ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຣີສ ຍື່ນສະ​ເໜີ ແຜນປະຕິຮູບ ເສດຖະກິດ ຕໍ່ບັນດາເຈົ້າໜີ້ ຢູ​ໂຣບ ຕາມກຳນົດ


GREECE BAILOUT VIDEO
please wait
Embed

No media source currently available

0:00 0:01:45 0:00

ເບິ່ງວີດີໂອລາຍງານ ກ່ຽວກັບເລື້ອງນີ້

ກຣີສ​ໄດ້​ຍື່ນ ​ຂໍ້​ສະ​ເໜີການ​ປະຕິ​ຮູບ​ເສດຖະກິດ ​ ຕໍ່​ບັນດາ
ເຈົ້າໜີ້​ຢູ​ໂຣບ ຊຶ່ງ​ເປັນ​ສ່ວນນຶ່ງ​ຂອງ​ຂໍ້​ຕົກລົງຂໍ​ເລື່ອນ​ການ
ໃຊ້​ໜີ້ເງິນ​ກູ້​ມະຫາສານຂອງ​ຕົນ ທີ່ EU ​ໃຫ້​ມາເພື່ອກອບ​ກູ້​
ເສດຖະກິດ ​ອອກ​ໄປ​ໃນ​ໄລຍະ 4 ​ເດືອນນັ້ນ.

ທ່ານ Jeroen Dijsselbloem ​ທີ່​ນຳພາ​ກຸ່ມ​ລັດຖະມົນຕີ​ການ​ເງິນ
​ໃນ​ເຂດໃຊ້​ເງິນ​ຢູ​ໂຣ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້ ວ່າ ລາຍການ​ຂອງ​
ມາ​ດຕະການ​ປະຕິ​ຮູບ​ຕ່າງໆ​ ຂອງລັດຖະບານ​ກຣີສ ​ແມ່ນ​ໄດ້​ຮັບ
​ແລ້ວ​ ຕາມ​ກຳນົດ​ເວ​ລາ.

ທ່ານ Dijsselbloem ​ກ່າວ​ຕໍ່​ບັນດາ​ຜູ້​ແທນ​ສະຫະພາບ​ຢູ​ໂຣບວ່າ “ພວກເຂົາ​ເຈົ້າ ​ໄດ້​ສົ່ງ​ໜັງສື​ສະບັບ​ນຶ່ງ​ ມາ​ໃຫ້​ຂ້າພະ​ເຈົ້າ​ເມື່ອຄືນແລ້ວ​ນີ້ ​ແລະ ມັນ​ກຳລັງຖືກສັ່ງ​ຊາ​ເບິ່ງ​ໃນ​ຂະນະ​ນີ້ ​ໂດຍ​ສະ​ຖາ​ບັນ​ຕ່າງໆ ສະນັ້ນ ພວກ​ເຮົາ​ຈະ​ໄດ້​ຍິນ ຈາກ​ພວກ​ເຂົາ​ເຈົ້າ​ໃນ​ມື້​ນີ້​ຕາມ​ທີຫຼັງ.”

​ແຫ​ລ່ງຂ່າວ ທີ່ໃກ້ຊິດ​ກັບ​ຄະນະ​ກຳມາທິການຢູໂຣບກ່າວ​ວ່າລາຍການ​ຂໍ້ສະເໜີນັ້ນ ​ແມ່ນ
“ມີ​ຄວາມ​ພ້ອມພຽງ​ຢ່າງຮອບດ້ານ ອັນ​ເປັນ​ຈຸດ​ເລີ້ມ​ຕົ້ນ​ໄດ້” ສຳ​ຫລັບ​ການ​ທົບທວນ
ຄືນ ​ທີ່​ເປັນ​ຜົນສຳ​ເລັດ. ​ແຫ​ລ່ງຂ່າວ​ໄດ້ “​ໃຫ້​ການຊຸກຍູ້ເປັນການພິເສດ ​ເຖິງຄວາມ ໝັ້ນໝາຍ​ອັນ​ແ​ຂງ​ແຮງ​ ໃນການປາບປາມການຫລີກ​ລ່ຽງບໍ່​ຈ່າຍພາສີ ​ແລະ ການ​ສໍ້​ລາດ​ບັງ​ຫລວງ.”

ຕະຫລາດຮຸ້ນຂອງກຣີສ ໄດ້ສະໜອງຕອບໄປໃນທາງບວກກ່ຽວກັບ ການເຄື່ອນໄຫວ
ດັ່ງກ່າວ ໂດຍຖີບຕົວຂຶ້ນ 7 ເປີເຊັນ ໃນການຊື້ຂາຍ ຂັ້ນຕົ້ນໆ.

ຂໍ້​ສະ​ເໜີ​ຕ່າງໆແມ່ນ​ແນ​ໃສ່ ເພື່ອ​ຟື້ນ​ຟູເສດຖະກິດ ທີ່​ລົ້ມລຸກຄຸກຄານ ຂອງ​ປະ​ເທດ ແລະ
ການຕັດການ​ໃຊ້​ຈ່າຍ​ຂອງ​ລັດຖະບານລົງ ເພື່ອ​ແລກ​ປ່ຽນ​ກັບການຕໍ່​ເວລາໃຊ້​ໜີ້ ​ເງິນ​ກູ້​
ຢືມ ຈຳນວນຫຼາຍກວ່າ 270 ພັນ​ລ້ານ​ດອນ​ລາ​ ຊຶ່ງ​ມີ​ກຳນົດ​ຈະ​ໝົດ​ອາຍຸ​ລົງ ​ໃນ​ອາທິດ​ນີ້
ອອກ ​ໄປ. ກຣີສ ​ໄດ້​ມີ​ຄວາມເຫັນຈຳນວນນຶ່ງ ໃນ​ການກຳນົດ​ການ​ປະຕິ​ຮູບ​ທີ່​ຕົນຕ້ອງການ ຢາກ​ເຮັດ​ ​ເພື່ອ​ຮັກສາ​ໄວ້​ກ່ຽວກັບການກອບ​ກູ້​ເສດຖະກິດ ​ແຕ່​ເງື່ອນ​ໄຂ​ຕ່າງໆ​ນັ້ນ ຈະ​ຕ້ອງ​
ໄດ້​ຮັບການອະນຸມັດໂດຍ ບັນດຜູ້ໃຫ້ເງິນ ກູ້ຢືມຢູ​ໂຣບ ທະນາຄານ​ກາງ​ຢູ​ໂຣບ ​ແລະ
ອົງການ​ກອງ​ທຶນ​ສາກົນ.

XS
SM
MD
LG