ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາມະກອນ ໃນ Greece ປະທ້ວງ ການປິດ ໂທລະພາບ ແລະວິທະຍຸ ERT (ວີດິໂອ/ສະໄລດ໌)


ພວກປະທ້ວງຫລາຍພັນຄົນ ເຂົ້າຮ່ວມ ການໂຮມຊຸມນຸມປະທ້ວງ ຢູ່ນອກສໍານັກງານຂອງ ອົງກອນກະຈາຍສຽງ ERT ຢູ່ນະຄອນຫລວງ Athens ໃນຊ່ວງເວລາ ນັດຢຸດງານ​ໃນທົ່ວປະເທດ ເປັນເວລາ 24 ຊົ່ວໂມງໂດຍສະຫະພັນກໍາມະບານ ໃນວັນທີ 13 ມິຖຸນາ 2013.
ພວກປະທ້ວງຫລາຍພັນຄົນ ເຂົ້າຮ່ວມ ການໂຮມຊຸມນຸມປະທ້ວງ ຢູ່ນອກສໍານັກງານຂອງ ອົງກອນກະຈາຍສຽງ ERT ຢູ່ນະຄອນຫລວງ Athens ໃນຊ່ວງເວລາ ນັດຢຸດງານ​ໃນທົ່ວປະເທດ ເປັນເວລາ 24 ຊົ່ວໂມງໂດຍສະຫະພັນກໍາມະບານ ໃນວັນທີ 13 ມິຖຸນາ 2013.
ລົດເມ ແລະລົດໄຟ ຢູ່ທົ່ວ Greece ໄດ້ຢຸດ​ໃຫ້​ບໍລິການໃນວັນ
ພະຫັດມື້ນີ້ ຊຶ່ງ ເປັນສ່ວນນຶ່ງຂອງການນັດຢຸດງານ​ໃນທົ່ວປະ
ເທດເປັນເວລາ 24 ຊົ່ວໂມງໂດຍສະຫະພັນກໍາມະບານເພື່ອ
ເປັນການປະທ້ວງຕໍ່ການຕັດສິນໃຈຂອງລັດຖະບານທີ່​ໄດ້ປິດ
ສະຖານີໂທລະພາບ ແລະວິທະຍຸກະຈາຍສຽງ ERT ຂອງລັດ ອັນເປັນສ່ວນນຶ່ງ​ໃນມາດຕະການຕັດຄ່າໃຊ້ຈ່າຍລົງ.

ລັດຖະບານໃຫ້ໂທລະພາບແລະວິທະຍຸ ERT ຢຸດການອອກ
ອາກາດໃນວັນພຸດວານນີ້ລຸນຫລັງທີ່ໄດ້ປະກາດກ່ຽວ​ກັບ​ການ​
ປິດໂທລະພາບແລະ​ວິທະຍຸ​ດັ່ງກ່າວ ໃນວັນອັງຄານຜ່ານມາ.

ເບິ່ງວີດິໂອອີກກ່ຽວກັບຂ່າວນີ້:


ສະຫະພັນນັກຂ່າວຂອງ Greece ໄດ້ຮຽກຮ້ອງໃຫ້ສະມາຊິກຂອງຕົນພາກັນນັດຢຸດງານ
ຈົນກວ່າວ່າ ໂທລະພາບແລະວິທະຍຸ ERT ຈະໄດ້ເປີດຄືນອີກ.

ນາຍົກລັດຖະມົນຕີ Antonis Samaras ກໍາລັງປະເຊີນກັບການຄັດຄ້ານຈາກພາຄີທີ່​
ຮ່ວມ​ໃນລັດຖະບານປະສົມຂອງທ່ານ ກໍຄືພັກສັງຄົມນິຍົມ PASOK ແລະພັກປະຊາທິປັດ
ຊ້າຍຈັດຍ້ອນການອັດໂທລະພາບແລະວິທະຍຸດັ່ງກ່າວລົງ.

Greece ເວົ້າວ່າ ການປິດວິທະຍຸ ERT ລົງເປັນມາດຕະການຊົ່ວຄາວກ່ອນ ຈະມີການ
ເລີ້ມເປີດຄືນອີກ ໃນແບບທີ່ກະທັດຮັດກວ່າເກົ່າ. ມີກໍາມະກອນປະມານ 2,500 ຄົນເສຍ
ວຽກເຮັດງານທໍາຍ້ອນການປິດໂທລະພາບແລະວິທະຍຸດັ່ງກ່າວລົງ. ແຕ່ວ່າ ລັດຖະບານ ກໍບໍ່ໄດ້ໃຫ້ກໍານົດວັນເວລາ ຂອງການເປີດສະຖານີໂທລະພາບແລະວິທະຍຸດັ່ງກ່າວ ຄືນ​ໃໝ່.

Greece ປະສົບກັບຄວາມຫຍຸ້ງຍາກ ໃນການ​ເສີມ​ຄວາມ​ເຂັ້ມ​ແຂງ​ ໃຫ້​ແກ່​ລະບົບການເງິນ
ຂອງຕົນແລະປະຕິບັດ​ຕາມ​ເງື່ອນ​ໄຂ​ຕ່າງໆ​ ໃນການຊ່ວຍກອບກູ້ດ້ານການເງິນຂອງສາກົນ.

ເບິ່ງວີດິໂອອີກເລື້ອງນຶ່ງກ່ຽວກັບຂ່າວນີ້:

XS
SM
MD
LG