ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກຂອງກຣິສ ຮັບຮອງເອົາ ການປະຕິຮູບ ຮ່າງກົດໝາຍ ວ່າດ້ວຍ ຄ່າບຳນານ ແລະ ພາສີ


ນາຍົກຂອງກຣິສ ທ່ານ Alexis Tsipras ຖະແຫລງຕໍ່ບັນດາ
ສະມາຊິກສະພາ ເລື່ອງຮ່າງກົດໝາຍ ວ່າດ້ວຍການປະຢັດມັດ
ທະຍັດ ທີ່ເປັນການໂຕ້ແຍ້ງກັນ ໃນລະຫວ່າງ ກອງປະຊຸມ ສະໄໝສາມັນ ໃນນະຄອນຫຼວງ Athens, ວັນທີ 8 ພຶດສະພາ 2016.
ນາຍົກຂອງກຣິສ ທ່ານ Alexis Tsipras ຖະແຫລງຕໍ່ບັນດາ ສະມາຊິກສະພາ ເລື່ອງຮ່າງກົດໝາຍ ວ່າດ້ວຍການປະຢັດມັດ ທະຍັດ ທີ່ເປັນການໂຕ້ແຍ້ງກັນ ໃນລະຫວ່າງ ກອງປະຊຸມ ສະໄໝສາມັນ ໃນນະຄອນຫຼວງ Athens, ວັນທີ 8 ພຶດສະພາ 2016.

ບັນດາສະມາຊິກສະພາ ຂອງກຣິສ ໄດ້ຮັບຮອງເອົາຮ່າງປະຕິຮູບກົດໝາຍ ທີ່ເປັນການ ໂຕ້ແຍ້ງກັນ ວ່າດ້ວຍ ຄ່າເບ້ຍບຳນານ ແລະ ພາສີ ຊຶ່ງຖືກຮຽກຮ້ອງໂດຍ ບັນດາພວກເຈົ້າ ໜີ້ ໃນປະເທດຢູ່ໂຣບ ເພື່ອແລກປ່ຽນເອົາເງິນກອບກູ້ເສດຖະກິດ ເກືອບ 100 ຕື້ໂດລາ.

ການປະຕິຮູບຄັ້ງຫຼ້າສຸດນີ້ ແມ່ນແນໃສ່ເພື່ອຫລຸດຜ່ອນ ການຈ່າຍຄ່າເບ້ຍບຳນານ ທີ່ສູງ ສຸດຂອງກຣິສ ໃນຂະນະດຽວກັນ ກໍເພື່ອເພີ້ມການປະກອບສ່ວນ ຂອງຈຳພວກ ທີ່ມີລາຍ ໄດ້ປານກາງ ແລະ ສູງ. ກົດໝາຍດັ່ງກ່າວນັ້ນ ຍັງເປັນການຫາທາງ ທີ່ຈະຮັບປະກັນວ່າ ຈະມີງົບປະມານສ່ວນເກີນ 3.5 ເປີເຊັນ ພາຍໃນປີ 2018 ອັນເປັນການຮຽກຮ້ອງໂດຍ ສອງເຈົ້າໜີ້ລາຍໃຫຍ່ຂອງ Athens ຄື ສະຫະພາບຢູໂຣບ ແລະ ອົງການກອງທຶນສາກົນ ຫຼື ໄອແອັມແອັຟ.

ການລົງຄະແນນສຽງ ມີຂຶ້ນ ບໍ່ເທົ່າໃດຊົ່ວໂມງ ກ່ອນໜ້າ ກອງປະຊຸມສຸກເສີນ ຂອງບັນດາ ລັດຖະມົນຕີ ການເງິນຂອງປະເທດໃນເຂດຢູໂຣບ ຈາກ 19 ປະເທດທີ່ໃຊ້ເງິນສະກຸນຢູໂຣ ຢູ່ໃນນະຄອນ Brussels. ພວກລັດຖະມົນຕີດັ່ງກ່າວ ຫາທາງເພື່ອທົບທວນຄືນ ຄວາມ ພະຍາຍາມປະຕິຮູບກົດໝາຍຂອງກຣິສ ແລະ ເພື່ອໄດ້ຮັບ ການຮັບປະກັນວ່າ Athens ສາມາດຈ່າຍຄືນໜີ້ກູ້ຢືມຈຳນວນໃຫຍ່ ໃນເດືອນກໍລະກົດຈະມາເຖິງນີ້.

ພວກເຈົ້າໜ້າທີ່ຕຳຫຼວດ ຂັບໄລ່ພວກປະທ້ວງອອກໄປ ໃນລະຫວ່າງ ປະທະກັນ ຢູ່ຕໍ່ໜ້າ ລັດຖະສະພາ ໃນນະຄອນຫຼວງ Athens, ວັນທີ 8 ພຶດສະພາ 2016.
ພວກເຈົ້າໜ້າທີ່ຕຳຫຼວດ ຂັບໄລ່ພວກປະທ້ວງອອກໄປ ໃນລະຫວ່າງ ປະທະກັນ ຢູ່ຕໍ່ໜ້າ ລັດຖະສະພາ ໃນນະຄອນຫຼວງ Athens, ວັນທີ 8 ພຶດສະພາ 2016.

ກ່ອນໜ້າການລົງຄະແນນສຽງໃນຕອນເຊົ້າວັນຈັນມື້ນີ້ ພວກປະທ້ວງຫຼາຍພັນຄົນ ອອກ ລົງສູ່ຖະໜົນສາຍຕ່າງໆ ຂອງນະຄອນຫຼວງ Athens ໃນການກົດດັນຄັ້ງຫຼ້າສຸດ ທີ່ໜູນ ຫຼັງໂດຍພັກກຳມະກອນ ເພື່ອທີ່ຈະຢັບຢັ້ງຮ່າງກົດໝາຍດັ່ງກ່າວນັ້ນ ຊຶ່ງພວກນັກວິຈານ ກ່າວວ່າ ຈະທຳລາຍ ລາຍໄດ້ຂອງພວກພະນັກງານຢ່າງໜັກ.

ພວກເດີນຂະບວນ ໄດ້ໂຍນລະເບີດໄຟ ໃສ່ຕຳຫຼວດທີ່ຍາມປ້ອງກັນ ອາຄານລັດຖະສະ ພາ ແລະ ຕຳຫຼວດກໍໄດ້ຕອບໂຕ້ດ້ວຍ ແກັສນ້ຳຕາ.

ພາບບັນທຶກຂອງໂທລະພາບ ໄດ້ສະແດງໃຫ້ເຫັນ ວ່າ ການຕອບໂຕ້ຂອງຕຳຫຼວດ ແມ່ນ ເພື່ອແນໃສ່ ພວກຈະລາຈົນກຸ່ມນ້ອຍກຸ່ມນຶ່ງ ຜູ້ທີ່ແຊກຊຶມເຂົ້າກັບການເຕົ້າໂຮມຊຸມນຸມ ທີ່ໃຫຍ່ກວ່າ ຂອງພວກປະທ້ວງດ້ວຍຄວາມສັນຕິ ຕໍ່ຕ້ານຮ່າງກົດໝາຍປະຕິຮູບນັ້ນ ຫຼາຍພັນຄົນ.

Greece Reforms
please wait
Embed

No media source currently available

0:00 0:02:10 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG