ບັນດາເຈົ້າໜ້າທີ່ກຣີສ ກຳລັງດັດແປງຂັ້ນສຸດທ້າຍ ກ່ຽວກັບຂໍ້
ສະເໜີປະຕິຮູບເສດຖະກິດ ທີ່ຈະຕ້ອງນຳສົ່ງໃຫ້ແກ່ບັນດາເຈົ້າ
ໜີ້ໃນຢູໂຣບ ຂອງພວກເຂົາເຈົ້າ ໃນວັນຈັນມື້ນີ້ ຊຶ່ງເປັນສ່ວນນຶ່ງ
ຂອງຂໍ້ຕົກລົງ ເພື່ອເລື່ອນເວລາອອກໄປ 4 ເດືອນ ສຳຫລັບການ
ໃຊ້ໜີ້ເງິນກູ້ທີ່ EU ໃຫ້ມາ ເພື່ອກອບກູ້ເສດຖະກິດຂອງກຣີສນັ້ນ.
ໃນວັນສຸກຜ່ານມາ ບັນດາລັດມົນຕີການເງິນຂອງຢູໂຣບ ໄດ້ໃຫ້
ເວລາກຣີສ ຈົນຮອດວັນຈັນມື້ນີ້ ເພື່ອຢື່ນຂໍ້ສະເໜີຕ່າງໆ ທີ່ຈະ
ເຮັດໃຫ້ພວກ ເຈົ້າໜີ້ຂອງປະເທດຢູໂຣບ ເຊື່ອໝັ້ນແລະຕົກລົງ
ເລື່ອນເວລາໃຊ້ໜີ້ອອກໄປ 4 ເດືອນນັ້ນ.
ຂໍ້ສະເໜີຕ່າງໆແມ່ນແນໃສ່ ເພື່ອຟື້ນຟູເສດຖະກິດ ທີ່ລົ້ມລຸກຄຸກຄານຂອງປະເທດ ແລະ
ຕັດການໃຊ້ຈ່າຍຂອງລັດຖະບານລົງ ເພື່ອແລກປ່ຽນກັບການຕໍ່ເວລາໃຊ້ໜີ້ ຈຳນວນ ເກືອບຮອດ 300 ພັນລ້ານດອນລາ ຊຶ່ງມີກຳນົດຈະໝົດອາຍຸລົງ ໃນອາທິດນີ້ ອອກໄປ.
ທ່ານ Nikos Pappas ລັດຖະມົນຕີຕ່າງປະເທດ ໃນຄະນະລັດຖະບານກຣີສຊຸດໃໝ່
ທີ່ອຽງຊ້າຍ ກ່າວໃນວັນອາທິດວານນີ້ວ່າ ບັນດາເຈົ້າໜ້າທີ່ ກຳລັງທຳງານເພື່ອເຮັດໃຫ້
ພວກພະນັກງານຂອງລັດ “ມີປະສິດທິພາບຫຼາຍຂຶ້ນ ແລະປາບການຫລີກລ່ຽງ ບໍ່
ຈ່າຍພາສີ.”