ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ຜູ້ນຳການເມືອງ ໃນກຣີສ ບໍ່ສາມາດ ຈັດຕັ້ງລັດຖະບານ


ປະທານາທິບໍດີກຣີສ ທ່ານ Karolos Papoulias (ຂວາ) ພວມຕ້ອນຮັບ ຜູ້ນຳພັກສັງຄົມນິຍົມ ທ່ານ Evangelos Venizelos ເພື່ອທຳການເຈລະຈາ ທີ່ທຳນຽບຂອງທ່ານ (12 ພຶດສະພາ 2012)

ເປັນ​ທີ່​ຄາດ​ກັນ​ວ່າ ທ່ານ Evangelos Venizelos ຜູ້ນຳ​ພັກ​ສັງຄົມ​ນິຍົມ​ຂອງກຣີສຈະ​ມອບ
ຄວາມ​ຮັບຜິດຊອບ​ໃນ​ການ​ສ້າງຕັ້ງລັດຖະບານ​ສາມັກຄີ​ຊາດຄືນໃຫ້​ແກ່​ປະທານາທິບໍດີກຣີສ​
ໃນ​ວັນ​ເສົາ​ມື້ນີ້ຫຼັງຈາກທ່ານ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ຕິດຂັດ​ທາງ​ດ້ານ​ການ​ເມືອງແລະ​ຕ່າວ​ປີ້ນ
ຄວາມ​ຈຳ​ເປັນ ​ທີ່​ຈະ​ຕ້ອງ​ໄດ້​ທຳ​ການ​ເລືອກຕັ້ງ​ໃໝ່.

​ໃນ​ວັນ​ສຸກ​ວານ​ນີ້ ທ່ານ Venizelos ​ໄດ້​ປະກາດ​ວ່າ ພັກ​ຊ້າຍ​ຈັດ Syriza ປະຕິ​ເສດ​ບໍ່​ຍອມ
​ເຂົ້າຮ່ວມ​ກັບ​ພັກ​ສັງຄົມ​ນິຍົມ ​ແລະ​ພັກ​ນິຍົມ​ແນວທາງ​ເດີມ ​ເພື່ອ​ຈັດຕັ້ງລັດຖະບານ​ສາມັກຄີ​
ຊາດ​ຂຶ້ນ ​ເນື່ອງ​ຈາກ​ບໍ່​ສາມາດ​ຕົກລົງ​ກັນ​ໄດ້​ ກ່ຽວກັບ​ ໂຄງການ​ປະຢັດ​ມັດທະຍັດ​ຂອງ​ກຣີສ.
ພັກ​ສັງຄົມ​ນິຍົມ​ແລະ​ພັກນິຍົມ​ແນວທາງ​ເດີມ​ປະຊາທິປະ​ໄຕ​ໃໝ່​ໄດ້​ສະ​ເໜີ​ທີ່​ຈະ​ຄ່ອຍ​ຫຼຸດຜ່ອນ
​ເທື່ອ​ລະ​ເລັກ​ລະ​ນ້ອຍ​ມາດຕະ ການ​ທີ່​ເຄັ່ງ​ຄັດ​ຕ່າງໆ ທີ່​ສະຫະພາບ​ຢູ​ໂຣບ​ແລະ​ອົງການ​ກອງ​
ທຶນ​ສາກົນ IMF ໄດ້​ບັງຄັບ​ໃຫ້ກຣີສຕ້ອງປະຕິບັດ​ຕາມ​ເພື່ອ​ເປັນ​ການ​ແລກປ່ຽນ​ກັບ​ການ​ໃຫ້​
ເງິນ​ກູ້ຢືມ​ກ້ອນ​ໃຫຍ່. ພວກຝ່າຍ​ຊ້າຍ​ຂອງ​ກຣີສຕ້ອງການ​ໃຫ້​ຍົກ​ເລີກ​ມາດ​ຕະການ​ເຫຼົ່ານີ້​ໃນ
​ທັນທີ. ຖ້າ​ຫາກ​ຍັງ​ບໍ່​ສາມາດ​ຕົກລົງ​ກັນ​ໄດ້ພາຍ​ໃນ​ວັນ​ທີ 17 ​ເດືອນ​ນີ້ ຈຳເປັນ​ຈະ​ຕ້ອງ​ໄດ້​ມີ​
ການ​ເລືອກ​ຕັ້ງຄັ້ງ​ໃໝ່.

​ເປັນ​ທີ່​ຄາດ​ກັນ​ວ່າ ປະທານາທິບໍດີ Karolos Papoulias ຈະ​ຮຽກຮ້ອງ​ ໃຫ້​ທຸກພັກ​ການ
​ເມືອງ ຈັດຕັ້ງລັດຖະບານ​ປະສົມ​ສຸກ​ເສີນ​ຂຶ້ນເພື່ອ​ປົກຄອງ​ປະ​ເທດ​ ໄປຈົນ​ກວ່າ​ມີ​ການ​ເລືອກ
​ຕັ້ງ​ໃໝ່.

ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​ຊາວ​ກຣີສ ​ໄດ້​ລົງ​ໂທດ​ທັງ​ພັກ​ສັງຄົມ​ນິຍົມ PASOK ​ແລະ​ພັກ​ປະ
ຊາທິປະ​ໄຕ​ໃໝ່ທີ່​ໄດ້​ຊຸກຍູ້​ໃຫ້​ມີ​ການ​ຮັບ​ຜ່ານມາດ​ຕະການ​ປະຢັດມັດທະຍັດ​ທີ່​ເຄັ່ງ​ຄັດເພື່ອ​
ເປັນ​ການ​ແລກປ່ຽນ ​ກັບເງິນ​ກູ້ຢືມ​ກ້ອນ​ໃຫຍ່​ຂອງ​ນາໆຊາດ ​ສຳຫຼັບ​ຫຼີກລ້ຽງ​ບໍ່​ໃຫ້​ກຣີສ
ລົ້ມລະລາຍ.

ທ່ານ Venizelos ​ເປັນ​ຜູ້ນຳ​ຄົນທີ 3 ຂອງ​ກຣີສ ທີ່​ໄດ້​ພະຍາ​ຍາມສ້າງຕັ້ງລັດຖະບານ​ແຕ່​
ບໍ່​ປະສົບ​ກັບ​ຄວາມ​ສຳ​ເລັດຫຼັງຈາກ​ການ​ເລືອກ​ຕັ້ງທີ່​ບໍ່​ມີ​ຜົນ​ຕັດສິນ​ຊີ້ຂາດໃນ​ມື້ວັນ​ອາທິດ
​ແລ້ວ.

​ໃນ​ຕອນ​ເຊົ້າວານ​ນີ້ ທ່ານ Venizelos ​ໄດ້​ພົບ​ປະ​ກັບ​ຜູ້ນຳ​ຂອງ​ພັກ​ນິຍົມ​ແນວທາງ​ເດີມ
ທ່ານ Antonis Samaras ​ເພື່ອ​ເຈລະຈາ​ຫາລື​ກ່ຽວ​ກັບ​ການ​ສ້າງຕັ້ງລັດຖະບານ​ປະສົມ.
ພັນ​ທະມິດ​ທີ່​ອາດ​ເປັນ​ໄປ​ໄດ້​ອີກ​ແບບນຶ່ງ​ກໍ​ຄື​ພັກ​ນິຍົມ​ປະຊາທິປະ​ໄຕ​ຊ້າຍ​ນ້ອຍໆ​ພັກ​ນຶ່ງ​
ກ່າວ​ວ່າ ຕົນ​ຈະ​ເຂົ້າຮ່ວມ​ລັດຖະບານທີ່​ປະກອບດ້ວຍ​ພັກ​ສັງຄົມ​ນິຍົມແລະ​ພັກ​ນິຍົມ​ແນວ
ທາງ​ເດີມ​ປະຊາທິປະ​ໄຕ​ໃໝ່​ທໍ່​ນັ້ນ ​ແລະບໍ່​ໄດ້​ຮວມ​ເອົາ​ພັກ Syriza.

ຜູ້ນຳ​ຂອງ​ພັກ Syriza ທ່ານ Alexis Tsipras ກ່າວ​ວ່າ ປະຊາຊົນ​ຊາວ​ກຣີສໄດ້​ພາກັນ
​ປ່ອນ​ບັດ ​ຕໍ່ຕ້ານ​ມາດ​ຕະການ​ປະຢັດ​ມັດທະຍັດ ທີ່​ບັງຄັບ​ໃຫ້ກຣີສປະຕິບັດ​ໂດຍ​ສະຫະ
ພາບ​ຢູ​ໂຣບ​ແລະ​ອົງການ IMF ​ແລະ​ຄວາມ​ໄຝ່ຝັນ​ຂອງ​ພວກ​ເຂົາ​ເຈົ້າ ຈະ​ບໍ່​ເອົາ​ຫົວຊາ​ບໍ່​
ໄດ້.

ພັກ​ປະຊາທິປະ​ໄຕ​ໃໝ່​ໄດ້​ຊະນະ​ບ່ອນ​ນັ່ງ​ຫຼາຍກວ່າ​ໝູ່​ໃນ​ການ​ເລືອກ​ຕັ້ງໃນ​ມື້ວັນອາທິດ​
ຜ່ານ​ມາ ຕິດຕາມ​ໂດຍ​ພັກ​ຊ້າຍ​ຈັດ ​ແລະ​ພັກ​ສັງຄົມ​ນິຍົມ. ​ແຕ່​ບໍ່​ມີ​ພັກ​ໃດໄດ້​ຮັບ​ບ່ອນ​ນັ່ງ
​ພຽງພໍສຳ​ຫຼັບຈັດຕັ້ງລັດຖະບານ​ໄດ້​ຕາມ​ລຳພັງ.

XS
SM
MD
LG