ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫລວດບຣາຊິລ ໃນນະຄອນ Rio ກ່າວວ່າຊາກສົບ ເຊື່ອວ່າແມ່ນ ເອກອັກຄະລັດຖະທູດກຣິສ


ຮູບພາບເຜີຍແຜ່ໂດຍ ບຣາຊີລ ສະແດງໃຫ້ເຫັນ ເອກອັກຄະລັດຖະທູດກຣິສ ທ່ານ Kyriakos Amiridis (ກາງ) ປະຈໍາບຣາຊີລ.
ຮູບພາບເຜີຍແຜ່ໂດຍ ບຣາຊີລ ສະແດງໃຫ້ເຫັນ ເອກອັກຄະລັດຖະທູດກຣິສ ທ່ານ Kyriakos Amiridis (ກາງ) ປະຈໍາບຣາຊີລ.

ຕຳຫລວດ​ບຣາຊີ​ລ ກ່າວ​ວ່່າ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ລົດ​ຖືກ​ເຜົາໄໝ້ ທີ່​ມີ​ຊາກ​ສົບ​ຄົນ​ນຶ່ງ ​ເຂົາ​ເຈົ້າ​ຄິດ​ວ່າ​ອາດ​ເປັນ ​ເອກ​ອັກຄະ​ລັດຖະທູດ​ກຣິສ ຜູ້​ທີ່​ໄດ້​ຫາຍ​ສາ​ບ ສູນ​ໄປ​ສາມ​ມື້ກ່ອນ.

​ໂທລະພາບ Globo ​ໄດ້​ສະ​ແດງ​ໃຫ້​ເຫັນ​ບັນດາຮູບ​ພາບ​ໃນ​ວັນ​ພະຫັດ​ວານ​ນີ້ ກ່ຽວ​ກັບ​ລົດ​ສີ​ຂາວ​ທີ່​ຖືກ​ເຜົາ​ໄໝ້​ຢູ່​ຄຸ້ມ​ບ້ານ Nova Iguacu ຂອງ​ນະຄອນ Rio de Jeneiro ທີ່​ເປັນ​ບ່ອນ​ທຸກ​ຈົນ ​ແລະເປັນ​ຄຸ້ມ​ບ້ານ​ມີຄວາ​ມຮຸນ​ແຮງ ບ່ອນ​ທີ່​ເອກ​ອັກຄະ​ລັດຖະທູດ Kyriakos Amiridis ​ໄດ້​ລາຍ​ງານ​ວ່າ​ໄດ້​ໄປ​ຢ້ຽມຢາມ​ບັນດາໝູ່​ເພື່ອນຢູ່​ທີ່​ນັ້ນ.

​ໂທລະພາບ Globo ​ໄດ້​ລາຍ​ງານ​ວ່າ ປ້າ​ຍລົດ​ຖືກຕ້ອງ​ກັບ​ລົດ​ຂອງ​ທ່ານ Amiridis.

ຕຳຫລວດ​ກ່າວ​ຢູ່​ໃນ​ຖະ​ແຫລ​ງການໃນ​ວັນ​ພະຫັດ​ວານ​ນີ້​ວ່າ ທ່ານ Kyriakos Amiridis ເປັນ​ເ​ທື່ອສຸດ​ທ້າຍໄດ້​ເຫັນ​ເປັນ​ເທື່ອ​ສຸດ​ທ້າຍໃນຕອນ​ແລງ​ທີ່​ຜ່ານ​ມາຢູ່​ຄູ້​ມບ້ານ Nova Iguacu.

ບັນດ​າ​ເຈົ້າ​ໜ້າ​ທີ່ສະຖານທູດ​ກຣິສ ບໍ່​ໄດ້​ຢືນຢັນ​ວ່າ ທ່ານ Amiridis ​ໄດ້​ຫາຍ​ສາບ​ສູນ ​ແລະ​ພຽງ​ແຕ່ກ່າວ​ວ່າ ທ່ານ​ໄປ​ພັກຜ່ອນ​ຢູ່​ໃນ​ເຂດດັ່ງກ່າວ ​ແລະ​ຄາດ​ວ່າ​ຈະ​ກັບ​ຄືນມາ​ເຮັດ​ວຽກ​ໃນ​ວັນ​ທີເກົ້າເດືອນ​ມັງກອນ​.

ຕຳຫລວດ​ນະຄອນ Rio ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ເປີດ​ຄະດີ​ການ​ຫາຍ​ສາບ​ສູນ​ຂອງ​ຄົນ ສື່ ມວ​ນຊົນ​ບຣາຊີ​ລລາຍ​ງານ​ວ່າ ພັນ​ລະ​ຍາ​ຂອງ​ເອກ​ອັກຄະ​ລັດຖະທູດ ​ໄດ້​ລາຍ​ງານ​ວ່່າ​ທ່ານ​ໄດ້​ຫາຍ​ສາບ​ສູນ ຫລັງ​ຈາກ​ໄດ້​ໄດ້​ອອກ​ຈາກ​ບ້ານ​ພັກ​ເຊົາ​ໃນ​ເມືອງ Nova Iguacu ​ແລະ​ລົ້ມ​ແຫລວ​ກັບ​ຄືນ​ມາ ຫລື​ຕິດ​ຕໍ່​ຫາ.

ທ່ານ Amiridis ຫາ​ກໍ່​ມາ​ຮັບ​ໜ້າ​ທີ່​ໃນ​ນະຄອນ Rio ປີ​ນີ້. ກ່ອນ​ໜ້າ​ນັ້ນ​ທ່ານ​ໄດ້​ຮັບ​ໃຊ້​ເປັນ​ເອກ​ອັກຄະ​ລັດຖະທູດ​ກຣິສຢູ່ ​ປະ​ເທດ​ລີ​ເບຍ​ຈາກ​ປີ 2012 ຫາ 2016.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG