ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ກຣິສ ເດີນຂະບວນ ປະທ້ວງ ລັດທິຊາດນິຍົມຈັດ


ພວກຍົກຍ້າຍຖິ່ນຖານ ຮ້ອງຄຳຂວັນໃນລະຫວ່າງການຊຸມນຸມ
ຕໍ່ຕ້ານພວກ ຟາຊິສ, ລະນຶກເຖິງນັກຮ້ອງເພງແຣັບ ຊາວ ກຣີສ ທ້າວ Pavlos Fyssas ທີ່ຖືກຂ້າຕາຍເມື່ອສີ່ປີທີ່ຜ່ານມາ. ນະຄອນຫຼວງ Athens, ກັນຍາ 16, 2017.
ພວກຍົກຍ້າຍຖິ່ນຖານ ຮ້ອງຄຳຂວັນໃນລະຫວ່າງການຊຸມນຸມ ຕໍ່ຕ້ານພວກ ຟາຊິສ, ລະນຶກເຖິງນັກຮ້ອງເພງແຣັບ ຊາວ ກຣີສ ທ້າວ Pavlos Fyssas ທີ່ຖືກຂ້າຕາຍເມື່ອສີ່ປີທີ່ຜ່ານມາ. ນະຄອນຫຼວງ Athens, ກັນຍາ 16, 2017.

ປະຊາຊົນຫຼາຍຮ້ອຍຄົນໄດ້ເດີນຂະບວນໃນນະຄອນຫຼວງ Athens ປະເທດ ກຣີິສ ໃນ
ວັນເສົາວານນີ້ ໃນການປະທ້ວງຕໍ່ຕ້ານການແບ່ງ ແຍກເຊື້ອຊາດສີຜິວ ເພື່ອລະນຶກເຖິງ
ການຂ້ານັກເຄື່ອນໄຫວຮ້ອງເພງ ແຣັບ ໂດຍສະມາຊິກຄົນນຶ່ງຂອງພັກການເມືອງຊາດ
ນິຍົມຈັດຂອງ ກຣີສ ຊື່ວ່າ Golden Dawn.

ການປະທະກັນໄດ້ເກີດຂຶ້ນ ລະຫວ່າງ ຕຳຫຼວດ ແລະ ພວກປະທ້ວງຫຼາຍຄົນ, ຜູ້ທີ່ໄດ້
ແຍກຕົວອອກຈາກການເດີນຂະບວນ ແລະ ເລີ່ມມຸ່ງໜ້າໄປຫ້ອງການຂອງພັກ
Golden Dawn. ຕຳຫຼວດໄດ້ກີດ ກັນເຂົາເຈົ້າຈາກການເດີນທາງໄປເຖິງຫ້ອງການທີ່
ວ່ານັ້ນ, ພວກປະ ທ້ວງໄດ້ແກວ່ງລະເບີດໄຟໃສ່ ແລະ ຕຳຫຼວດກໍໄດ້ຕອບໂຕ້ດ້ວຍການ
ສີດແກ໊ສນໍ້າຕາໃສ່.

ການເດີນຂະນວນແມ່ນເພື່ອລະນຶກເຖິງນັກຮ້ອງເພັງແຣັບ ທ້າວ Pavlos Fyssas ເຊິ່ງ
ເພງຂອງລາວໄດ້ສື່ເຖິງຂໍ້ຄວາມຕໍ່ຕ້ານພວກ ຟາຊິສ. ການແທງທ້າວ Fyssas ຈົນຕາຍ
ໃນປີ 2013 ໄດ້ສົ່ງຜົນໃຫ້ ມິີການສືບສວນສອບສວນພັກ Golden Dawn, ເຊິ່ງໄດ້ຖືກ
ເຊື່ອມ ໂຍງໃສ່ຄວາມຮຸນແຮງ, ຄວາມກຽດຊັງຄົນຕ່າງປະເທດ ແລະ ຕໍ່ ຕ້ານຊາວ ຢິວ
ແລະ ອາຣັບ. ສະມາຊິກຂອງກຸ່ມດັ່ງກ່າວເກືອບ 70 ຄົນໄດ້ຖືກດຳເນີນຄະດີນັບຕັ້ງແຕ່
ປີ 2015 ເປັນຕົ້ນມາ.

ທ້າວ Giorgos Roupakis ສະມາຊິກພັກ Golden Dawn ຜູ້ທີ່ ໄດ້ຍອມຮັບຕໍ່ຜູ້ພິ
ພາກສາວ່າລາວໄດ້ຂ້າທ້າວ Fyssas ນັ້ນ, ໄດ້ຖືກ ກັກຂັງກ່ອນການດຳເນີນຄະດີ 30
ເດືອນ, ເຊິ່ງແມ່ນຈຳນວນເວລາສູງ ສຸດທີ່ຖືກອະນຸຍາດໃນເວລານັ້ນ. ຕອນນີ້ລາວໄດ້
ຖືກຂັງໄວ້ຢູ່ໃນເຮືອນ, ເຊິ່ງລາວຍັງລໍຖ້າການພິຈາລະນາຄະດີຢູ່.

ວັນຄົບຮອບການຕາຍຂອງທ້າວ Fyssas ແມ່ນວັນທີ 18 ກັນຍາ. ການເດີນຂະນວນ
ລະນຶກເຖິງຄັ້ງອື່ນໆ ແມ່ນຄາດວ່າຈະເກີດຂຶ້ນໃນຊຸມຊົນ Keratsini ຂອງນະຄອນ
ຫຼວງ Athens ບ່ອນທີ່ທ້າວ Fyssas ໄດ້ເສຍຊີວິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG