັດທີ່ເຄັ່ງຄັດສະບັບ​ໃໝ່ ຮວມທັງ​ການ​ຂື້ນ​ພາສີ ​ແລະ
​ຕັດ​ເ​ງິນ​ເບ້ຍ​ບຳນານ. ການ​ລົງຄ​ະ​ແນນ​ສຽງ​ດັ່ງກ່າວ ໄດ້​ກໍ່​ໃຫ້
​ເກີດ​ຄວາມ​ບໍ່ພໍ​ໃຈ​ ຈາກ​ສະມາຊິກ​ພັກຈຳນວນ​ໜຶ່ງ​ຂອງ​ທ່ານTsipras ​ເອງ ພ້ອມ​ທັງການ​
ປະ​ທ້ວງ​ຢູ່​ຕາມຖະໜົນ​ຫົນທາງໂດຍ​ປະຊາຊົນ​ກຣິສ ຜູ້​ທີ່​ກ່າວວ່າ ປະ​ເທດ​ຊາດ ​ໄດ້​ຮັບ
​ຄວາມ​ຍາກ​ລຳບາກ​ຢູ່​ແລ້ວ​ ຈາກ​ມາດ​ຕະການ​ຕັດການໃຊ້ຈ່າຍຂອງລັດຖະບານ.

Greece
please wait
Embed

No media source currently available

0:00 0:00:40 0:00

Athens ກ່າວວ່າ ເງິນທຶນໃໝ່ຂອງ​ຢູ​ໂຣບ ຈະ​ອະ​ນຸຍາດ​ໃຫ້​ສາມາດເປີດ​ທະນາ ຄານ ທີ່​
ໄດ້​ປິດ​ລົງ​ໄປ​ນັບ​ຕັ້ງ​ແຕ່​ທ້າຍເດືອນມິຖຸນາແລ້ວນັ້ນ ຄືນອີກ. ບັນດາ​ລູກ​ຄ້າ​ທະນາຄານ
​ໄດ້​ຖືກ​ຈຳກັດໃນ​ການ​ຖອນ​ເງິນ​ພຽງ​ແຕ່ 67 ​ໂດ​ລາ ຫລື 60 ຢູ​ໂຣ ຕໍ່​ມື້​ ຈາກຕູ້ຖອນເງິນ
ຢູ່​ແຄມຖະໜົນ.

ລັດຖະບານ​ ​ໄດ້ກ່າວ​ໃນ​ຂະນະ​ທີ່​ທະນາຄານ​ເປີດຄືນອີກວ່າ ການ​ຖອນ​ເງິນ​ແບບ ຈຳກັດ
ຕໍ່ມື້​ນັ້ນ ມີທ່າທາງວ່າຈະໄດ້ຮັບການຜ່ອນຜັນ ຈະເປັນ​ຈຳກັດຕໍ່​ໜຶ່ງ​ອາທິດ ແຕ່​ຍັງ​ບໍ່​ທັນ​ໄດ້
​ປະກາດ​ເທື່ອ.

ນາຍົກລັດຖະມົນຕີ ​ເຢຍຣະມັນ ທ່ານ​ນາງ Angela Merkel ​ໄດ້​ກ່າວ​ໃນວັນ​ສຸກ​ມື້​ນີ້​ ຕໍ່
ສະພາ​ຕໍ່າເຢຍຣະມັນ ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ຊັກ​ຊວນ​ໃຫ້ບັນດາສະມາຊິກ​ສະພາ
​ໃຫ້ສະໜັບສະໜູນການເຈລະຈາກ່ຽວກັບຂໍ້​ຕົກລົງ ເພື່ອຊ່ວຍ​ກອບກູ້​ເສດຖະກິດ່ຂອງ​
ກຣິສ​ສະບັບໃໝ. ​ເຢຣະມັນ ຊຶ່ງເປັນ​ປ​ະ​ເທດ​ທີ່​ຮັ່ງມີ​ທີ່​ສຸດໃນຢູໂຣບ ​ເປັນ​ໜຶ່ງ​ໃນບັນດາ
​ຜູ້ໃຫ້​ເງິນ​ກູ້​ຢືມ​ແກ່​ກຣິສ ​ແລະ​ຄາດວ່າບັນດາ ສະມາຊິກ​ສະພາ ຈະໃຫ້ການອະນຸມັດຕໍ່
ການເຈລະຈາຄັ້ງ​ໃໝ່ສຳລັບ Athens.

XS
SM
MD
LG