ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີການປະທ້ວງ ຢູ່ກຣີສ ຕໍ່ການຕັດ ງົບປະມານ ປີ 2013 (ວີດິໂອ)


ພວກຄົນງານຂອງເທດສະບານຫລາຍພັນຄົນ ພາກັນໄປໂຮມຊຸມນຸມຢູ່ ນອກໂຮງການສະພາແຫ່ງຊາດຂອງກຣີສ ເພື່ອປະທ້ວງຕໍ່ການຕັດງົບປະມານ ໃນວັນທີ 10 ພະຈິກ 2012
ພວກຄົນງານຂອງເທດສະບານຫລາຍພັນຄົນ ພາກັນໄປໂຮມຊຸມນຸມຢູ່ ນອກໂຮງການສະພາແຫ່ງຊາດຂອງກຣີສ ເພື່ອປະທ້ວງຕໍ່ການຕັດງົບປະມານ ໃນວັນທີ 10 ພະຈິກ 2012
ບັນດາຜູ້ແທນສະພາຂອງກຣີສໄດ້ຮັບຜ່ານງົບປະມານປີ 2013
ຂອງປະເທດ ຊຶ່ງໄດ້ຕັດການໃຊ້ຈ່າຍລົງ ແລະໄດ້ເພີ້ມການ
ເກັບພາສີຂຶ້ນ ເພື່ອປ້ອງກັນບໍ່ໃຫ້ປະເທດລົ້ມລະລາຍ.

ງົບປະມານທີ່ມີການປະຢັດຢ່າງເຂັ້ມງວດນັ້ນ ອີງຕາມຂ່າວ
ແມ່ນລວມມີການ ຕັດເງິນບໍານານ, ຕັດເງິນເດືອນ ແລະການ
ໃຊ້ຈ່າຍຕ່າງໆລົງ 12 ຕື້ໂດລາ. ການອະນຸມັດງົບປະມານດັ່ງ
ກ່າວ ແມ່ນມີຂຶ້ນໃນເວລາບໍ່ເທົ່າໃດມື້ລຸນຫລັງທີ່ສະພາແຫ່ງ
ຊາດຂອງກຣີສ ລົງຄະແນນສຽງທີ່ມີຜົນສູສີກັນເພື່ອອະນຸຍາດ ໃຫ້ດໍາເນີນການສໍາລັບມາດຕະການປະຢັດອັນອື່ນໆ.

ພວກຜູ້ແທນສະພາດັ່ງກ່າວ ກໍາລັງປະຕິບັດຕາມຂໍ້ກໍານົດຂອງ
ອົງການໃຫ້ກູ້ຢືມ ເງິນສາກົນ ທີ່ຮຽກຮ້ອງໃຫ້ມີມາດຕະການປະ
ຢັດເຂັ້ມງວດ ເພື່ອຈະໃຫ້ພວກໃຫ້ເງິນກູ້ດັ່ງກ່າວ ປ່ອຍເງິນປະມານ 40 ຕື້ ໂດລາ ເພື່ອ ຊ່ວຍກຣີສໄດ້. ຖ້າປາສະຈາກເງິນກູ້ຂອງສາກົນແລ້ວ ກຣີສຈະບໍ່ສາມາດຈ່າຍໜີ້ ທີ່ຮອດ ກໍານົດຈ່າຍ ໃນເດືອນນີ້ໄດ້.

ໃນວັນອາທິດວານນີ້ ພວກປະທ້ວງເປັນພັນໆຄົນ ພາກັນໄປໂຮມຊຸມນຸມຢູ່ນອກໂຮງການ ສະພາແຫ່ງຊາດຂອງກຣີສ ໃນຂະນະທີ່ພວກຜູ້ແທນສະພາ ພວມພາກັນກຽມລົງຄະແນນ ສຽງຢູ່ນັ້ນ. ມີປະຊາຊົນຫລາຍກວ່າ 13 ພັນຄົນ ພາກັນເດີນຂະບວນຜ່ານຖະໜົນຫົນທາງ ຕ່າງໆ ຂອງນະຄອນຫລວງ Athens ໃນການເດີນຂະບວນ ທີ່ສິ້ນສຸດລົງໃນຈະຕຸລັດໃຫຍ່ ຂອງນະຄອນດັ່ງກ່າວ.

ເບິ່ງວີດິໂອການປະທ້ວງຢູ່ກຣີສ ຕໍ່ການຕັດງົບປະມານຂອງລັດຖະບານ:


XS
SM
MD
LG