ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ກ​ຣີ​ສ ຮັບ​ຮອງ​ກົດ​ໝາຍ​ການ​ແຕ່ງ​ງານ​ຂອງ​ຄົນ​ຮັກ​ເພດ​ດຽວ​ກັນ


ຜູ້​ສະ​ໜັບ​ສະ​ໜູນ​ການ​ແຕ່ງ​ງານ​ຂອງ​ຄົນ​ຮັກ​ເພດ​ດຽວ​ກັນ​ເຂົ້​ຮ່ວມ​ໃນ​ການ​ຊຸມ​ນຸມ​ໃນ​ນະ​ຄອນຫຼວງ ເອ​ເທັນ, ກ​ຣີ​ສ, 15 ກຸມ​ພາ 2024.
ຜູ້​ສະ​ໜັບ​ສະ​ໜູນ​ການ​ແຕ່ງ​ງານ​ຂອງ​ຄົນ​ຮັກ​ເພດ​ດຽວ​ກັນ​ເຂົ້​ຮ່ວມ​ໃນ​ການ​ຊຸມ​ນຸມ​ໃນ​ນະ​ຄອນຫຼວງ ເອ​ເທັນ, ກ​ຣີ​ສ, 15 ກຸມ​ພາ 2024.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ ກ​ຣີ​ສ ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ການ​ແຕ່ງ​ງານ​ຂອງ​ຄົນ​ຮັກ​ເພດ​ດຽວ​ກັນ​ ແລະ ການ​ຮັບ​ລ້ຽງ​ລູກ​ບຸນ​ທຳ​ຢ່າງ​ຖ້ວມ​ລົ້ນ​ ໃນ​ວັນ​ພະ​ຫັດ​ວານນີ້.

ມັນ​ຖືກ​ພິ​ຈາ​ລະ​ນາ​ວ່າ​ເປັນ​ໄຊ​ຊະ​ນະ​ທີ່​ສຳ​ຄັນຫຼາຍ​ສຳ​ລັບ​ສິດ​ທິຄົນ​ຮັກ​ເພດ​ດຽວ​ກັນ ຫຼື LGBTQ, ໃນ​ຂະ​ນະ​ທີ່​ຮ່າງ​ກົດ​ໝາຍ​ ໄດ້​ຮັບ​ການ​ສົ່ງ​ເສີມ​ໂດຍ​ລັດ​ຖະ​ບານ​ຫົວ​ອະ​ນຸ​ລັກ​ນິ​ຍົມ ເຖິງ​ແມ່ນ​ຈະ​ມີ​ການ​ຄັດ​ຄ້ານ​ຈາກ​ໂບດ​ຄ​ຣິ​ສ​ຕຽນ​ນິ​ກາຍ ອໍ​ໂຕ​ດັອກ​ສ໌ ທີ່​ມີ​ອຳ​ນາດ​ກໍ່​ຕາມ.

ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ ​ຈະ​ອະ​ນຸ​ຍາດ​ໃຫ້​ຄູ່​ຮັກ​ເພດ​ດຽວ​ກັນ ​ມີ​ສິດ​ທີ່​ຈະ​ແຕ່ງ​ງານ​ກັນ ແລະ ຮັບ​ລ້ຽງລູກ, ແຕ່​ແນວ​ໃດ​ກໍ່​ຕາມ, ມັນ​ບໍ່​ໄດ້​ລວມ​ມີ​ສິດ​ທິ​ການ​ເກີດ​ລູກ​ສຳ​ລັບ​ຄູ່​ຮັກ​ກະ​ເທີຍ, ເຊິ່ງ​ໄດ້​ເຮັດ​ໃຫ້​ຊຸມ​ຊົນ LGBTQ ຫຼາຍ​ແຫ່ງ​ເວົ້າ​ວ່າ​ ຮ່າງ​ກົດໝາຍ​ດັ່ງ​ກ່າວແມ່ນບໍ່​ໄດ້​ໄປ​ໄກ​ພໍ.

ກ​ຣີສ ຕອນນີ້​ແມ່ນ​ປະ​ເທດ ຄ​ຣິ​ສ​ຕຽນ ນິ​ກາຍ ອໍ​ໂຕ​ດັອກ​ສ໌ ປະ​ເທດ​ທຳ​ອິດ, ສະ​ມາ​ຊິກ​ສະ​ຫ​ະ​ພາບ ຢູ​ໂຣບ ປະ​ເທດ​ທີ 16 ແລະ ປະ​ເທດ​ທີ 37 ໃນ​ໂລກ​ທີ່​ອະ​ນຸ​ຍາດ​ໃຫ້​ມີ​ການ​ແຕ່ງ​ງານ ​ຂອງ​ຄົນ​ຮັກ​ເພດ​ດຽວ​ກັນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ກ​ຣີ​ສ ທ່ານ ຄີ​ເຣຍ​ຄອ​ສ໌ ມິດ​ໂຊ​ຕາ​ກິ​ສ ໄດ້​ກ່າວ​ໃນ​ X, ທີ່​ກ່ອນ​ໜ້ານີ້​ແມ່ນ ທວິດ​ເຕີ ວ່າ “ນີ້​ແມ່ນ​ຄວາມ​ສຳ​ເລັດ​ອັນ​ນຶ່ງ​ສຳ​ລັບ​ສິດ​ທິ​ມະ​ນຸດ, ​ໂດຍສະ​ທ້ອນ​ເຖິງ​ປະ​ເທດ ກ​ຣີ​ສ ໃນ​ມື້ນີ້, ມັນ​ເປັ​ນ​ປະ​ເທດ​ຫົວ​ກ້າວ​ໜ້າ ແລະ ປະ​ຊາ​ທິ​ປະ​ໄຕ, ທີ່​ມີ​ຄວາມ​ມຸ່ງ​ໝັ້ນ​ຢ່າງ​ກະ​ຕື​ລື​ລົ້ນ ​ຕໍ່​ຄຸນ​ຄ່າ​ຂອງ​ຊາວ ຢູ​ໂຣບ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG